ຕໍາຫລວດໄຊຍະບູລີຈັບຜູ້ຄ້າຢາເສບຕິດອັນຕະລາຍມາດໍາເນີນຄະດີ


ທ້າວ ຄໍາ ອາຍຸ 31 ປີຢູ່ບ້ານຫາດດ້າຍເມືອງປາກລາຍແຂວງໄຊຍະບູລີ, ຖືກເຈົ້າໜ້າທີ່ ປກສ ເມືອງປາກລາຍຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍເມື່ອບໍ່ດົນມານີ້, ໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີອາວຸດເສິກໄວ້ ຄອບຄອງເປັນຈໍານວນຫລາຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າທ້າວ ຄໍາ ມີການເຄື່ອນໄຫວລັກລອບຄ້າຂາຍຢາເສບຕິດມາດົນສົມຄວນ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມ ແລະ ຮູ້ຂ່າວມາວ່າຜູ້ກ່ຽວຈະເອົາຢາເສບຕິດປະເພດຢາບ້າໄປສົ່ງໃຫ້ຜູ້ສັງຊື້ຢູູ່ເສັ້ນທາງ 4R ເຂດບ້ານຫາດດ້າຍຫາບ້ານສຸວັນນະພູມເມືອງປາກລາຍ, ຈິ່ງໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຕັ້ງຈຸດກວດກາຕາມເສັ້ນທາງດັ່ງກ່າວ ແລະ ພໍຮອດຕອນແລງຈຶ່ງເຫັນຜູ້ກ່ຽວຂັບຂີ່ລົດຈັກບໍ່ມີປ້າຍທະບຽນມາດ້ວຍຄວາມໄວ, ຈິ່ງໄດ້ຢຸດລົດເພື່ອກວດກາ ແລະ ພົບເຫັນຢາບ້າ 60 ເມັດຊຸກເຊື່ອງໄວ້ໃນກະເປົາເງິນ, ພ້ອມເງິນອີກ 3 ແສນກີບ ແລະ ພາຍຫລັງໄປກວດຄົ້ນເຮືອນຜູ້ກ່ຽວພົບເຫັນອາວຸດເສິກຫລາຍຊະນິດຄື: ລະເບີດ 9 ໜ່ວຍ, ປືນອາກ້າທ້າຍພັບ 1 ກະບອກ, ພ້ອມກະສູນ 450 ກວ່າລູກ, ໝື້ໝາກຝ່າ 1 ກິໂລ,ປືນແກ໋ບ 3 ກະບອກ, ໝື້ລູກປືນໃຫຍ່ 1,6 ກິໂລ ແລະ ວັດຖຸປະກອບປືນອີກຈໍານວນໜຶ່ງ, ເຈົ້າໜ້າທີ່ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວເປັນຂອງຕົນແທ້, ເຊິ່ງໄດ້ຊື້ມາຈາກຂະບວນການດຽວກັນເພື່ອມາຈໍາໜ່າຍໃຫ້ໄວລຸ້ນຊາວໜຸ່ມພາຍໃນເມືອງ, ສ່ວນອາວຸດຕ່າງໆແມ່ນໝູ່ໄດ້ເອົາມາຝາກໄວ້ກັບຕົນໄດ້ຫລາຍປີແລ້ວ ແລະ ຄະດີຢາເສບຕິດອັນຕະລາຍນີ້, ເຈົ້າໜ້າທີ່ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງດັ່ງກ່າວສາມາດຈັບຂະບວນການຄ້າຢາເສບຕິດໃນແຂວງຂອງຕົນໄດ້ 4 ກຸ່ມ ແລະ ມີຜູ້ຕ້ອງຫາ 12 ຄົນຄື: ນາງ ຝາມຫີນ ອາຍຸ 35 ປີຢູ່ບ້ານໂນນສະຫວັນ, ນາງ ເຝີຍເຢົາ ອາຍຸ 27 ປີຢູ່ບ້ານປຸ່ງ, ທ້າວ ຄໍາຫລ້າ ອາຍຸ 33 ປີຢູ່ບ້ານຖິ່ນ, ທ້າວ ໂຊດ ອາຍຸ 23 ປີ, ທ້າວ ສົມໝາຍ ອາຍຸ 38 ປີ ແລະ ທ້າວ ອານຸສີນ ອາຍຸ 35 ປີຢູ່ເມືອງໄຊຍະບູລີ, ທ້າວ ວິໄຊທໍ ອາຍຸ 42 ປີ, ນາງ ສີມອນ ຢູ່ບ້ານຫ້ວຍຊໍາອໍ້ເມືອງໄຊຍະບູລີ ທ້າວ ໄຊຊົງ ອາຍຸ 20 ປີຢູ່ບ້ານຊຽງຕອງເມືອງປາກທາແຂວງບໍ່ແກ້ວ, ທ້າວ ໄຊຍະສິດ ອາຍຸ 30 ປີຢູ່ບ້ານໃຫຍ່, ທ້າວ ເນັງຊົງ ອາຍຸ 25 ປີ, ທ້າວ ຄູຊົງ ອາຍຸ 21 ປີ ແລະ ນາງ ເຢຍຫວາ ອາຍຸ 16 ປີຢູ່ບ້ານທຽວ, ທ້າວ ລີຊົງ ອາຍຸ 22 ປີ ແລະ ທ້າວ ສູຊົງ ອາຍຸ 22 ປີຢູ່ເມືອງເຟືອງແຂວງວຽງຈັນ, ໂດຍສາມາດຢຶດຂອງກາງປະເພດຢາບ້າໄດ້ຈໍານວນຫລາຍພັນເມັດ, ພ້ອມທັງອາວຸດ, ພາຫະນະ, ໂທລະສັບ, ເງິນ ແລະ ວັດຖຸອື່ນໆທີ່ໃຊ້ເຂົ້າໃນການກະທໍາຜິດອີກຈໍານວນໜຶ່ງ, ຊຶ່ງເຈົ້າໜ້າທີ່ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.