ປະກາດການຈັດຕັ້ງພາຍຫລັງໂຮມ ກະຊວງແຜນການ ແລະ ການລົງທຶນ ເຂົ້າກັບກະຊວງການເງິນ


ວັນທີ 18 ມິຖຸນາ 2025 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ມີພິທີ ປະກາດການຈັດຕັ້ງພາຍຫຼັງໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ, ເອີ້ນວ່າ: ກະຊວງການເງິນ ໂດຍການເປັນປະທານ ຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
ໂອກາດດັ່ງກ່າວ, ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ຕາງໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ໄດ້ຂຶ້ນຜ່ານລັດຖະດຳລັດປະທານປະເທດ ສະບັບເລກທີ 099/ປປທ, ລົງວັນທີ 13 ມິຖຸນາ 2025 ແຕ່ງຕັ້ງ: ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກເປັນ ລັດຖະມົນ ຕີກະຊວງການເງິນ.


ກະຊວງການເງິນ ( ໃໝ່ ) ປະກອບມີ 17 ກົມ ແລະ ທຽບເທົ່າ, ສູນສະຖິຕິແຫ່ງຊາດ ມີ 2 ກົມຂື້ນກັບ ແລະ ສະຖາບັນການເງິນ – ການບັນຊີ ມີ 2 ຫົວໜ່ວຍວິຊາການຂັ້ນສອງ ແລະ ປະກາດແຕ່ງຕັ້ງຫົວໜ້າກົມ ຄື:
- ທ່ານ ສົມຈິດ ຄຳມຸງຄຸນ ເປັນຫົວໜ້າຫ້ອງການກະຊວງ,
- ທ່ານ ອຸບັນ ສຸພິດາ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ,
- ທ່ານ ຂັນຄໍາ ໄຊຍະວົງ ເປັນຮັກສາການ ຫົວໜ້າກົມກວດກາລັດ,
- ທ່ານ ໜູເຊີຍ ພົມສີຈັນ ເປັນຫົວໜ້າກົມງົບປະມານແຫ່ງລັດ,
- ທ່ານ ສິດທິລົດ ຣາຊະພົນ ເປັນຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ,
- ທ່ານ ສີຈັນທາ ທຳມະວົງ ເປັນຮັກສາການຫົວໜ້າກົມແຜນການ,
- ທ່ານ ອຸຕະແກ້ວ ແກ້ວດວງສິນ ເປັນຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ,
- ທ່ານ ວົງຄຳແຫງ ວົງທະຈັກ ເປັນຫົວໜ້າກົມຮ່ວມມື ແລະ ການເງິນສາກົນ,
- ທ່ານ ບຸນປະເສີດ ສີກຸນລະບຸດ ເປັນຫົວໜ້າກົມສ່ວຍສາອາກອນ,
- ທ່ານ ພູເຂົາຄໍາ ວັນນະວົງໄຊ ເປັນຫົວໜ້າກົມພາສີ,
- ທ່ານ ນາງ ຍອດ ແພງສົມບັດ ເປັນຫົວໜ້າຄັງເງິນແຫ່ງລັດ,
- ທ່ານ ທຳມະລົດ ຣາຊະພົນ ເປັນຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ,
- ທ່ານ ໄພທູນ ທ່ຽງລະໄມ ເປັນຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ,
- ທ່ານ ວິເລດ ກິນນະວົງ ເປັນຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ,
- ທ່ານ ອຸດອນ ທຳມະວົງສາ ເປັນຮັກສາການຫົວໜ້າກົມຄຸ້ມຄອງການບັນຊີ,
- ທ່ານ ວິໄລທອງ ສຸດທະວິໄລ ເປັນຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ,
- ທ່ານ ຟອງສີສຸພັນ ພົມມະວົງ ເປັນຫົວໜ້າສະຖາບັນເສດຖະກິດການເງິນ ແລະ ມີຫົວໜ່ວຍສະຖາບັນຂັ້ນສອງຂຶ້ນກັບ ຄື: ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ແລະ ສະຖາບັນເສດຖະກິດການເງິນ ສາຂາພາກໄຕ້,
- ທ່ານ ລຽນທອງ ສຸພານີ ເປັນຮັກສາການຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ,
- ທ່ານ ວິໄຊ ສັນຕິວົງ ເປັນຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ.


ສຳລັບກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພແມ່ນເຫັນດີໃຫ້ໂອນວຽກຄຸ້ມຄອງວິສາຫະກິດລັດລົງທຶນທີ່ກ່ຽວກັບສິດໜ້າທີ່ຂອງຄະນະປະຕິຮູບວິສາຫະກິດໄປຂຶ້ນກັບຄະນະປະຕິຮູບວິສາຫະກິດພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ ຊຶ່ງລະອຽດມອບໃຫ້ກະຊວງການເງິນສົມທົບກັບຄະນະປະຕິຮູບລັດວິສາຫະກິດຄົ້ນຄວ້າພິຈາລະນາ.
ທີ່ມາ: ກະຊວງການເງິນ