ສັກຢາຄຸມກຳເນີດທຳລາຍມວນກະດູກ

- 032212 2017 - ສັກຢາຄຸມກຳເນີດທຳລາຍມວນກະດູກ
- kitchen vibe - ສັກຢາຄຸມກຳເນີດທຳລາຍມວນກະດູກ

ເກືອບ 50% ຂອງແມ່ຍິງທີ່ສັກຢາຄຸມກຳເນີດມັກຈະຕ້ອງພົບກັບບັນຫາການສູນເສຍມວນກະດູກ ໂດຍສະເພາະບໍລິເວນກະ ໂພກ ແລະ ກະດູກສັນຫລັງ.

ນັກວິໄຈຈາກມະຫາວິທະຍາໄລເທັກຊັສ ພົບວ່າ : ແມ່ຍິງອາເມລິກາຫລາຍກ່ວາ 2 ລ້ານຄົນ ເຊິ່ງເປັນໄວລຸ້ນກ່ວາ 4 ແສນຄົນ ໃຊ້ Medoxyprogesterone acetate ເຊິ່ງເປັນຢາຄຸມກຳເນີດແບບສັກທຸກໆ 3 ເດືອນ.

ຫລັງຈາກເຮັດການສຶກສາຜູ້ໃຊ້ຢາຄຸມກຳເນີດແບບສັກນີ້ຈຳນວນ 95 ຄົນ ເປັນເວລາ 2 ປີ. ໃນຂະນະນັ້ນພົບວ່າ : ແມ່ຍິງ 45 ຄົນ ມີການສູນເສຍມວນກະດູກໄປ ຢ່າງໜ້ອຍ 5% ຢູ່ບໍລິເວນຫລັງ ແລະ ກະໂພກ ແລະ ອີກ 50 ຄົນ ສູນເສຍມວນກະດູກໜ້ອຍກ່ວາ 5%.

- 5 - ສັກຢາຄຸມກຳເນີດທຳລາຍມວນກະດູກ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!