ຍີ່ປຸ່ນເລັ່ງເພີ່ມງົບທາງທະຫານຮັບມື ສປປ ເກົາຫລີ


ລັດຖະບານມີແຜນຈັດສັນງົບປະມານດ້ານທະຫານ ສຳລັບປີງົບປະມານໜ້າເລີ່ມໃນເດືອນເມສາ 2018 ສູງເປັນປະຫວັດສາດເຖິງ 5,19 ຕື້ເຢນ (46.000 ລ້ານໂດລາສະຫະລັດ) ເພື່ອເພີ່ມຂີດຂັ້ນລະບົບຕໍ່ຕ້ານລູກສອນໄຟ ທ່າມກາງໄພຄຸກຄາມຈາກ ສປປ ເກົາຫລີ.
ສຳນັກຂ່າວ AFP ລາຍງານຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 16 ທັນວາວ່າ: ງົບປະມານດ້ານທະຫານຂອງຍີ່ປຸ່ນຕາມແຜນ ຈະສູງຂຶ້ນ 6 ປີຕິດຕໍ່ກັນ ແລະ ສູງກວ່າຈຳນວນ 5,12 ຕື້ເຢນ ໃນປີງົບປະມານປັດຈຸບັນ.
ລາຍງານຂອງໜັງສືພິມນິກເຄອິ ລາຍວັນ ລະບຸວ່າ: ເງິນສ່ວນໃຫຍ່ໃນງົບປະມານທີ່ເພີ່ມຂຶ້ນ ຈະໃຊ້ສຳລັບປົກປ້ອງຍີ່ປຸ່ນຈາກອາວຸດນິວເຄຼຍ ແລະ ການພັດທະນາລູກສອນໄຟຂອງ ສປປ ເກົາຫລີ, ເງິນສ່ວນທີ່ເຫລືອຈະໃຊ້ສຳລັບການຕິດຕັ້ງລະບົບຈະຫລວດສະກັດກັ້ນລູກສອນໄຟທີ່ມີຖານຢູ່ແອຈິສ ເອຊໍ (Aegis Ashore).
ອາທິດຜ່ານມາ, ທ່ານ ອິດສິໂນຣິ ໂອໂນະເດຣະ ລັດຖະມົນຕີປ້ອງກັນປະເທດຍີ່ປຸ່ນ ກ່າວວ່າ: ຍີ່ປຸ່ນມີແຜນຈັດຊື້ຈະຫລວດໄລຍະໄກ ທີ່ມີໄລຍະການຍິງປະມານ 900 ກມ ຈາກຫລາຍບໍລິສັດຂອງອາເມລິກາ, ການເຄື່ອນໄຫວກາຍເປັນບັນຫາຖົກຖຽງ ເນື່ອງຈາກກົດໝາຍລັດຖະທຳມະນູນຂອງຍີ່ປຸ່ນ ກຳນົດຫ້າມໃຊ້ກຳລັງທະຫານເປັນວິທີແກ້ໄຂກໍລະນີຂັດແຍ່ງສາກົນ.