ກະຊວງວິທະຍາສາດຈະສ້າງ​ຫ້ອງ​ກວ​ດຄຸນ​ນະພາ​ບ​ເຄື່ຶອງສຳ​ອາງ ​ແລ​ະ ​ອາຫານ​ເສີມເພື່ອຄວາມປອດໄພຂອງຜູ້ບໍລິໂພກ

- Science - ກະຊວງວິທະຍາສາດຈະສ້າງ​ຫ້ອງ​ກວ​ດຄຸນ​ນະພາ​ບ​ເຄື່ຶອງສຳ​ອາງ ​ແລ​ະ ​ອາຫານ​ເສີມເພື່ອຄວາມປອດໄພຂອງຜູ້ບໍລິໂພກ
- kitchen vibe - ກະຊວງວິທະຍາສາດຈະສ້າງ​ຫ້ອງ​ກວ​ດຄຸນ​ນະພາ​ບ​ເຄື່ຶອງສຳ​ອາງ ​ແລ​ະ ​ອາຫານ​ເສີມເພື່ອຄວາມປອດໄພຂອງຜູ້ບໍລິໂພກ

​ແລງ​ວັນທີ 21 ທັນວາ​ນີ້, ສູນຢັ້ງຢືນ​ມາດຕະຖານ ​ແລ​ະ ກວດກາ​ຄຸນ​ນະ​​ພາບແຫ່ງຊາດ, ກົມ​ມາ​ດຕະຖານ​ ແລະ​ ວັດ​ແທກກະຊວງ​ວິທະຍາສາດ ​ແລະ ​​ເຕັກ​ໂນ​ໂລ​ຊີ ແລະ ບໍລິສັດ​ກ້າວໜ້າ​ມິ​ສທີ​ນ (ລາວ) ຈຳກັດ​ຜູ້​ດຽວໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ​ເພື່ອ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ການ​ສ້າງ​ຫ້ອງ​ກວດ​ສອບ​ຄຸນ​ນະພາ​ບ​ເຄື່ອງ​ສຳອາງ ​ແລ​ະ ອາຫານ​ເສີມ, ຊຶ່ງພິທີດັ່ງກ່າວໄດ້ມີຂຶ້ນລະຫວ່າງ​ທ່ານ ສຸກ​ສະຫວັດ ສີ​ຫາ​ປັນຍາ ຜູ້ອຳນວຍການ​ສູນຢັ້ງຢືນ​ມາດຕະຖານ​ ແລ​ະ ກວດກາ​ຄຸນ​ນະ​​ພາບ​ແຫ່ງຊາດ ແລະ ​ທ່ານ ວຽງ​ວິ​ໄລ ​ສີວິ​ໄຊ ປະ​ທານ​ບໍລິສັດ​ກ້າວໜ້າ​ມິ​ສທີ​ນ (ລາວ) ຈຳກັດ​ຜູ້​ດຽວ, ໂດຍ​ການເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ບໍ່ວຽງຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ວິທະຍາສາດ​ແລະ ​​ເຕັກ​ໂນ​ໂລ​ຊີ.

ຈຸ​ດປະສົງ​ເພື່ອ​ຮ່ວມ​ກັນ​ສຶກສາ​ຄວາມ​ເປັນ​ໄດ້​ໃນ​ການ​ສ້າງ​ຫ້ອງຫວດ​ສອບ​ຄຸນ​ນະພາ​ບ​​ເຄື່ອງ​ສຳອາງ ​ແລະ ​ອາຫານ​ເສີມ​ຢູ່ ​ສປປ ລາວ ແນໃສ່​ປົກ​ປ້​ອງຜົນ​ປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້ ​ແລະ ​ຜູ້​ດຳ​​ເນີນ​ທຸລະ​ກິດ​ໃນ​ສັງຄົມ​ໃຫ້ມີ​ຄວາມ​ຍຸຕິ​ທຳ, ທັງ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ​​ແຂງ​ໃຫ້​ແກ່​ວຽກ​ງານກວດ​ສອບມາດຕະຖານ.

- Visit Laos Visit SALANA BOUTIQUE HOTEL - ກະຊວງວິທະຍາສາດຈະສ້າງ​ຫ້ອງ​ກວ​ດຄຸນ​ນະພາ​ບ​ເຄື່ຶອງສຳ​ອາງ ​ແລ​ະ ​ອາຫານ​ເສີມເພື່ອຄວາມປອດໄພຂອງຜູ້ບໍລິໂພກ

ຜູ້ຮັກສາ​ການ​ຫົວໜ້າ​ກົມມາດຕະຖານ​​ ແລະ ວັດ​ແທກ​ ກ່າວວ່າ:​ ໃນ​ຊຸມ​ປີຜ່ານມາ, ​ສັງຄົມ​ໄດ້​ຈົ່ມ​ວ່າ​ດ້ວຍ​ຄວາມ​ບໍ່ພໍ​ໃຈຕໍ່​ກັບ​ຄຸນ​ນະ​ພາບ ​ແລະ ​ຄວາມ​ປອດ​ໄພຂອງ​ເຄື່ອງສຳອາງ​, ​ເນື່ອງຈາກ​ວ່າ​ຍັງ​ບໍ່​ທັນ​ມີ​ໜ່ວຍ​ງານ​ໃດ​ເປັນ​ເຈົ້າ​ການ​ໃນ​ການ​ຄວບ​ຄຸມ​ກວດກາ​ຄຸນ​ນະພາ​ບ ​ແລະ ​ຢັ້ງຢືນ​ມາດຕະຖານ​ໃຫ້​ແກ່ຜະລິ​ດຕະພັນ​ທີ່​ມີ​ວາງ​ຂາຍ​ໃນ​ຕະຫລາດປັດຈຸບັນ ​ແລະ ​ເປັນ​ເລື່ອງ​ຮີບ​ຮ້​ອນຕ້​ອງ​ໄດ້​ຮັບ​ການ​ແກ້​ໄຂ.

- 3 - ກະຊວງວິທະຍາສາດຈະສ້າງ​ຫ້ອງ​ກວ​ດຄຸນ​ນະພາ​ບ​ເຄື່ຶອງສຳ​ອາງ ​ແລ​ະ ​ອາຫານ​ເສີມເພື່ອຄວາມປອດໄພຂອງຜູ້ບໍລິໂພກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!