ແມນຊິຕີ້ ທຳລາຍສະຖິຕິ ຊະນະລວດໃນພຣີເມຍລີກ


ແມນເຊັສເຕີ ຊິຕີ້ ທຳລາຍສະຖິຕິທີ່ຊະນະໃນລີກຕິດຕໍ່ກັນ 15 ນັດລວດ ຫລັງຈາກທີ່ບຸກເອົາຊະນະ ສະວອນຊີ ຊິຕີ້ ສະບາຍ 4-0 ໃນວັນທີ 13 ທັນວາ ທຳລາຍສະຖິຕິເກົ່າຂອງ ອາເຊນອລ ທີ່ເຮັດໄດ້ 14 ນັດ ໃນໄລຍະທ້າຍລະດູການ 2001-2002 ເຖິງຕົ້ນລະດູການ 2002-2003.
ສ່ວນເປົ້າໝາຍຕໍ່ໄປຂອງ ແມນເຊັສເຕີ ຊິຕີ້ ມີໂອກາດທຳລາຍສະຖິຕິເກັບໄຊຊະນະໄດ້ຫລາຍທີ່ສຸດຂອງ 5 ລີກເອີຣົບ (ພຣີເມຍລີກ ອັງກິດ, ລາລີກາ ສະເປນ, ບຸນເດສລີກາ ເຢຍລະມັນ, ກັນໂຊ ເຊເຣຍອາ ອີຕາລີ ແລະ ລີກເອິງ ຝຣັ່ງ) ທີ່ສະຖິຕິສູງສຸດຕອນນີ້ ຣີລ ມາດຣິດ ແລະ ບາເຊໂລນາ ເຮັດໄວ້ 16 ນັດລວດ ແລະ ບາເຢິນ ມິວນິກ ເຮັດໄວ້ 19 ນັດລວດ.
ເທົ່າກັບວ່າ ນັດຕໍ່ໄປ ແມນເຊັສເຕີ ຊິຕີ້ ຈະເປີດບ້ານຮັບການມາຢາມຂອງ ທ໊ອດແນມ ຮ໊ອດສະເປີ ໃນວັນທີ 16 ທັນວານີ້ ເວລາ 00:30 ໂມງ ເຊິ່ງຖ້າຫາກຊະນະອີກກໍຈະສ້າງສະຖິຕິທຽບເທົ່າ ຣີລ ມາດຣິດ ກັບ ບາເຊໂລນາ ທີ່ຊະນະລວດໄດ້ 16 ນັດໃນລາລີກາ ສະເປນ.