ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກເກືອບ 70 ສະຫາຍ ແລະ ອາຍັດລົດໃຫຍ່ 10 ກວ່າຄັນ

- 497604293 1263208398825947 2604929526288695077 n - ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກເກືອບ 70 ສະຫາຍ ແລະ ອາຍັດລົດໃຫຍ່ 10 ກວ່າຄັນ
- kitchen vibe - ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກເກືອບ 70 ສະຫາຍ ແລະ ອາຍັດລົດໃຫຍ່ 10 ກວ່າຄັນ

ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ ປະທານອົງການກວດກາແຂວງ ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານກວດກາ ທົ່ວແຂວງປະຈໍາປີ 2024 ໃນວັນທີ 14 ພຶດສະພາ 2025 ນີ້ວ່າ: ປີ 2024 ຜ່ານມາຄະນະພັກແຕ່ລະຂັ້ນໄດ້ປະຕິບັດວິໄນຕໍ່ສະມາຊິກພັກລວມທັງໝົດ 69 ສະຫາຍ, ຍິງ 12 ສະຫາຍ. ໃນນີ້, ປະຕິບັດຂັ້ນກ່າວເຕືອນມີ 13 ສະຫາຍ ຍິງ 2 ສະຫາຍ; ຂັ້ນຕິຕຽນ 15 ສະຫາຍ ຍິງ 9 ສະຫາຍ, ໂຈະຮ່ວມຊີວິດພັກ 28 ສະຫາຍ ຍິງ 1 ສະຫາຍ, ລຶບຊື່ອອກຈາກພັກ 17 ສະຫາຍ, ປົດຕໍາແໜ່ງພາຍໃນພັກ 1 ສະຫາຍ.

ສຳລັບວຽກງານກວດກາປົກກະຕິ, ກວດກາຕາມຄຳສັ່ງ ແລະ ກວດກາກະທັນຫັນ, ສຳເລັດກວດກາລາຍຮັບ-ລາຍຈ່າຍ, ການນຳໃຊ້ ແລະ ການຄຸ້ມຄອງເງິນກອງທຶນທາງ 70 ສັນຍາ; ຕິດຕາມກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ປີ 2023 ຕາມແຜນທີ່ກະກຽມ 9 ໂຄງການ; ກວດກາເອກະສານໂຄງການແກ້ໄຂສຸກເສີນຈາກໄພພິບັດທຳ ປີ 2012-2021 ເພື່ອສະເໜີສະພາປະຊາຊົນແຂວງຮັບຮອງເອົາເຂົ້າແຜນການລົງທຶນຂອງລັດ ປີ 2025 ມີທັງໝົດ 42 ໂຄງການມູນຄ່າ 78.39 ຕື້ກີບ.

- Visit Laos Visit SALANA BOUTIQUE HOTEL - ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກເກືອບ 70 ສະຫາຍ ແລະ ອາຍັດລົດໃຫຍ່ 10 ກວ່າຄັນ

ນອກນີ້, ຍັງໄດ້ຍັງຮ່ວມກັບຄະນະກຳມະການຈາກສູນກາງດຳເນີນການກວດກາເຂດເສດຖະກິດພິເສດສະຫວັນນະເຂດ, ຊຶ່ງສາມາດກວດພົບເຫັນຫຼາຍບັນຫາ, ສະເໜີໃຫ້ປັບປຸງແກ້ໄຂມີ 16 ບັນຫາ ແລະ ໄດ້ມອບເງິນເຂົ້າງົບປະມານລັດມູນຄ່າ 3 ຕື້ກວ່າກີບ; ກວດກາການນຳເຂົ້າ ແລະ ເສຍພາສີລົດແຕ່ປີ 2019-2023 ອາຍັດລົດໃຫຍ່ 13 ຄັນ. ສົ່ງຄືນຜູ້ປະກອບການ 9 ຄັນ, ອິກ 4 ຄັນ ແມ່ນສົ່ງສຳນວນເຖິງໄອຍະການຟ້ອງໃຫ້ສານຮິບເປັນຂອງລັດ ແລະ ອາຍັດລົດລັກລອບເຄື່ອນຍ້າຍຖ່ານດໍາ ແລະ ໄມ້ 77 ຄັນ, ໄດ້ປັບໃໝ 75 ຄັນ ແລະ ຖ່ານດໍາລວມ 2.32 ຕື້ກີບ, ສ່ວນອີກ 2 ຄັນແມ່ນສືບຕໍ່ດໍາເນີນການແກ້ໄຂຕາມລະບຽບການ.

ຕິດຕາມກວດກາບັນດາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີປະຈໍາປີ 2024 ມີທັງໝົດ 16 ໂຄງການມູນຄ່າລວມໂຄງການສະພາຮັບຮອງທັງໝົດ 68 ຕື້ກວ່າກີບ. ໃນນີ້, 12 ໂຄງການພະແນກການເປັນເຈົ້າຂອງໂຄງການ ແລະ ມີ 4 ໂຄງການມູນຄ່າ 5 ຕື້ກີບ ລົງມາເມືອງເປັນເຈົ້າຂອງໂຄງການ ມີ 1 ໂຄງການຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ.

ຄຽງຄູ່ກັນນີ້, ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດການແກ້ໄຂຜົນການກວດກາຕາມຜົນການກວດສອບ ຕາມມະຕິສະພາປະຊາຊົນແຂວງ ສະບັບເລກທີ 04/ສພຂ.ສຂ, ລົງວັນທີ 10 ມັງກອນ 2024 ແລະ ບັນຫາທີ່ໄດ້ຮັບການແກ້ໄຂແລ້ວ ມີ 15 ບັນຫາ, ບັນຫາທີ່ໄດ້ຮັບການແກ້ໄຂແຕ່ບໍ່ຂາດຕົວ ມີ 13 ບັນຫາຕ້ອງສືບຕໍ່ແກ້ໄຂ.

- 5 - ປີ 2024 ແຂວງສະຫວັນນະເຂດປະຕິບັດວິໄນສະມາຊິກພັກເກືອບ 70 ສະຫາຍ ແລະ ອາຍັດລົດໃຫຍ່ 10 ກວ່າຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!