ສສຊ ເຂດ 13 ປະກອບຄຳເຫັນ ຫລາຍບັນຫາສຳຄັນ ໃນການພັດທະນາປະເທດ


ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະກອບຄໍາເຫັນ ຕໍ່ບົດລາຍງານລັດຖະບານ ວັນທີ 10 ມິຖຸນາ 2025 ວ່າ: ການທີ່ລັດຖະບານສຸມໃສ່ແກ້ໄຂເສດຖະກິດມະຫາພາກ ເຮັດໃຫ້ເງິນເຟີ້ຫລຸດລົງເປັນໜຶ່ງຕົວເລກ, ການເກັບລາຍຮັບໄດ້ເກີນແຜນ ຖືເປັນເງື່ອນໄຂເອື້ອຍອຳນວຍແກ່ການດຳເນີນທຸລະກິດ ພາຍໃນປະເທດດີຂຶ້ນເປັນກ້າວໆ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ຕໍ່ກັບບັນຫາທີ່ຕິດພັນກັບການປະຕິຮູບລັດວິສາຫະກິດ ສະເໜີໃຫ້ເລີ່ມຈາກມາດຕະການ ຮັດສາຍແອວພາຍໃນບໍລິສັດເສຍກ່ອນ, ການປະຕິບັດລະບອບອຸດໜູນນະໂຍບາຍຕ່າງໆພາຍໃນ ຄວນໃຫ້ສົມເຫດສົມຜົນ ໃນສະພາບທີ່ວິສາຫະກິດຍັງຂາດທຶນ ບໍ່ໃຫ້ແຕກໂຕນກັບພະນັກງານລັດເກີນໄປ. ສຳລັບ ລັດວິສາຫະກິດໄຟຟ້າ ຄວນໃຫ້ເບິ່ງຄືນພາກລາຍຈ່າຍ ອັນໃດພໍຕັດຮອນລົງໄດ້ກໍຄວນຕັດລົງ ເພື່ອຫລີກລ້ຽງຄວາມແບກຫາບຂອງສັງຄົມ ກ່ຽວກັບການຂຶ້ນລາຄາກະແສໄຟຟ້າ ຄວນພິຈາລະນາຄືນ ເນື່ອງຈາກສົ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນແລ້ວ ຍັງສົ່ງຜົນກະທົບຕໍ່ພາກທຸລະກິດ ເປັນຕົ້ນ ເພີ່ມຕົ້ນທຶນການຜະລິດ ສົ່ງຜົນໃຫ້ລາຄາສິນຄ້າຜະລິດພາຍໃນຈະຖີບຕົວຂຶ້ນສູງ ໂດຍສະເພາະ ຫົວໜ່ວຍທີ່ບໍ່ສາມາດຄົງຕົວຢູ່ໄດ້ ກໍຈະສົ່ງຜົນຕໍ່ຖານລາຍຮັບງົບປະມານ ແທນທີ່ຢາກໄດ້ຫລາຍເຮົາແຮງຊິໄດ້ໜ້ອຍ ດັ່ງຄໍາສຸພາສິດຂອງປະທານໄກສອນ ພົມວິຫານ ທີ່ວ່າ: “ຢາກກິນຫລາຍໄດ້ກິນທໍ່ກ້ອຍ ຢາກກິນຫນ້ອຍໄດ້ກິນທໍ່ໂປ້ມື້”.
ສໍາລັບຂະແໜງ ໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະ ແມ່ນການຄຸ້ມຄອງທາງຫລວງ ທີ່ຂຶ້ນກັບຂັ້ນສູນກາງ, ທ່ານ ໄດ້ສະເໜີໃຫ້ລັດຖະບານ ປະຕິຮູບວິທີການຄຸ້ມຄອງທາງຫລວງຈາກອັນເດີມໄປສູ່ອັນໃໝ່ ເຊັ່ນ: ໃຫ້ສ້າງຈຸດຄ່ຽນຖ່າຍສິນຄ້າ ຈາກທາງນ້ອຍຫາທາງໃຫຍ່ ຕາມຄວາມສາມາດຮອງຮັບນໍ້າໜັກຂອງທາງ ເພື່ອບໍ່ໃຫ້ທາງເພ; ໃຫ້ຍູ້ແຮງການຈັດຕັ້ງປະຕິບັດ ດຳລັດ 568/ລບ ວ່າດ້ວຍການ ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຈໍລະຈອນທາງບົກ ເປັນຕົ້ນ ການຖົມຮ່ອງນໍ້າຂ້າງທາງ ເຮັດໃຫ້ນໍ້າບາດານ ຊຶມເຂົ້າໃນໂຄງສ້າງຂອງທາງເຮັດໃຫ້ທາງເພ, ຄວນເຊື່ອມຊຶມດຳລັດດັ່ງກ່າວ, ແລະ ແບ່ງຄວາມຮັບຜິດຊອບໃຫ້ຊັດເຈນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.
ສ່ວນວຽກວັດທະນະທຳ-ສັງຄົມ, ທ່ານ ໄຊຍະເດດ ຜຸຍຍະວົງ ປະກອບເຫັນວ່າ: ຄວນຍູ້ແຮງການຄຸ້ມຄອງບຸກຄະລາກອນ ເປັນຕົ້ນແມ່ນການອອກໂກຕາທົດແທນ ສຳລັບຕຳແໜ່ງງານທີ່ວ່າງລົງ ເພື່ອໃຫ້ວຽກມີຄວາມຕໍ່ເນື່ອງ ບໍ່ຕົກຢູ່ໃນສະພາບຂາດຄູ ແລະ ແພດໝໍ ເຊິ່ງຜົນສຳເລັດຂອງການສ້າງສັງຄົມນິຍົມ ມັນສະແດງອອກຢູ່ຄຸນນະພາບ ຂອງຕາໜ່າງການບໍລິການທາງດ້ານສັງຄົມ, ສະນັ້ນ ຄວນແກ້ໄຂຢ່າງຮີບດ່ວນ.