ອີລອນ ມັສ ປະກາດອໍາລາຈາກທໍານຽບຂາວ ແຕ່ໜ່ວຍງານ DOGE ຍັງຈະດໍາເນີນຕໍ່ໄປ

- elon musk2 - ອີລອນ ມັສ ປະກາດອໍາລາຈາກທໍານຽບຂາວ ແຕ່ໜ່ວຍງານ DOGE ຍັງຈະດໍາເນີນຕໍ່ໄປ
- kitchen vibe - ອີລອນ ມັສ ປະກາດອໍາລາຈາກທໍານຽບຂາວ ແຕ່ໜ່ວຍງານ DOGE ຍັງຈະດໍາເນີນຕໍ່ໄປ

ສຳນັກຂ່າວ BBC ລາຍງານ ວັນທີ 29 ພຶດສະພາ 2025 ນີ້ວ່າ:ຫລັງຈາກ ອີລອນ ມັສ (Elon Musk) ມະຫາເສດຖີທີ່ມີຊື່ສຽງ ເຈົ້າຂອງບໍລິສັດລົດ Tesla, ຜູ້ທີ່ມີສ່ວນຮ່ວມໃນການຈັດການປະສິດທິພາບງົບປະມານລັດ (Department of Government Efficiency: DOGE) ໄດ້ອອກມາໂພສຜ່ານແພັດຟອມ X ເພື່ອກ່າວອໍາລາລັດຖະບານສະຫະລັດອາເມລິກາ ທີ່ໃຫ້ມາມີສ່ວນຮ່ວມໃນການປັບຫລຸດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ, ປັບໂຄງສ້າງໜ່ວຍງານລັດ ແລະ ນໍາເອົາເຕັກໂນໂລຊີມາປັບໃຊ້ໃນການບໍລິຫານ.

ຕາມຂໍ້ຄວາມຂອງ ອີລອນ ມັສ ໃນແພັດຟອມ X ໄດ້ກ່າວເຖິງໄລຍະທີ່ຕົນເບິ່ງແຍງ DOGE ແລະ ກໍາລັງຈະສິ້ນສຸດລົງ ພ້ອມກັບຂອບໃຈ ທຣໍາ ທີ່ໃຫ້ໂອກາດ ໄດ້ເຂົ້າມາມີສ່ວນຮ່ວມກັບໜ່ວຍງານນີ້ຂອງລັດຖະບານ ໃນຕໍາແໜ່ງ ‘ພະນັກງານພິເສດຂອງລັດຖະບານ(Special Government Employee)’ ເຊິ່ງອະນຸຍາດໃຫ້ເຮັດວຽກໃນຕໍາແໜ່ງຂອງລັດຖະບານກາງໄດ້ 130 ມື້ຕໍ່ປີ ທີ່ກໍາລັງຈະຄົບກໍານົດໃນໄລຍະທ້າຍເດືອນພຶດສະພານີ້, ໂດຍໄດ້ເນັ້ນຕື່ມວ່າ ພາລະກິດຂອງ DOGE ຈະຍິ່ງເຂັ້ມແຂງຂຶ້ນເມື່ອເວລາຜ່ານໄປ ແລະ ຈະກາຍເປັນແນວທາງປະຕິບັດທົ່ວລັດຖະບານ.

ການປະກາດລາອອກນີ້ເກີດຂຶ້ນ ຫລັງຈາກທີ່ ອີລອນ ມັສ ອອກມາບອກວ່າ ຕົນຮູ້ສຶກຜິດຫວັງກັບຮ່າງກົດໝາຍງົບປະມານຂອງ ທ່ານ ທຣໍາ ເຊິ່ງສະເໜີການຫລຸດພາສີຫລາຍລ້ານໂດລາສະຫະລັດ ແລະ ການເພີ່ມງົບປະມານດ້ານປ້ອງກັນປະເທດ, ເຊິ່ງໄດ້ກ່າວໃນການໃຫ້ສໍາພາດກັບ CBS ວ່າ “ຮ່າງກົດໝາຍທີ່ຍິ່ງໃຫຍ່ ແລະ ສວຍງາມ” ຕາມທີ່ທ່ານ ທຣໍາ ເອີ້ນນັ້ນ ຈະເຮັດໃຫ້ຂາດດຸນຂອງລັດຖະບານກາງເພີ່ມຂຶ້ນ.

- 4 - ອີລອນ ມັສ ປະກາດອໍາລາຈາກທໍານຽບຂາວ ແຕ່ໜ່ວຍງານ DOGE ຍັງຈະດໍາເນີນຕໍ່ໄປ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!