ຣັດເຊຍ-ອູແກຣນ ຕົກລົງແລກປ່ຽນນັກໂທດ ແຕ່ຍັງບໍ່ຢຸດຍິງ


ຣັດເຊຍ ແລະ ອູແກຣນຕົກລົງຈະແລກປ່ຽນນັກໂທດກັນອີກ ລວມທັງເຫັນພ້ອມເລື່ອງການສົ່ງເສີມສົບທະຫານ ໃນລະຫວ່າງການເຈລະຈາໂດຍກົງຮອບຫລ້າສຸດຢູ່ນະຄອນອິສຕັນບູລ ປະເທດຕວກກີ ໃນວັນທີ 2 ມິຖຸນາ. ນອກຈາກນີ້ ຕ່າງຝ່າຍຍັງໄດ້ແລກປ່ຽນຮ່າງບັນທຶກທີ່ລະບຸເງື່ອນໄຂທີ່ເປັນໄປໄດ້ສໍາລັບການເຮັດສົນທິສັນຍາສັນຕິພາບໃນອະນາຄົດ. ຂະນະທີ່ທັງສອງຝ່າຍຍັງບໍ່ສາມາດບັນລຸຂໍ້ຕົກລົງຢຸດການສູ້ຮົບໄດ້ໃນທັນທີ.
ການເຈລະຈາຄັ້ງນີ້ໃຊ້ເວລາປະມານໜຶ່ງຊົ່ວໂມງ ຖືເປັນການເຈລະຈາໂດຍກົງຮອບທີສອງລະຫວ່າງອູແກຣນ ແລະ ຣັດເຊຍ ນັບແຕ່ເດືອນມີນາ 2022 ໂດຍທັງສອງຝ່າຍເປີດເຜີຍພາຍຫລັງການເຈລະຈາວ່າຈະດໍາເນີນການແລກປ່ຽນຊະເລີຍເສິກເພີ່ມອີກຈາກທີ່ມີການແລກປ່ຽນນັກໂທດ 1,000 ຄົນຈາກແຕ່ລະຝ່າຍພາຍຫລັງການເຈລະຈາຮອບທໍາອິດຢູ່ອິສຕັນບູລ ໃນວັນທີ 15 ພຶດສະພາ. ອີກທັງໃນການຫາລືຮອບນີ້ ຣັດເຊຍ ແລະ ອູແກຣນ ຍັງເຫັນພ້ອມຈະສົ່ງຄືນສົບທະຫານຝ່າຍລະ 6,000 ຄົນ.
ທ່ານ ວະລາດິເມຍ ເມດິນສກີ ຫົວໜ້າຄະນະຜູ້ແທນຣັດເຊຍ ກ່າວວ່າ: ຂໍ້ຕົກລົງທີ່ສອງຝ່າຍເຫັນພ້ອມຮ່ວມກັນໃນຄັ້ງນີ້ຈະເນັ້ນການແລກປ່ຽນຊະເລີຍເສິກທີ່ປ່ວຍໜັກ ແລະ ບາດເຈັບ ລວມທັງທະຫານທີ່ອາຍຸຕໍ່າກວ່າ 25 ປີ ໂດຍທ່ານຄາດວ່າຈະມີນັກໂທດບໍ່ຕໍ່າກວ່າ 1,000 ຄົນຈາກແຕ່ລະຝ່າຍໃນການແລກປ່ຽນຮອບໃໝ່.
ທ່ານ ເມດິນສກີ ຍັງຢືນຢັນອີກວ່າ: ຣັດເຊຍໄດ້ສົ່ງຮ່າງຂໍ້ຕົກລົງທີ່ລະບຸເງື່ອນໄຂຂອງມົດສະກູສໍາລັບການຢຸດຍິງຢ່າງເຕັມຮູບແບບໃຫ້ອູແກຣນນໍາອີກ.
ທ່ານ ຣຸສເຕມ ຢູເມຣອບ ລັດຖະມົນຕີປ້ອງກັນປະເທດອູແກຣນ ໃນຖານະຫົວໜ້າຄະນະຜູ້ແທນກຽບ ເປີດເຜີຍວ່າ: ຈະພິຈາລະນາຮ່າງຂໍ້ຕົກລົງສັນຕິພາບຈາກມົດສະກູ. ຂະນະທີ່ອູແກຣນໄດ້ເຮັດຮ່າງຂໍ້ຕົກລົງໃນຮູບແບບຂອງຕົນເຊັ່ນກັນ.
ທັງນີ້, ອູແກຣນກ່າວວ່າ: ມົດສະກູປະຕິເສດຂໍ້ຮຽກຮ້ອງຢຸດຍິງໂດຍບໍ່ມີເງື່ອນໄຂ, ແຕ່ສະເໜີໃຫ້ຢຸດຍິງຊົ່ວຄາວເປັນເວລາ 2-3 ວັນໃນບາງສ່ວນຂອງແນວໜ້າແທນ ເພື່ອໃຫ້ສາມາດເກັບສົບທະຫານໄດ້.
ທ່ານ ຢູເມຣອບ ກ່າວອີກວ່າ: ອູແກຣນຍັງໄດ້ສະເໜີໃຫ້ຈັດການເຈລະຈາເພີ່ມອີກກ່ອນທ້າຍເດືອນມິຖຸນານີ້, ແຕ່ເຊື່ອວ່າກອງປະຊຸມລະຫວ່າງປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ກັບປະທານາທິບໍດີ ວະລາດິເມຍ ປູຕິນ ເທົ່ານັ້ນຈະສາມາດແກ້ໄຂບັນຫາຄວາມຂັດແຍ່ງຕ່າງໆໄດ້.
ຂະນະທີ່ປະທານາທິບໍດີ ເຣເຈບ ໄຕຢິບ ແອຣໂດອັນ ຂອງຕວກກີ ລະບຸວ່າ: ກອງປະຊຸມໃນຄັ້ງນີ້ເປັນກອງປະຊຸມທີ່ດີ ພ້ອມສະແດງຄວາມຫວັງວ່າຈະສາມາດເຊີນທ່ານ ປູຕິນ ແລະ ທ່ານ ເຊເລນສກີ ມາພົບປະຫາລືກັນຢູ່ຕວກກີ ພ້ອມກັບປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ໄດ້.