ປີນີ້ທົ່ວໂລກມີຄົນເຮັດວຽກສື່ເສຍຊີວິດ 65 ຄົນ

- 1513667622830 960x0 - ປີນີ້ທົ່ວໂລກມີຄົນເຮັດວຽກສື່ເສຍຊີວິດ 65 ຄົນ
- kitchen vibe - ປີນີ້ທົ່ວໂລກມີຄົນເຮັດວຽກສື່ເສຍຊີວິດ 65 ຄົນ

ກຸ່ມ​ນັກ​ຂ່າວ​ໄຮ້​ພົມ​​ແດນ​ເປີດ​ເຜີຍ​ລາຍ​ງານ​ປະຈຳ​ປີ​ໃນ​ວັນ​ທີ 19 ທັນວາ​ວ່າ: ປີ​ນີ້​ທົ່ວ​ໂລກ​ມີ​ນັກ​ຂ່າວ ​ແລະ ຄົນ​ເຮັດ​ວຽກ​ດ້ານ​ຂ່າວ​ເສຍ​ຊີວິດ 65 ຄົນ ມີ​ທັງ​ຖືກ​ຄາດ​ຕະກຳ ​ແລະ ຖືກ​ລູກ​ຫລົງ​ຂະນະ​ປະຕິບັດ​ໜ້າ​ທີ່.

ລາຍ​ງານ​ລະບຸ​ວ່າ: ຄົນ​ເຮັດ​ວຽກ​ຂ່າວ​ທີ່​ເສຍ​ຊີວິດ 65 ຄົນ ຖືກ​ຄາດ​ຕະກຳ 39 ຄົນ ທີ່​ເຫລືອ​ຖືກ​ລູກ​ຫລົງ​ຂະນະ​ປະຕິບັດ​ໜ້າ​ທີ່​ເຊັ່ນ: ປະຕິບັດ​ການ​ໂຈມ​ຕີ​ທາງ​ອາກາດ, ລະ​ເບີດ​ຂ້າ​ຕົວ​ຕາຍ ຊີຣີ​ເປັນ​ປະ​ເທດ​ທີ່​ມີ​ນັກ​ຂ່າວ​ເສຍ​ຊີວິດ​ຫລາຍ​ທີ່​ສຸດ 12 ຄົນ, ​​ເມັກ​ຊິກ​ມີ​ນັກ​ຂ່າວ​ຖືກ​ຄາດ​ຕະກຳ​ຫລາຍ​ທີ່​ສຸດ 11 ຄົນ. ຈຳນວນ​ນັກ​ຂ່າວ​ມື​ອາຊີບ​ທີ່​ເສຍ​ຊີວິດ​ໃນ​ປີ​ນີ້​ມີ 50 ຄົນ ໜ້ອຍ​ທີ່​ສຸດ​ໃນ​ຮອບ 14 ປີ ສ່ວນ​ໜຶ່ງ​ເພາະ​ນັກ​ຂ່າວ​ພາກັນ​ອອກ​ຈາກ​ພື້ນທີ່​ອັນຕະລາຍ ຄື​ຊີຣີ, ອີຣັກ, ​ເຢ​ເມນ ​ແລະ ລີ​ບີ. ຂະນະ​ດຽວ​ກັນ ​ໄດ້​ຮັບ​ການ​ເຝິກຝົນ ​ແລະ ຄຸ້ມ​ຄອງ​ດີ​ຂຶ້ນ​ໃນ​ການ​ເຮັດ​ວຽກ​ໃນ​ພື້ນທີ່​ສົງຄາມ.

- Visit Laos Visit SALANA BOUTIQUE HOTEL - ປີນີ້ທົ່ວໂລກມີຄົນເຮັດວຽກສື່ເສຍຊີວິດ 65 ຄົນ

ກຸ່ມ​ນັກ​ຂ່າວ​ໄຮ້​ພົມ​ແດນ​ລະບຸ​ອີກ​ວ່າ: ຕວກກີ​ເປັນ​ປະ​ເທດ​ທີ່​ນັກ​ຂ່າວ​ມື​ອາຊີບ​ຖືກ​ຄວບ​ຄຸມ​ຕົວ​ຫລາຍ​ທີ່​ສຸດ 42 ຄົນ ​ແລະ ຄົນ​ເຮັດ​ວຽກ​ຂ່າວ​ອີກ 1 ຄົນ. ການ​ວິພາກ​ວິຈານ​ລັດຖະບານ, ​ເຮັດ​ວຽກ​ໃຫ້​ສື່​ທີ່​ທາງ​ການ​ຕ້ອງ​ສົງ​ໄສ, ຕິດ​ຕໍ່​ກັບ​ແຫ​ລ່ງຂ່າວ​ທີ່​ເປັນ​ບັນຫາ​ອ່ອນ​ໄຫວ ຫລື ​ໃຊ້​ບໍລິການ​ຮັບ​ສົ່ງ​ຂໍ້ຄວາມ​ທີ່​ມີ​ການ​ເຂົ້າລະຫັດ​ ລ້ວນ​ເປັນສາ​ເຫດ​ໃຫ້​ນັກ​ຂ່າວ​ຖືກ​ຈອງ​ຈຳ​ໃນ​ຂໍ້​ຫາ​ກໍ່​ການ​ຮ້າຍ​ໄດ້, ​ແຕ່​ຖ້າ​ລວມ ຈີນ​ເປັນ​ປະ​ເທດ​ທີ່​ຈອງ​ຈຳ​ນັກ​ຂ່າວ​ຫລາຍ​ທີ່​ສຸດ 52 ຄົນ. ລາຍ​ງານ​ກ່າວ​ຫາ​ຈີນ​ວ່າ: ບໍ່​ປະຫານ​ຊີວິດ​ຝ່າຍ​ກົງ​ຂ້າມ ​ແຕ່​ໃຊ້​ວິທີ​ໃຫ້​ບໍ່​ສະບາຍ​ລະຫວ່າງ​ຖືກ​ຈອງ​ຈຳ​ຈົນ​ຕາຍ, ສ່ວນ​ປະ​ເທດ​ທີ່​ຄຸມ​ຂັງ​ນັກ​ຂ່າວ​ຮອງ​ລົງ​ມາ​ໄດ້​ແກ່​ຊີຣີ 24 ຄົນ, ອີຣານ 23 ຄົນ ​ແລະ ຫວຽດນາມ 19 ຄົນ.

- 5 - ປີນີ້ທົ່ວໂລກມີຄົນເຮັດວຽກສື່ເສຍຊີວິດ 65 ຄົນ
- 4 - ປີນີ້ທົ່ວໂລກມີຄົນເຮັດວຽກສື່ເສຍຊີວິດ 65 ຄົນ
- 3 - ປີນີ້ທົ່ວໂລກມີຄົນເຮັດວຽກສື່ເສຍຊີວິດ 65 ຄົນ