ສ້າງໃຫ້ປະເທດລາວ ກາຍເປັນປະເທດສີຂຽວ, ສະອາດງາມຕາ ປາສະຈາກ ຂີ້ເຫຍື້ອປລາສະຕິກ


ໂດຍ: ຜາຕຸງ
ປີນີ້ ສປປ ລາວ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກຄົບຮອບ 52 ປີ ພາຍໃຕ້ຄຳຂວັນທີ່ວ່າ: “ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ”. ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນທີ່ວ່າ: “ຫຼຸດຜ່ອນມົນລະພິດທາງປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ” ຈຸດປະສົງກໍ່ເພື່ອສ້າງຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຮ່ວມກັນແກ້ໄຂບັນຫາໂລກຮ້ອນ ອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ຮ່ວມແຮງຮ່ວມໃຈກັນຫຼຸດຜ່ອນການນຳໃຊ້ປລາສຕິກ ແລະ ແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສິ່ງແວດລ້ອມ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນານາພັນ.
ສໍາລັບ ສປປ ລາວ ພວກເຮົາແລ້ວການຈັດຕັ້ງສະເຫຼີມສະຫຼອງວັນສຳຄັນນີ້ກໍ່ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະບານ ໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມກັນແກ້ໄຂບັນຫາສິ່ງແວດລ້ອມທີ່ເຊື່ອມໂຊມສົ່ງຜົນກະທົບຕໍ່ເສດຖະກິດ,ການດໍາລົງຊີວິດຂອງມວນມະ ນຸດ ແລະ ສິ່ງທີ່ມີຊີວິດຢູ່ໃນໂລກ; ເພື່ອປ້ອງ ກັນໄພພິບັດ ແລະ ປັບຕົວເຂົ້າກັບກັບສະພາບການປ່ຽນ ແປງດິນຟ້າອາກາດຕາມຄຳຂວັນ ວັນສິ່ງແວດລ້ອມຄື “ຫຼຸດຜ່ອນມົນລະພິດທາງປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ”.
ເວົ້າເລື່ອງຂີ້ເຫຍື້ອ ປະຊາຊົນລາວ ສ່ວນຫຼາຍຍັງມີຄວາມຊິນເຄີຍ ໃນການນຳໃຊ້ປລາສຕິກເຂົ້າໃນການດຳລົງລົງຊີວິດປະຈຳວັນນັບມື້ມີຈຳນວນເພີ່ມຂຶ້ນໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະ ຕາມສະຖານທີ່ທ່ອງທ່ຽວຕ່າງໆແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນ ແລະ ການ ທໍາລາຍຢ່າງຖືກວິທີຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ແຕ່ລັດຖະບານກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງ ເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການແລະນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດ ເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ.
ຜ່ານມາກໍຄືປະຈຸບັນ ລັດຖະບານມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄດ້ກໍານົດໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານແຫ່ງຊາດກ່ຽວກັບການຄຸ້ມຄອງປລາສຕິກ ຂອງ ສປປ ລາວ ປີ2024-2030 ໄປພ້ອມກັບການຜັນຂະຫຍາຍມາເປັນລະບຽບການ, ຄູ່ມືແນະນໍາເພື່ອຄວບຄຸມ, ຫຼຸດຜ່ອນແລະກໍາຈັດຢ່າງຖືກວິທີ.
ພ້ອມກັນນັ້ນ, ກໍໄດ້ເຊື່ອມສານວຽກງານສິ່ງແວດ ລ້ອມ ເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆເປັນຕົ້ນ: ການສຶກສາ, ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະ ອື່ນໆ ໃຫ້ແກ່ການຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອແກ້ໄຂບັນຫາມົນລະພິດປລາສະຕິກ ແລະ ຟື້ນຟູສະພາບແວດລ້ອມ ຢູ່ ສປປ ລາວ, ມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ,ອົງການຈັດຕັ້ງສັງຄົມເພື່ອປູກຈິດສໍານຶກໃຫ້ສັງຄົມ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງແລະຫຼຸດຜ່ອນມົນລະພິດຈາກປລາສະ ຕິກ ກໍ່ຄືການປະກອບສ່ວນແກ້ໄຂຮ່ວມກັນກັບປະຊາຄົມໂລກ ໄປພ້ອມກັບການສົ່ງເສີມການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະ ຍືນຍົງ.
ເຖິງເວລາແລ້ວ ທີ່ພວກເຮົາຕ້ອງພ້ອມໃຈກັນກັບຄືນມານຳໃຊ້ພູມປັນຍາທ້ອງຖິ່ນອັນລ້ຳຄ່າຂອງຊາດລາວເຮົາ ເພື່ອເປັນການສົ່ງເສີມຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໂດຍຫັນມານໍາໃຊ້ຜະລິດຕະພັນທາງເລືອກທີ່ບໍ່ທຳລາຍສິ່ງແວດລ້ອມ, ເພື່ອເຮັດໃຫ້ການປະຕິບັດຄາດໝາຍການຫຼຸດຜ່ອນນຳໃຊ້ ປລາສຕິກ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ເປັນເຈົ້າການໃນການຮ່ວມກັນແຍກປະເພດຂີ້ເຫຍື້ອ, ບໍ່ຖີ້ມຂີ້ເຫຍື້ອຊະຊາຍ ແລະ ປະຕິບັດ 3 ຫຼັກການຄື: ຫຼຸດປະລິມານການນຳໃຊ້, ນຳກັບມາໃຊ້ຄືນ ແລະ ນໍາໄປຜະລິດຄືນໃໝ່, ໄປພ້ອມກັບການປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດ ເພື່ອສ້າງໃຫ້ປະ ເທດລາວ ກາຍເປັນປະເທດ ສີຂຽວ, ສະອາດງາມຕາ.