ສວ ອາເມລິກາຜ່ານຮ່າງປະຕິຮູບພາສີແລ້ວ ກຽມສົ່ງກັບໃຫ້ ສສ ເຫັນພ້ອມ


ວຸດທິສະມາຊິກ (ສວ) ອາເມລິກາຜ່ານຄວາມເຫັນພ້ອມຮ່າງກົດໝາຍປະຕິຮູບພາສີມູນຄ່າ 1,5 ຕື້ໂດລາສະຫະລັດແລ້ວ ໃນຕອນເຊົ້າວັນທີ 20 ທັນວາຕາມເວລາທ້ອງຖິ່ນ ແລະ ກຽມສົ່ງກັບໄປໃຫ້ສະມາຊິກສະພາຜູ້ແທນລາຊະດອນ (ສສ) ພິຈາລະນາເປັນຄັ້ງທີສອງ, ຖ້າຜ່ານກໍຈະເປັນການປະຕິຮູບພາສີອາເມລິກາຄັ້ງໃຫຍ່ໃນຮອບກວ່າ 30 ປີ.
ສະພາຜູ້ແທນລາຊະດອນອາເມລິກາທີ່ມີພັກລີພັບລິກັນຄອງສຽງສ່ວນຫລາຍຜ່ານຮ່າງກົດໝາຍຄັ້ງທຳອິດດ້ວຍຄະແນນ 227 ຕໍ່ 203 ໃນວັນທີ 19 ທັນວາ, ເຖິງວ່າ ສສ ພັກເດໂມແຄຣດຂັດແຍ່ງວ່າຈະເຮັດໃຫ້ປະເທດມີໜີ້ເພີ່ມອີກ 1,5 ຕື້ໂດລາສະຫະລັດ ເປັນ 20 ຕື້ໂດລາສະຫະລັດ ໃນໄລຍະ 10 ປີຕໍ່ໜ້າກໍຕາມ. ສສ ສົ່ງຮ່າງໄປໃຫ້ ສວ ພິຈາລະນາ. ເຈົ້າໜ້າທີ່ໃນວຸດທິສະພາທີ່ພັກລີພັບລິກັນຄອງສຽງສ່ວນຫລາຍຕັດມາດຕາຍ່ອຍອອກ 3 ມາດຕາ. ຈາກນັ້ນ ສວ ຜ່ານຄວາມເຫັນພ້ອມດ້ວຍຄະແນນ 51 ຕໍ່ 48 . ການທີ່ ສວ ແກ້ໄຂເນື້ອໃນພຽງເລັກໜ້ອຍເຮັດໃຫ້ຕ້ອງສົ່ງຮ່າງກັບໄປໃຫ້ ສສ ພິຈາລະນາອີກຄັ້ງໃນວັນທີ 20 ທັນວາຕາມເວລາທ້ອງຖິ່ນ ຄາດວ່າຈະຜ່ານຄວາມເຫັນພ້ອມເຊັ່ນກັນ. ຈາກນັ້ນຈະສົ່ງໄປໃຫ້ປະທານາທິບໍດີ ທຣຳ ລົງນາມບັງຄັບໃຊ້ເປັນກົດໝາຍຕໍ່ໄປ.
ສູນນະໂຍບາຍພາສີ ເຊິ່ງເປັນໜ່ວຍງານວິຊາການໃນອາເມລິກາເປີດເຜີຍວ່າ: ຮ່າງກົດໝາຍນີ້ຈະຫລຸດພາສີຂອງຄອບຄົວຊົນຊັ້ນກາງລົງສະເລ່ຍ 900 ໂດລາສະຫະລັດ ໃນປີໜ້າ, ສ່ວນຄົນຮັ່ງມີທີ່ສຸດຂອງປະເທດທີ່ມີພຽງ 1% ຈະເສຍພາສີຫລຸດລົງສະເລ່ຍ 51.000 ໂດລາສະຫະລັດ.