ລາຄາໄຟຟ້າແພງຂຶ້ນຕໍ່ເນື່ອງ ແຕ່ບັນຫາມີທຸກເດືອນ ສະເທືອນໃຈຜູ້ຊົມໃຊ້


ໂດຍ: ຄຳພຸດ
ພໍຮອດເດືອນສີ່ເດືອນຫ້າມາເທື່ອໃດ ສິ່ງທີ່ກາຍເປັນກະແສຟົດເດືອດເນືອງນັນກວ່າໝູ່ໃນສັງຄົມພວກເຮົາບໍ່ແມ່ນສຽງແມງອີແມງງ້ວງ ຫລື ສຽງຂຽດສຽງກົບຕາມທົ່ງນາ ແຕ່ເປັນສຽງຈົ່ມວ່າເລື່ອງຄ່າໄຟຟ້າທີ່ຕ້ອງໄດ້ເສຍເພີ່ມຂຶ້ນທົບເຄິ່ງ ຫລື ສອງທົບຕາມກຳລັງແຕ່ລະຄົວເຮືອນນັ້ນເປັນສຽງທີ່ກ້ອງກັງວານໄປທົ່ວສັງຄົມ.
ສັງຄົມລາວໃນໄລຍະ 3-4 ປີມານີ້ ຫລັງສູ້ກັບໂຄວິດຈົນລອດຊີວິດມາໄດ້ແບບບໍ່ບັງເອີນ ແລ້ວຍັງຕ້ອງປະເຊີນບັນຫາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າແພງ ກົງກັນຂ້າມກັບຄ່າແຮງທີ່ເບັ່ງເຕັມອັດແຕ່ຖືກຕັດຮອນ ແລ້ວຍັງຕ້ອງມາເຂາະຂ້ອນໃສ່ຄ່າຄອງຊີບແຕ່ລະວັນທີ່ແພງຂຶ້ນຢ່າງຕໍ່ເນື່ອງ ນັບວ່າເປັນສິ່ງທີ່ເຄືອງໃຈຜູ້ມີລາຍໄດ້ໜ້ອຍ ເພາະມີຄ່ານັ້ນຄ່ານີ້ມີຄອຍແບ່ງເງິນໃນກະເປົາໄປແຕ່ຄຸນນະພາບທີ່ໄດ້ມາບໍ່ເຕັມຮ້ອຍ ໂດຍສະເພາະເລື່ອງບັນຫາຂອງໄຟຟ້າ ແລະ ນໍ້າປະປາ.
ເວົ້າເລື່ອງບັນຫາຂອງໄຟຟ້າ ສິ່ງທີ່ພວກເຮົາຕ້ອງພົບພໍ້ບໍ່ເວັ້ນໃນເກືອບແຕ່ລະວັນຄື ບໍ່ຮູ້ວ່າໝໍ້ແບ່ງ ແລະ ກົງເຕີຊິລະເບີດຢູ່ຈຸດໃດ, ໄຟຕົກໄຟຂາດ ຕັດໄຟແບບສຸກເສີນ ມາແບບຂາດໆເຂີນໆບຶດຄ່ອຍບຶດແຮງ ບໍ່ຮູ້ວ່າເຄື່ອງໃຊ້ໄຟຟ້າຢູ່ເຮືອນຊິເກີດລັດວົງຈອນ ຫລື ເປ່ເພຕອນໃດ, ແຕ່ລະເດືອນຕ້ອງຄອຍເບິ່ງເລກກົງເຕີນຳວ່າພະນັກງານມາຈົດຖືກຄ້ອງແລ້ວບໍ່, ຕ້ອງຕິດຕາມເຂົ້າແອັບ ກວດເບິ່ງວ່າລະບົບຄິດໄລ່ເງິນຖືກຕ້ອງຫລືຍັງ ສາລະພັດບັນຫາ ເຖິງແມ່ນວ່າໄລຍະຜ່ານມາໄຟຟ້າອອກມາຊີ້ແຈງ ວ່າແກ້ໄຂແລ້ວ ແລະ ຈະແກ້ໄຂໃຫ້ດີຂຶ້ນ ແຕ່ບັນຫາທີ່ເກີດຂຶ້ນຊໍ້າພັດຍັງຊໍ້າຕື່ມ ບໍ່ຖືກແກ້ໄຂໃຫ້ເບົາໃຈໄດ້ເທົ່າທີ່ຄວນ.
ສິ່ງທີ່ໜ້ານ້ອຍເນື້ອຕໍ່າໃຈ ແລະ ຕົກໃຈໃນເວລາດຽວກັນນັ້ນກໍຄືການເພີ່ມຂຶ້ນຂອງລາຄາໄຟຟ້າແບບກະໂດດທົບເຄິ່ງໃນເດືອນມັງກອນກັບເດືອນກຸມພາ ແລະ ຈະເພີ່ມຂຶ້ນທຸກໆເດືອນປະມານ 7-8 ກີບ/ກິໂລວັດໂມງ ໄປຈົນເຖິງປີ 2029 ຈຶ່ງຈະມີການປັບແກ້ໃໝ່ ເບິ່ງແລ້ວເໝືອນເປັນການອັດປະຕູໃສ່ໄລກອນແລ້ວມັດມືເອົາຄ້ອນທຸບແບບບໍ່ມີທາງໃຫ້ສູ້ ຕ້ອງຂົດຂາຄູ້ເຂົ່າຍອມຈ່າຍ ເຊິ່ງເປັນການຕອກຢໍ້າຊໍ້າເຕີມບັນຫາຊີວິດຂອງປະຊາຊົນທີ່ຕ້ອງແບບຫາບຢູ່ແລ້ວໃຫ້ໜັກໜ່ວງກວ່າເກົ່າ ບໍ່ແມ່ນແບ່ງເບົາພາລະ ແລະ ຫາວິທີໃຫ້ຊີວິດການເປັນຢູ່ດີຂຶ້ນແຕ່ຢ່າງໃດ.
ບັນຫາຄ່າໄຟຟ້າແພງໃນຍາມຮ້ອນ ບໍ່ແມ່ນເລື່ອງທີ່ເກີດຂຶ້ນປີນີ້ປີກາຍ ແຕ່ເປັນມາທຸກໆປີ ຕົວຢ່າງເຮືອນຜູ້ຂຽນເປັນຄອບຄົວທຳມະດາ ແຈ້ງມາກໍໄປວຽກ ແລງມາຈຶ່ງໄດ້ຢູ່ ມີອຸປະກອນໄຟຟ້າພື້ນຖານ ຈາກທີ່ເຄີຍໃຊ້ 250kwh ກໍຈະເພີ່ມເປັນ 400kwh ກວ່າໆ ນອກນີ້ເຮົາຈະສັງເກດເຫັນວ່າ ໃນໄລຍະນີ້ອາກາດຮ້ອນ ເຄື່ອງໃຊ້ໄຟຟ້າຈະເຮັດວຽກໜັກຂຶ້ນ ແລະ ເປືອງໄຟເນື່ອງຈາກຕົວມັນເອງກໍຮ້ອນ ຕົວຢ່າງເຄີຍເປີດຕູ້ເຢັນເລກ 4 ກໍຕ້ອງເລັ່ງເປັນ 5 ຫລື 6, ພັດລົມເຄີຍເປີດ 1-2 ກໍຕ້ອງເປີດ 3 ເປີດແບບແກວ່ງໄປມາອີກ ເຊິ່ງໃນໄລຍະຜ່ານມາມີຫລາຍຊ່ຽວຊານອອກມາແນະນຳວິທີປະຢັດໄຟດ້ວຍຮູບການຕ່າງໆຢ່າງຫລວງຫລາຍ ເຖິງແມ່ນວ່າຈະໃຊ້ໄດ້ແດ່ແຕ່ມັນກໍບໍ່ແມ່ນທາງອອກ ເພາະສຸດທ້າຍແລ້ວບັນຫາມັນຢູ່ທີ່ລະບົບ ແລະ ຈົບທີ່ລາຄາຕ້ອງຈ່າຍສູງຂຶ້ນກວ່າເດີມ.
ບັນຫາທີ່ປະຊາຊົນຕ້ອງພົບພໍ້ໄລຍະຜ່ານມາກໍຈົນເກືອບຄຸ້ນເຄີຍ ເລີຍໃສ່ລາຄາສູງກໍເກືອບລຶ້ງໄປແລ້ວ ເພາະບໍ່ມີວີ່ແວວທາງອອກຂອງບັນຫາ ຫລັບຕາກໍຝືນ ມືນຕາກໍທົນສູ້ຕໍ່ໄປ ແຕ່ໃນໃຈປະຊາຊົນກໍຍັງຫວັງວ່າ ທາງຂັ້ນເທິງຈະພິຈາລະນາເບິ່ງຄືນເລື່ອງລາຄາໄຟຟ້າ ແລະ ບັນຫາຕ່າງໆທີ່ເກີດຂຶ້ນ ໃຫ້ໄດ້ຮັບການແກ້ໄຂອາດຈະບໍ່ທັງໝົດແຕ່ເປັນບາງສ່ວນກໍຍັງດີ ພໍໄດ້ມີວ່າງໄວ້ໃຫ້ຄົ້ນຄິດວິທີການໃນຂັ້ນຕໍ່ໄປ.