ການໃຫ້ຖືພາແທນ (ອູ້ມບຸນ) ແມ່ນຜິດກົດໝາຍ ມີໂທດສູງສຸດ 19 ປີ ແລະ ປັບໃໝ 400 ລ້ານກີບ

- 8e54776b acc3 4417 b319 d675e3868044 - ການໃຫ້ຖືພາແທນ (ອູ້ມບຸນ) ແມ່ນຜິດກົດໝາຍ ມີໂທດສູງສຸດ 19 ປີ ແລະ ປັບໃໝ 400 ລ້ານກີບ
- kitchen vibe - ການໃຫ້ຖືພາແທນ (ອູ້ມບຸນ) ແມ່ນຜິດກົດໝາຍ ມີໂທດສູງສຸດ 19 ປີ ແລະ ປັບໃໝ 400 ລ້ານກີບ

ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ສຳພາດ ກ່ຽວກັບການໃຫ້ຖືພາແທນ ຫຼື ອູ້ມບຸນຜ່ານໜັງສືພິມປ້ອງກັນຄວາມສະຫງົບ ວັນທີ 29 ພຶດສະພາ 2025 ວ່າ: ໄລຍະປີ 2018 – ປີ 2019 ເຈົ້າໜ້າທີ່ໄດ້ພົບເຫັນ ມີການໂຄສະນາ ຮັບຈ້າງຖືພາແທນ ຫຼື ອູ້ມບຸນ ເກີດຂຶ້ນຫຼາຍ ແລະ ສາມາດຈັບຕົວຜູ້ກະທຳຜິດມາດໍາເນີນຄະດີຕາມກົດໝາຍ ໃນຂໍ້ຫາການຄ້າມະນຸດ ລວມມີທັງໝົດ 5 ເລື່ອງ ແລະ ມາຮອດປັດຈຸບັນນີ້ ສານປະຊາຊົນ ໄດ້ຕັດສິນບັນດາຄະດີດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງມີໂທດສູງສຸດເຖິງ 19 ປີ ແລະ ປັບໃໝສູງສຸດ 400 ລ້ານກີບ.

ປີ 2024 – ປີ 2025 ເຈົ້າໜ້າທີ່ພວກເຮົາກໍຍັງພົບເຫັນການໂຄສະນາຂອງກຸ່ມ ນາຍໜ້າຮັບຈ້າງໃຫ້ຖືພາແທນ ຫຼື ອູ້ມບຸນ ຜ່ານສື່ສັງຄົມ ອອນລາຍ, ດ້ວຍການໂຄສະນາວ່າ : ຕ້ອງການຄົນຮັບຈ້າງຖືພາ; ຈະໄດ້ຮັບຄ່າຈ້າງສູງ, ມີເງິນເກັບສາມາດແກ້ໄຂຊີວິດຄອບຄົວໃຫ້ດີຂື້ນໄດ້; ໃນເວລາທີ່ຖືພາກໍ່ຈະໄດ້ຮັບການເບີ່ງແຍງດູແລເປັນຢ່າງດີ; ມີຄົນຮັບໃຊ້, ອຳນວຍຄວາມສະດວກທຸກຢ່າງຕ່າງໆ ນານາ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ການໃຫ້ຖືພາແທນ (ອູ້ມບຸນ) ແມ່ນຜິດກົດໝາຍ ມີໂທດສູງສຸດ 19 ປີ ແລະ ປັບໃໝ 400 ລ້ານກີບ

ລັດຖະບານລາວ ໄດ້ອະນຸຍາດໃຫ້ໂຮງໝໍ ຫຼື ຄລີນິກເອກະຊົນ ທີ່ຕັ້ງຢູ່ ສປປ ລາວ ດຳເນີນການເຄື່ອນໄຫວ ບໍລິການໃຫ້ຖືພາແທນ ຫຼື ອູ້ມບຸນ ຢ່າງເດັດຂາດ ແລະ ການກະທຳດັ່ງກ່າວນີ້ ຈະຖືວ່າຜິດກົດໝາຍຂອງ ສປປ ລາວ ໂດຍສະເພາະ ຜິດປະມວນກົດໝາຍອາຍາ ມາດຕາ 215 ການຄ້າມະນຸດ, ເຊິ່ງໄດ້ກຳນົດວ່າ ຜູ້ທີ່ຈ້າງໃຫ້ຖືພາ ແລະ ຜູ້ທີ່ມີສ່ວນຮ່ວມ ຈະເປັນຜູ້ກະທຳຜິດກົດໝາຍໂດຍກົງ ແລະ ກໍຈະຖືກດຳເນີນຄະດີ ໃນຂໍ້ຫາ ຄ້າມະນຸດ.

ສ່ວນຜູ້ຮັບຈ້າງຖືພາ ກໍຈະເປັນຜູ້ກະທຳຜິດກົດໝາຍເຊັ່ນດຽວກັນ ແລະ ພ້ອມທັງມີຜົນກະທົບຕໍ່ ສຸຂະພາບ, ຈິດໃຈ ຂອງຕົນເອງ ແລະ ຄອບຄົວ. ລູກອ່ອນ ຫຼື ເດັກອ່ອນ ເກີດອອກມາ ກໍບໍ່ຮູ້ຊາຕາກຳ ໃຫຍ່ຂຶ້ນມາ ເຂົາເຈົ້າຈະເປັນແນວໃດ, ແຕ່ທີ່ແນ່ນອນແມ່ນເຂົາເຈົ້າ ໄດ້ຕົກເປັນຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ເຊິ່ງສຸດທີ່ເປັນໜ້າສົມເພດ ແລະ ເປັນໜ້າອີ່ດູຕົນສົງສານ ທີ່ສຸດ.  

ສະນັ້ນ, ຂ້າພະເຈົ້າ ໃນນາມຕາງໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຫວັງຢ່າງສູງວ່າ ຈະໄດ້ຮັບການຮ່ວມມື ຈາກທ່ານຜູ້ຟັງ, ຜູ້ຊົມ ກໍຄືທົ່ວສັງຄົມ ແລະ ພໍ່ແມ່ປະຊາຊົນ ໃນການໂຄສະນາໃຫ້ຂໍ້ມູນທີ່ຖືກຕ້ອງໃຫ້ແກ່ສັງຄົມ ແລະ ລູກຫຼານຂອງຕົນ ຢ່າງທົ່ວເຖິງເພື່ອຮັບຮູ້ເຂົ້າໃຈ, ມີສະຕິລະວັງຕົວ, ບໍ່ໃຫ້ຫຼົງເຊື່ອນາຍໜ້າ ຫຼື ບຸກຄົນທີ່ມາຊັກຊວນ ສະເໜີໃຫ້ຄ່າຕອບແທນສູງ ແລະ ອື່ນໆ.

ໃນກໍລະນີບຸກຄົນໃດ ບໍ່ວ່າຈະເປັນຄົນລາວ ຫຼື ຄົນຕ່າງປະເທດ ທີ່ມີຈຸດປະສົງຈ້າງຖືພາ ຫຼື ຮັບຖືພາແທນ ຕ້ອງເຂົ້າໄປຮັບຄຳປຶກສານຳແພດໝໍຢູ່ໂຮງໝໍຂອງລັດທີ່ກະຊວງສາທາລະນະສຸກກຳນົດເພື່ອໄດ້ຮັບຂໍ້ມູນທີ່ຖືກຕ້ອງ.

ເພື່ອເປັນການປະກອບສ່ວນຂອງທົ່ວປວງຊົນ ເຂົ້າໃນວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກໍຄືການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຖ້າຫາກທ່ານ ມີຂໍ້ມູນ ຫຼືວ່າ ພົບເຫັນແຫຼ່ງຂ່າວ ຂະບວນການນາຍໜ້າໂຄສະນາ, ຊອກຫາ, ຕິດຕໍ່ ຊັກຊວນ ເອົາແມ່ຍິງໄປຮັບຈ້າງຖືພາແບບບໍ່ຖືກຕ້ອງ ທ່ານສາມາດແຈ້ງເບີສາຍດ່ວນ 1300 ຫຼື ວັອດແອັບ 020 22881300 ຂອງກົມຕຳ ຫຼວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຫຼື ເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງ ເພື່ອຈະໄດ້ພ້ອມກັນ ສະກັດກັ້ນ ແລະ ແກ້ໄຂ ໃຫ້ທັນເວລາ.

ຂໍ້ມູນ: ໜັງສືພິມຄວາມສະຫງົບ

- 4 - ການໃຫ້ຖືພາແທນ (ອູ້ມບຸນ) ແມ່ນຜິດກົດໝາຍ ມີໂທດສູງສຸດ 19 ປີ ແລະ ປັບໃໝ 400 ລ້ານກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!