ປກສ ເມືອງວຽງພູຄາ ທໍາລາຍອາໄຫລ່ແຕ່ງລົດຈັກທີ່ບໍ່ຖືກຕ້ອງເຕັກນິກ
June 19, 2025 - 5:03 PM


ຂ່າວ ປກສ ແຂວງຫຼວງນ້ຳທາ ລາຍງານວ່າ: ວັນທີ 19 ມີຖຸນາ 2025 ກອງຕໍາຫຼວດຈະລາຈອນ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈັດພິທີທໍາລາຍອາໄຫລ່ລົດຈັກທີ່ບໍ່ຖືກຕ້ອງ ຫຼື ດັດແປງສະພາບເຕັກນິກ ທີ່ກວດກາ ແລະ ຢຶດໄດ້ຈາກນັກຮຽນ, ໄວໜຸ່ມ ໄລຍະເດືອນ ເມສາ ຜ່ານມາ, ທໍ່ອາຍເສຍດັງເກີນຂອບເຂດ 30 ທໍ່, ຢາງ ແລະ ລໍ້ຕີນລົດຈັກ (ຕີນນ້ອຍ) ທີ່ບໍ່ໄດ້ມາດຕະຖານ 6 ຄູ່, ປ້າຍທະບຽນລົດທີ່ບໍ່ຖືກຕ້ອງ 15 ແຜ່ນ ແລະ ເບາະນັ່ງ 3 ອັນ.
ພ້ອມທັງໄດ້ ສາອົບຮົມກ່າວເຕືອນ ແລະ ສ້າງບົດບັນທຶກ ຜູ້ທີ່ລະເມີດລະບຽບການສັນຈອນ ແລະ ແນະນໍາໃຫ້ເຂົາເຈົ້ານຳເອົາເຄື່ອງອາໄຫລ່ ທີ່ຖືກຕ້ອງມາປ່ຽນໃສ່ລົດ ຈຶ່ງອະນຸຍາດນຳເອົາລົດອອກໄປຊົມໃຊ້ໄດ້.