IEA ຄາດອຸປະສົງນໍ້າມັນໂລກຫລຸດລົງໃນປີ 2030 ເປັນຄັ້ງທໍາອິດນັບແຕ່ໄລຍະໂຄວິດ-19

- 111 22 - IEA ຄາດອຸປະສົງນໍ້າມັນໂລກຫລຸດລົງໃນປີ 2030 ເປັນຄັ້ງທໍາອິດນັບແຕ່ໄລຍະໂຄວິດ-19
- kitchen vibe - IEA ຄາດອຸປະສົງນໍ້າມັນໂລກຫລຸດລົງໃນປີ 2030 ເປັນຄັ້ງທໍາອິດນັບແຕ່ໄລຍະໂຄວິດ-19

           ອົງການພະລັງງານສາກົນ (IEA) ລະບຸວ່າ: ອຸປະສົງນໍ້າມັນທົ່ວໂລກຈະຫລຸດລົງເລັກໜ້ອຍໃນປີ 2030 ເຊິ່ງຖືເປັນການຫລຸດລົງຄັ້ງທໍາອິດ ນັບແຕ່ການລະບາດຂອງພະຍາດໂຄວິດ-19 ໃນປີ 2019.

           IEA ລະບຸໃນລາຍງານທ່າອ່ຽງປະຈໍາປີຂອງຕະຫລາດນໍ້າມັນວ່າ: ຄວາມຕ້ອງການນໍ້າມັນທົ່ວໂລກຈະຫລຸດລົງ ເນື່ອງຈາກການເຕີບໃຫຍ່ທາງເສດຖະກິດທີ່ຫລຸດລົງ, ຄວາມເຄັ່ງຕຶງທາງການຄ້າລະດັບໂລກ, ການເພີ່ມຂຶ້ນຂອງລົດໄຟຟ້າ (EV) ແລະ ການເລີກໃຊ້ນໍ້າມັນດິບເພື່ອຜະລິດໄຟຟ້າ.

- Visit Laos Visit SALANA BOUTIQUE HOTEL - IEA ຄາດອຸປະສົງນໍ້າມັນໂລກຫລຸດລົງໃນປີ 2030 ເປັນຄັ້ງທໍາອິດນັບແຕ່ໄລຍະໂຄວິດ-19

           “ການເຕີບໃຫຍ່ຂອງອຸປະສົງນໍ້າມັນປະຈໍາປີຈະຫລຸດລົງຈາກປະມານ 700,000 ບາເຣລຕໍ່ວັນ ໃນປີ 2025-2026 ລົງມາລະດັບໜຶ່ງໃນອີກຫລາຍປີຕໍ່ໜ້າ ໂດຍຄາດວ່າຈະຫລຸດລົງເລັກໜ້ອຍໃນປີ 2030” IEA ລະບຸວ່າ: ອຸປະສົງໂດຍລວມຈະຢູ່ທີ່ 105.5 ລ້ານບາເຣລຕໍ່ວັນ ໃນປີ 2030 ຫລັງຈາກເຖິງລະດັບສູງສຸດ 105.6 ລ້ານບາເຣລຕໍ່ວັນ ໃນປີ 2029.

         ຄວາມຕ້ອງການນໍ້າມັນຫລຸດລົງຫລາຍໃນປີ 2020 ເມື່ອປະເທດຕ່າງໆໃຊ້ມາດຕະການລັອກດາວ ແລະ ປິດຊາຍແດນ ລະຫວ່າງການລະບາດຂອງພະຍາດໂຄວິດ-19 ສົ່ງຜົນເຮັດໃຫ້ອຸປະສົງຫລຸດເຫລືອ 91.7 ລ້ານບາເຣລຕໍ່ວັນ ກ່ອນຈະຄ່ອຍໆເພີ່ມຂຶ້ນອີກໃນປີຕໍ່ໆມາ.

         ນອກຈາກນີ້, ລາຍງານນໍ້າມັນສະບັບປີ 2025 ຍັງຄາດຄະເນວ່າ: ອຸປະສົງໃນອາເມລິກາ ເຊິ່ງເປັນຜູ້ຊົມໃຊ້ນໍ້າມັນລາຍໃຫຍ່ທີ່ສຸດຂອງໂລກ ຈະເຖິງລະດັບສູງສຸດໃນປີນີ້ ແລະ ເລີ່ມຫລຸດລົງໃນປີ 2026. ຂະນະທີ່ການຊົມໃຊ້ໃນຈີນ ເຊິ່ງເປັນຜູ້ນໍາເຂົ້ານໍ້າມັນດິບລາຍໃຫຍ່ ຈະຫລຸດລົງນັບແຕ່ປີ 2028 ເປັນຕົ້ນໄປ, ສ່ວນອຸປະສົງຢູ່ຕາເວັນອອກກາງຈະເຖິງຈຸດສູງສຸດໃນປີ 2030 ແລະ ຫລຸດລົງໃນປີຕໍ່ໆໄປເຊັ່ນກັນ.

- 4 - IEA ຄາດອຸປະສົງນໍ້າມັນໂລກຫລຸດລົງໃນປີ 2030 ເປັນຄັ້ງທໍາອິດນັບແຕ່ໄລຍະໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!