ໂຈະການນໍາເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ


ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະ ການ ຄໍາ ສະບັບເລກທີ 2072/ອຄ, ລົງວັນທີ 15 ພະຈິກ 2023;
ອີງຕາມ ຄໍາສັ່ງວ່າດ້ວຍ ການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023;
ອີງຕາມ ແຈ້ງການຫ້ອງວ່າການສູນກາງພັກ ພັກປະຊາຊົນປະຕິວັດລາວ ກ່ຽວກັບທິດຊີ້ນໍາກ່ຽວກັບວຽກງານ ຈຸດສຸມໃນການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງກະຊວງອຸດສາຫະກຳ ແລະ ການຄໍາ ສະບັບເລກທີ 383/ຫສພ, ລົງວັນທີ 13 ສິງຫາ 2024;
ອີງຕາມ ການເຫັນດີເປັນເອກະພາບຂອງ ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ.
ເພື່ອປະຕິບັດໃຫ້ຄວາມສອດຄ່ອງກັບກົດໝາຍວ່າດ້ວຍອາຫານ ແລະ ນິຕິກຳທີ່ກ່ຽວຂ້ອງຂອງກະຊວງ ສາທາລະນະສຸກ ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ. ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ:
1. ໂຈະການນໍາເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ເປັນຕົ້ນ ຜະລິດຕະພັນນໍ້າດື່ມໃນພາຊະນະບັນຈຸປິດ, ເຄື່ອງດື່ມຊຸກຳລັງ, ເຄື່ອງດື່ມປະສົມວິຕາມິນຕ່າງໆ, ອາຫານເສີມ ແລະ ປາແດກປຸງສຸກສໍາເລັດຮູບ ທີ່ບໍ່ແຈ້ງຂຶ້ນທະບຽນນໍາກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ບໍ່ໄດ້ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າ ທີ່ເປັນພາສາລາວ ນັບແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແທນແຈ້ງການສະບັບນີ້;
2. ການພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ຕ້ອງດໍາເນີນມາແຕ່ຕົ້ນທາງ (ຈາກໂຮງງານ) ແລະ ໃຫ້ເລີ່ມປະຕິບັດແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ໃນໄລຍະຂ້າມຜ່ານການຈັດຕັ້ງປະຕິບັດ ບໍລິສັດນໍາເຂົ້າ ແລະ ສົ່ງອອກ, ຜູ້ຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ສາມາດພິມເປັນສະຕິກເກີ້ ຕິດໃສ່ ຜະລິດຕະພັນໄດ້.
3. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການສົມທົບ ພະແນກສາທາລະນະ ສຸກ, ພະແນກການເງິນ ແລະ ບັນດາດ່ານນໍາເຂົ້າ ເຂັ້ມງວດໃນການຕິດຕາມ ກວດກາ ແລະ ຫ້າມບໍ່ໃຫ້ມີການນໍາ ເຂົ້າ ແລະ ຈໍາໜ່າຍໃນທຸກຮູບແບບ ຫາກບໍ່ໄດ້ແຈ້ງຂຶ້ນທະບຽນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ ເປັນພາສາລາວ.
4. ໃຫ້ບັນດາ ບໍລິສັດນໍາເຂົ້າ, ຮ້ານຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ຮີບຮ້ອນພົວພັນກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເພື່ອຂຶ້ນທະບຽນຜະລິດຕະພັນ ແລະ ພິມເລກທະບຽນ ອຍ ໃສ່ສະຫຼາກສິນຄ້າ ທີ່ເປັນພາສາລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາຫານ ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013 ໃຫ້ສໍາເລັດກ່ອນວັນທີ 31 ທັນວາ 2024.
5. ບໍລິສັດນໍາເຂົ້າ, ຮ້ານຂາຍຍົກ-ຂາຍຍ່ອຍ ແລະ ຜູ້ຜະລິດພາຍໃນ ທີ່ລະເມີດແຈ້ງການສະບັບນີ້ ຈະຖືກປະຕິບັດ ມາດຕະການປັບໃໝ, ຢຶດສິນຄ້າ ລວມໄປເຖິງການໂຈະ ຫຼື ຍົກເລີກສິດ ໃນການເປັນຜູ້ນໍາເຂົ້າ, ຂາຍຍົກ-ຂາຍຍ່ອຍ ແລະ ຜະລິດ.
6. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສະຫຼຸບລາຍງານ ການຈັດຕັ້ງປະຕິບັດມາຍັງ ກົມການແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຊ້າສຸດບໍ່ໃຫ້ກາຍ ອາທິດທີ 3 ຂອງແຕ່ລະເດືອນ.
7. ແຈ້ງການສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ

