ສະພາແຫ່ງຊາດ ຈະຮັບຮອງເອົາມະຕິ ກອງປະຊຸມສະໄໝສາມັນເທື່ອທີ 9 ຈຳນວນ17 ສະບັບ

- 504524900 1272069678255848 5802340538496331723 n - ສະພາແຫ່ງຊາດ ຈະຮັບຮອງເອົາມະຕິ ກອງປະຊຸມສະໄໝສາມັນເທື່ອທີ 9 ຈຳນວນ17 ສະບັບ
- kitchen vibe - ສະພາແຫ່ງຊາດ ຈະຮັບຮອງເອົາມະຕິ ກອງປະຊຸມສະໄໝສາມັນເທື່ອທີ 9 ຈຳນວນ17 ສະບັບ

ວັນທີ 5 ມິຖຸນາ 2025 ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະດຳເນີນໄປແຕ່ ວັນທີ 9 ເຖິງວັນທີ 26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຈະໃຊ້ເວລາທັງໝົດ 14 ວັນ (ບໍ່ລວມວັນພັກທາງລັດຖະການ) ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:

ວຽກງານລັດຖະບານ ມີ 6 ບົດ:

- Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດ ຈະຮັບຮອງເອົາມະຕິ ກອງປະຊຸມສະໄໝສາມັນເທື່ອທີ 9 ຈຳນວນ17 ສະບັບ
  1. ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025
  2. ບົດລາຍງານກ່ຽວກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030)
  3. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງ ງານໄຟຟ້າ
  4. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ
  5. ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ
  6. ບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.

ວຽກງານສ້າງ ແລະ ປັບປຸງກົດໝາຍ ມີຈໍານວນ 10 ສະບັບ ໃນນີ້ມີ:

  • ຮ່າງກົດໝາຍສ້າງໃໝ່ 5 ສະບັບ: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ; ກົດໝາຍວ່າດ້ວຍສັງຄົມສົງເຄາະ; ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ; ກົດໝາຍວ່າດ້ວຍສາມັນສຶກສາ ແລະ ກົດໝາຍວ່າດ້ວຍການປູກຝັງ.
  • ຮ່າງກົດໝາຍປັບປຸງ 5 ສະບັບ: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍວ່າດ້ວຍ ອາກອນລາຍໄດ້; ກົດໝາຍວ່າດ້ວຍ ປ້າຍ; ກົດໝາຍວ່າດ້ວຍ ສານປະຊາຊົນສູງສຸດ; ກົດໝາຍວ່າດ້ວຍ ຊົນລະປະທານ.

ວຽກງານສະພາແຫ່ງຊາດ ມີ 2 ບົດ:

  1. ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX
  2. ບົດລາຍງານກ່ຽວກັບການທາບທາມຮ່າງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X.

ມະຕິກອງປະຊຸມສະພາແຫ່ງຊາດ ມີ 17 ສະບັບ ໃນນີ້:
ມະຕິຮັບຮອງເອົາວຽກງານລັດຖະບານ ມີ 6 ສະບັບ:

  1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025
  2. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025
  3. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ
  4. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ
  5. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບຜົນການສະຫລຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ
  6. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ-ສ້ອມແປງທາງໄລຍະໃໝ່.

ມະຕິຮັບຮອງເອົາວຽກງານສະພາແຫ່ງຊາດ ມີ 1 ສະບັບ:

  1. ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະ ຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.

ມະຕິວ່າດ້ວຍການຮັບຮອງເອົາຮ່າງກົດໝາຍ ຈໍານວນ 10 ສະບັບ.

- 356379914 749535273842627 3655500244410359215 n 1024x683 - ສະພາແຫ່ງຊາດ ຈະຮັບຮອງເອົາມະຕິ ກອງປະຊຸມສະໄໝສາມັນເທື່ອທີ 9 ຈຳນວນ17 ສະບັບ

ໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ 156 ໃນໂມງລັດຖະການ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມສະພາແຫ່ງຊາດ.

ທີ່ມາ: ຂ່າວຜູ້ແທນປະຊາຊົນ

- 4 - ສະພາແຫ່ງຊາດ ຈະຮັບຮອງເອົາມະຕິ ກອງປະຊຸມສະໄໝສາມັນເທື່ອທີ 9 ຈຳນວນ17 ສະບັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!