ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເນັ້ນ 5 ບັນຫາສຳຄັນວຽກງານການເມືອງ ແລະ ເສດຖະກິດສັງຄົມ


ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 19-23 ພຶດສະພາ 2025 ທີ່ສຳນັກງານສູນກາງພັກ (ຫສພ), ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.
ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະໃຫ້ທິດຊີ້ນໍາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ເງິນຕາໃນ 6 ເດືອນຕົ້ນປີ 2025; ຕີລາຄາຜົນການດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ-ນະຄອນ, ບັນດາຮາກຖານພັກອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ; ພິເສດໄດ້ປຶກສາຫາລື ແລະ ມີຄວາມເຫັນຊີ້ນໍາຕໍ່ບັນດາຮ່າງເອກະສານທີ່ຈະນໍາລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງເປັນລະບົບ, ອັນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຄະນະບໍລິຫານງານສູນກາງພັກ, ສະແດງເຖິງຄວາມມີຊີວິດຊີວາຂອງການເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາລວມໝູ່ຢູ່ພາຍໃນພັກໃນການບູລະນະແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃຫ້ຖືກຕ້ອງ, ແທດເໝາະ, ສອດຄ່ອງ, ຮັດກຸມ ແລະ ສົມບູນຂຶ້ນຢ່າງຕໍ່ເນື່ອງ.


ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ມີຄວາມພະຍະຍາມສູງໃນການຈັດຕັ້ງປະຕິບັດແຜນພັດທະນາ-ເສດຖະກິດສັງຄົມ, ການຍູ້ຂະບວນການດ້ານຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສາມາດຜ່ານຜ່າ ແລະ ແກ້ໄຂບັນຫາເຄັ່ງຮ້ອນໄດ້ໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ຮັກສາໄດ້ຈັ່ງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຜະລິດສິນຄ້າ, ການຈັດເກັບ ແລະ ຄຸ້ມຄອງງົບປະມານປະຕິບັດໄດ້ຕາມຄາດໝາຍ ຊຶ່ງໃນໄຕມາດທີ 1 ປີ 2025 ເສດຖະກິດຂະຫຍາຍຕົວ ໃນລະດັບ 4.5%; ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກມາຮອດປັດຈຸບັນສຳເລັດ 143 ອົງຄະນະພັກ ເທົ່າກັບ 96.62% ແລະ ຈະສໍາເລັດທັງໝົດພາຍໃນເດືອນມິຖຸນາ 2025, ເປັນພື້ນຖານ ແລະ ບົດຮຽນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຢູ່ຂັ້ນແຂວງ ແລະ ກະຊວງ, ອົງການໃຫ້ໄດ້ຮັບຜົນດີ, ຍູ້ແຮງຂະບວນການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາການ, ການສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ, ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ເປັນຂະບວນຟົດຟື້ນ.
ສະຫາຍ ທອງລຸນ ສີສຸລິດ ມີຄໍາເຫັນເນັ້ນໜັກ 5 ບັນດາວຽກງານຈຸດສຸມ ດັ່ງນີ້:
- ເອົາໃຈໃສ່ຊີ້ນໍາການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມແຜນພັດທະນາຂອງເມືອງ ແລະ ຂອງຕາແສງ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ຄະນະພັກທຸກຂັ້ນ ຕ້ອງຖືເອົາວຽກງານນີ້ ເປັນຄວາມຮັບຜິດຊອບໂດຍກົງຂອງຕົນ, ສຸມໃສ່ເຂດພູດອຍຫ່າງໄກສອກຫຼີກ ແລະ ຈຸດຫຼໍ່ແຫຼມຕ່າງໆ, ຈັດສັນງົບປະມານ ເພື່ອສ້າງ ແລະ ປັບປຸງໂຄງລ່າງພື້ນຖານ, ເສີມກໍາລັງ ແລະ ປັບປຸງສອງກໍາລັງ ໃຫ້ເຂັ້ມແຂງ, ໜັກແໜ້ນ ຊຶ່ງເປັນວຽກທີ່ຕ້ອງເຮັດເປັນປະຈໍາ ແລະ ຕໍ່ເນື່ອງ.
- ສືບຕໍ່ຊີ້ນໍາ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບບັນຫາຫຍໍ້ທໍ້ ໃນສັງຄົມໃຫ້ໄວ, ໃຫ້ທ່ວງທັນກັບສະພາບການ ໂດຍສະເພາະການແກ້ໄຂບັນຫາປາກທ້ອງຂອງປະຊາຊົນ, ການຂະຫຍາຍການຜະລິດເປັນສິນຄ້າ,… ມອບໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການວາງມາດຕະການ ຕ້ານແລ້ງ-ຕ້ານຖ້ວມ, ການລະບາດ ຂອງພະຍາດ ກໍຄື ການຮັບມືກັບໄພພິບັດຕ່າງໆ, ລວມເຖິງບັນຫາອັກຄີໄພ ທີ່ເຫັນວ່າ ເກີດຂຶ້ນຢ່າງຕໍ່ເນື່ອງ.
- ສືບຕໍ່ນໍາພາຊີ້ນໍາ ການປັບປຸງກົງຈັກການຈັດຕັ້ງຂອງກະຊວງ, ອົງການ ແລະ ຂະແໜງການສາຍຕັ້ງ ຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມທິດຊີ້ນໍາ, ມີຜົນສໍາເລັດ ແລະ ທັນຕາມກໍານົດເວລາທີ່ວາງໄວ້. ພ້ອມກັນນັ້ນ, ກໍຮີບຮ້ອນສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດຕັ້ງຕາແສງ ໃນຂອບເຂດທົ່ວປະເທດ ໂດຍໃຫ້ມີແຜນກໍານົດສ້າງຕັ້ງ ຕິດພັນກັບແຜນຄົນ, ແຜນວຽກ (ຂະແໜງການ) ແລະ ແຜນງົບປະມານ.
- ສືບຕໍ່ຊີ້ນຳການຍູ້ຂະບວນການ ກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ເປັນຂະບວນການກວ້າງຂວາງ; ນໍາເອົາບັນດາເອກະສານ ກອງປະຊຸມໃຫຍ່ ໄປຈັດຕັ້ງສຳມະນາ, ຄົ້ນຄວ້າ ບັນຫາທີ່ຍັງບໍ່ທັນແຈ້ງ, ສືບຕໍ່ທາບທາມຄໍາເຫັນ ໃຫ້ກວ້າງຂວາງ ແລະ ເຂົ້າລວງເລິກຕື່ມ.
- ກະກຽມການດໍາເນີນຊີວິດການເມືອງ ທ້າຍສະໄໝ ຂອງຄະນະບໍລິຫານງານພັກກະຊວງ, ອົງການ, ນະຄອນຫຼວງ, ແຂວງ ແລະ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕິດພັນກັບການກະກຽມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕາມຫຼັກການ, ຂັ້ນຕອນ ແລະ ລະບຽບການ ຢ່າງຮັດກຸມ ແລະ ເຂັ້ມງວດ.
ທີ່ມາ: ສຳນັກງານສູນກາງພັກ