ຕິດຕາມກອງປະຊຸມຄວາມໝັ້ນຄົງ ອາຊີ-ປາຊີຟິກ Shanri-La Dialogue 2025 ຢູ່ສິງກະໂປ

- 333 3 - ຕິດຕາມກອງປະຊຸມຄວາມໝັ້ນຄົງ ອາຊີ-ປາຊີຟິກ Shanri-La Dialogue 2025 ຢູ່ສິງກະໂປ
- kitchen vibe - ຕິດຕາມກອງປະຊຸມຄວາມໝັ້ນຄົງ ອາຊີ-ປາຊີຟິກ Shanri-La Dialogue 2025 ຢູ່ສິງກະໂປ

         ກອງປະຊຸມສຸດຍອດດ້ານຄວາມໝັ້ນຄົງທີ່ສໍາຄັນທີ່ສຸດຂອງພາກພື້ນ ອາຊີ-ປາຊີຟິກ ກໍາລັງຈະເລີ່ມຂຶ້ນໃນອາທິດນີ້ແລ້ວ ນັ້ນຄືເວທີ Shangri-La Dialogue 2025 ເຊິ່ງຈັດໂດຍສະຖາບັນ IISS (International Institute for Strategic Studies) ໃນເວລານີ້ກໍາລັງກຽມຕ້ອນຮັບຜູ້ນໍາດ້ານປ້ອງກັນປະເທດຈາກທົ່ວໂລກ ໂດຍກອງປະຊຸມຈະມີຂຶ້ນລະຫວ່າງວັນທີ 30 ພຶດສະພາ – 1 ມິຖຸນາ 2025 ຢູ່ປະເທດສິງກະໂປ.

         ເວທີນີ້ບໍ່ພຽງເປັນບ່ອນລວມຕົວຂອງລັດຖະມົນຕີປ້ອງກັນປະເທດ, ຜູ້ນໍາທະຫານ, ນັກການທູດ ແລະ ຜູ້ຊ່ຽວຊານດ້ານຄວາມໝັ້ນຄົງຈາກອາຊີ-ປາຊີຟິກ, ເອີຣົບ ແລະ ອາເມລິກາເໜືອເທົ່ານັ້ນ, ແຕ່ຍັງເປັນພື້ນທີ່ “ເຈລະຈາທາງຍຸດທະສາດ” ເພື່ອຮັບມືຄວາມທ້າທາຍຮອບດ້ານຂອງພາກພື້ນໃນໄລຍະເວລາທີ່ການເມືອງໂລກກໍາລັງປ່ຽນຜ່ານຢ່າງວ່ອງໄວ.

- Visit Laos Visit SALANA BOUTIQUE HOTEL - ຕິດຕາມກອງປະຊຸມຄວາມໝັ້ນຄົງ ອາຊີ-ປາຊີຟິກ Shanri-La Dialogue 2025 ຢູ່ສິງກະໂປ

         ບຸກຄົນສໍາຄັນທີ່ຢືນຢັນເຂົ້າຮ່ວມ ບໍ່ວ່າຈະເປັນທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ເຊິ່ງທ່ານຈະກ່າວສູນທອນພົດເປີດກອງປະຊຸມໃນວັນທີ 30 ພຶດສະພາ ໂດຍຖືເປັນຄັ້ງທໍາອິດທີ່ຜູ້ນໍາຝຣັ່ງຂຶ້ນກ່າວໃນເວທີນີ້. ພ້ອມຄາດໝາຍວ່າຈະສະທ້ອນວິໄສທັດຂອງຝຣັ່ງໃນຖານະປະເທດເອີຣົບທີ່ມີບົດບາດໃນອິນໂດ-ປາຊີຟິກ.

         ນອກຈາກນີ້, ຍັງມີທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຈະກ່າວຖະແຫລງພິເສດ ສະທ້ອນມຸມມອງຂອງປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ທ່ານ ພີດ ເຮກເຊ ລັດຖະມົນຕີປ້ອງກັນປະເທດອາເມລິກາ ເປັນອີກໜຶ່ງຜູ້ມີບົດບາດສໍາຄັນທີ່ຢືນຢັນເຂົ້າຮ່ວມ ແລະ ຈະຂຶ້ນເວທີຫາລືກັບຜູ້ນໍາຈາກທົ່ວພາກພື້ນ.

         ຂະນະທີ່ຫົວຂໍ້ຕົ້ນຕໍທີ່ໜ້າຕິດຕາມໃນປີນີ້ ໄດ້ແກ່:

  1. ຄວາມໝັ້ນຄົງໃນມະຫາສະໝຸດອິນເດຍ (Securing the Indiam Ocean)
  2. ບັນຫາການປົກປ້ອງອະທິປະໄຕທາງທະເລ, ປາບປາມການລະເມີດກົດໝາຍເຊັ່ນ: ການປະມົງຜິດກົດໝາຍ, ລັກລອບຂົນຢາເສບຕິດ ແລະ ການຄ້າມະນຸດໃນນ່ານນໍ້າເສດຖະກິດສໍາຄັນຂອງໂລກ.
  3. ການແກ້ໄຂຄວາມສ່ຽງຈາກການແຜ່ຂະຫຍາຍອາວຸດນິວເຄຼຍໃນພາກພື້ນອາຊີ-ປາຊີຟິກ
  4. ການຫາກົນໄກຄວບຄຸມ ແລະ ຫລຸດອາວຸດນິວເຄຼຍ ທ່າມກາງຄວາມເຄັ່ງຕຶງລະຫວ່າງລັດມະຫາອໍານາດນິວເຄຼຍຫລາຍປະເທດໃນພາກພື້ນ.
  5. ການແຂ່ງຂັນລະຫວ່າງມະຫາອໍານາດ (Great Power Competition)
  6. ການປະທະທາງຍຸດທະສາດລະຫວ່າງອາເມລິກາ ແລະ ຈີນໃນພາກພື້ນ ລວມທັງບົດບາດຂອງປະເທດຕ່າງໆ ໃນການຮັກສາຄວາມສົມດູນ.

        ເວທີ Shangri-La Dialogue ຖືກຕິດຕາມຫລາຍໃນປີນີ້ ເພາະເກີດຂຶ້ນໃນໄລຍະທີ່ອິນໂດ-ປາຊີຟິກກໍາລັງເບາະບາງ ແລະ ການຫາລືຄັ້ງນີ້ອາດກໍານົດທິດທາງຄວາມໝັ້ນຄົງຂອງພາກພື້ນໃນອະນາຄົດອັນໃກ້ນີ້.

ອ້າງອີງ:

https://www.iiss.org/press/20252/04/us-secretary-of-defense-pete-hegseth-to-speak-at-iiss-shangri-la-dialogue-2025

- 3 - ຕິດຕາມກອງປະຊຸມຄວາມໝັ້ນຄົງ ອາຊີ-ປາຊີຟິກ Shanri-La Dialogue 2025 ຢູ່ສິງກະໂປ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!