ຫຼາຍບັນຫາຍັງຖ່ວງດຶງການພັດທະນາປະເທດຊາດ

- 14915374 1719294348396449 6526792101749121812 n - ຫຼາຍບັນຫາຍັງຖ່ວງດຶງການພັດທະນາປະເທດຊາດ
- kitchen vibe - ຫຼາຍບັນຫາຍັງຖ່ວງດຶງການພັດທະນາປະເທດຊາດ

ເຖິງວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ດໍາເນີນໄປເປັນປົກກະຕິກໍຕາມ, ແຕ່ຍັງ​ມີຫລາຍບັນຫາສິ່ງ​ທ້າ​ທາຍ​ຕ່າງໆ,​ຊຶ່ງລັດຖະບານ​ເຮົາ ພວມ​ເລັ່ງ​​ດຳ​​ເນີນ​ການ​ດັດ​ປັບ ​ຕັດ​ຮອນ​ ​ເພື່ອ​ໃຫ້​ເຂົ້າ​ລະບົບ​​ແລ​ະ​ມີ​ຄວາມ​ໂປ່​ງ​​​ໄສ ​​ມີ​ຜົນ ​ທາງ​ເສດຖະກິດຂອງ​ຊາດ.

ຜ່ານ​ມາ​ລັດຖະບານ​ເບິ່ງ​ເຫັນຫຼາຍ​ບັນຫາ​ທີ່​ເປັນ​ສິ່ງ​ທ່ວງດຶງ​ການ​ພັດທະນາ​​​ໂດຍ​ສະ​ເພາະ ບັນຫາການຂາດດູນລະຫວ່າງລາຍຮັບ-ລາຍຈ່າຍງົບປະມານທີ່ຍັງບໍ່ທັນໄດ້ຕາມຄາດໝາຍ;ການແກ້ໄຂໃຫ້ຂາດຕົວຕໍ່ການສົມຮູ້ຮ່ວມຄິດ ເພື່ອການກະທຳຜິດກົດໝາຍ ແລະ ລະບຽບການຕ່າງເຊັ່ນ: ການລັກລອບນໍາເຂົ້າ ນ້ຳມັນ, ພາຫະນະ ແລະສິນຄ້າປະເພດອື່ນໆ; ການເບີກຈ່າຍເງິນເດືອນບໍ່​ທັນຕາມເວລາທີ່ກຳນົດ.

- Visit Laos Visit SALANA BOUTIQUE HOTEL - ຫຼາຍບັນຫາຍັງຖ່ວງດຶງການພັດທະນາປະເທດຊາດ

ການຜະລິດສິນຄ້າ ແລະ ບໍລິການຢູ່ພາຍໃນຍັງມີຕົ້ນທຶນສູງ, ຄວາມອາດສາມາດໃນການແຂ່ງຂັນຍັງຕໍ່າ, ຍ້ອນອີງໃສ່ການນຳເຂົ້າເປັນສ່ວນຫລາຍ, ການນຳໃຊ້ເຄື່ອງມື ແລະ ເຕັກນິກການຜະລິດບໍ່ທັນສະໄໝ, ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດບໍ່ທັນມີມາດຕະການເປັນລະບົບຄົບຊຸດ ແລະ ປະຕິບັດໄດ້ຢ່າງມີປະສິດທິຜົນ ເຮັດໃຫ້ຄ່າຄອງຊີບພາຍໃນສືບຕໍ່ສູງ ແລະ ກະທົບຕໍ່ການດຳລົງຊີວິດຂອງພະນັກງານ ແລະ ປະຊາຊົນ, ການສົ່ງເສີມ ແລະ ອຳນວຍໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງຍັງບໍ່ທັນເປັນຮູບປະທຳເທົ່າທີ່ຄວນ; ການປັບປຸງບັນດາລັດວິສາຫະກິດເຮັດໄດ້ຊ້າ, ມີຄວາມຫຍຸ້ງຍາກ,ຂາດສະພາບຄ່ອງແລະຂາດປະສິດທິຜົນ.

ນອກຈາກ​ນີ້ການປະຕິບັດພາລະບົດບາດໜ້າທີ່ ແລະ ການປະສານງານຂອງບັນດາຂະແໜງການ ແລະ ທ້ອງຖິ່ນຍັງຊັກຊ້າ, ບໍ່ທັນກົມກຽວເທົ່າທີ່ຄວນ, ບາງເທື່ອຂາດຄວາມເປັນເຈົ້າການ ແລະ ເອື່ອຍອີງລໍຖ້າແຕ່ຄຳສັ່ງເຮັດໃຫ້ການປັບປຸງແກ້ໄຂບັນຫາທີ່ຂຶ້ນໃນຄວາມຮັບຜິດຊອບຂອງຕົນຊັກຊ້າແກ່ຍາວ; ການບໍລິການອຳນວຍຄວາມສະດວກໃຫ້ແກ່ການລົງທຶນ ແລະ ອະນຸຍາດດຳເນີນທຸລະກິດຂອງພາຍໃນ ແລະ ຕ່າງປະເທດຍັງຈະໄດ້ສືບຕໍ່ປັບປຸງແກ້ໄຂດ້ານຂອດການປະສານງານ ແລະ ການພິຈາລະນາໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຮອບຄອບຮັດກຸມ ​ອຳ​ນວນ​ຄວາມ​ສະດວກ​ດຶງ​ດູດ​ການ​ລົງທຶນ​ຫຼາຍ​ຂື້ນ.

ບາງຂະແໜງການສູນກາງບໍ່ທັນເອົາໃຈໃສ່ເທົ່າທີ່ຄວນຕໍ່ການປັບລະບົບຂອງຕົນໃຫ້ກົມກຽວກັບບັນດາມະຕິຂອງສະພາແຫ່ງຊາດ ຫລື ອຳນາດການປົກຄອງທ້ອງຖິ່ນກັບສະພາທ້ອງຖິ່ນ, ຍັງບໍ່ທັນເອກກະພາບເປັນອຸປະສັກໃຫ້ແກ່ການຕິດຕາມ, ກວດກາ ແລະ ກວດສອບໃຫ້ໄປລວງດຽວໄດ້; ການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ຍັງບໍ່ທັນເປັນລະບົບດີ,ມີຊ່ອງວ່າງໃຫ້ແກ່ການສວຍໂອກາດຫລົບຫລີກການປະຕິບັດກົດໝາຍ ແລະ ລະບຽບການເຊັ່ນ: ການລັກລອບນຳເຂົ້າວັດຖຸດິບ, ວັດສະດຸກໍ່ສ້າງ, ພາຫະນະ, ນ້ຳມັນ ແລະ ອື່ນໆ ເຮັດໃຫ້ລັດສູນເສຍລາຍຮັບເປັນຈຳນວນຫລວງຫລາຍ; ການປະຕິບັດນະໂຍບາຍ ກໍຄື ກົດໝາຍທີ່ດິນເຫັນວ່າມີຫລາຍຊ່ອງຫວ່າງນຳໄປສູ່ຄວາມສັບສົນ.

ການຄຸ້ມຄອງຈັດລະບຽບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ​ເຖິງວ່າ​ຈະ​ໄດ້​ປະຕິບັດ​ຈິ່ງ​ຈັງ​ຕໍ່​ກັບບັນຫາຢາເສບຕິດ, ການຄ້າຂາຍ ແລະ ດຳເນີນທຸລະກິດຜິດກົດໝາຍ, ຂີ້ລັກງັດແງະ, ຫລິ້ນການພະນັນ, ການຈະລາຈອນແອອັດ ແລະ ອື່ນໆ, ແຕ່ກໍມີປະຊາຊົນໄດ້ຮຽກຮ້ອງໃຫ້ລັດຖະບານຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ເປັນຕົ້ນ: ການສໍ້ລາດບັງຫລວງຂອງພະນັກງານ, ການຫລິ້ນກິນຟຸມເຟືອຍ, ການເຊື່ອມຖອຍທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ການເຊື່ອຖືງົມງວາຍ ແລະ ອື່ນໆ.

ເຊິ່ງບັນຫາຄົງຄ້າງທັງໝົດນີ້ແມ່ນລັດຖະບານຈະໄດ້ຮີບຮ້ອນ​ແກ້​ໄຂ​ບໍ່​ໃຫ້​ເປັນ​ບັນຫາ​ຊໍາ​ເຮື້​ອ​ແກ່ຍາວ​ຕໍ່​ໄປ ​ເພື່ອ​ເຮັດ​ໃຫ້ປະ​ເທດ​ຊາດ​ເຮົາ​ໄດ້ຮັບ​ການ​ພັດທະນາ​ໄວ​ກວ່າ​ນີ້.ທ່ານ ທອງລຸນ ສີສຸລິດ​ ນາຍົກລັດຖະມົນຕີ ກ່າວ.

- 4 - ຫຼາຍບັນຫາຍັງຖ່ວງດຶງການພັດທະນາປະເທດຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!