ລັດຖະບານເລັ່ງສົ່ງເສີມການພັດທະນາພະລັງງານທົດແທນ


ແຫລ່ງຂ່າວ ຂປລ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ນອກຈາກລັດຖະບານເຮົາຈະມຸ່ງພັດທະນາທາງດ້ານໄຟຟ້າພະລັງງານນ້ຳ ແລະ ຖ່ານຫີນແລ້ວ ຍັງໃຫ້ຄວາມສຳຄັນໃນການສົ່ງເສີມ ແລະ ພັດທະນາພະລັງງານທົດແທນ ເຊິ່ງໃນປີ 2017 ໄດ້ມີຄວາມຄືບໜ້າທີ່ດີ ເປັນຕົ້ນ ໄດ້ຮ່ວມກັບບໍລິສັດ ລາວອາໂກ້ເທັກ ສຳເລັດການສ້າງໂຮງງານສະກັດປາມນ້ຳມັນຂະໜາດ 100 ໂຕນ/ວັນ, ພ້ອມໄດ້ເປີດໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນຂະໜາດກຳລັງຕິດຕັ້ງ 3 MW; ຄົ້ນຄ້ວາການສະເໜີເຈດຈຳນົງຂອງບໍລິສັດ state pinggao Group ເພື່ອພັດທະນາໄຟຟ້າຈາກແສງຕາເວັນ ມີກຳລັງຕິດຕັ້ງ 50 MW ຢູ່ແຂວງອັດຕະປື.
ໃນຂະນະດຽວກັນ ລັດຍັງໄດ້ອະນຸຍາດໃຫ້ພາກເອກະຊົນ ດຳເນີນການສຳຫລວດຄວາມເປັນໄປໄດ້ໃນການພັດທະນາພະລັງານໄຟຟ້າ ໃນເຂດທີ່ຍັງບໍ່ມີໄຟຟ້າເຂົ້າເຖິງ ຢູ່ ບ້ານທ່າເມືອງ, ນາຫາວ ແລະນາວາງ ເມືອງນາກາຍ ແຂວງຄຳມ່ວນ, ພິຈາລະນາການສະເໜີຂໍເຊັນ MoU ຂອງບໍລິສັດໄນໄບໂອແມັດສະຫວັນ ໃນການກໍ່ສ້າງພະລັງງານໄຟຟ້າແສງຕາເວັນຂະໜາດ 400 MW ຢູ່ບ້ານໜອງເດີ່ນ ເມືອງໄກ ສອນພົມວິຫານ ແຂວງສະຫວັນນະເຂດ; ເຫັນດີ ໃຫ້ບໍລິສັດ ເນເຊັນແນວຄອນຊາວຕິງກຣຸບ ຈຳກັດ ເພື່ອພັດທະນາໂຄງການພະລັງງານ ໄຟຟ້າແສງຕາເວັນຂະໜາດ 300-350 MW, ໂຄງການຮ່ວມມືລະຫວ່າງສະຖາບັນ, ບໍລິສັດ Stete pinggao Group ແລະ ລັດວິສາຫະກິດໄຟຟ້າລາວໃນການພັດທະນາໂຄງ ການຜະລິດໄຟຟ້າຈາກລົມ ທີ່ມີກຳລັງຕິດຕັ້ງ 50 MW ຢູ່ເຂດປາກຊ່ອງແຂວງ ຈຳປາສັກ.
ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2017, ຍັງໄດ້ຊີ້ໃຫ້ເຫັນການພັດທະນາດ້ານດ້ານບໍ່ແຮ່ ໄລຍະ 6 ເດືອນຕົ້ນປີ 2017 ສາມາດປະຕິບັດໄດ້ 5.368 ຕື້ກວ່າກີບ ແລະ ຄາດຄະເນໝົດປີ ຈະປະຕິບັດໄດ້ 10.818 ຕື້ກວ່າກີບ, ທຽບໃສ່ແຜນການປີຜ່ານມາຫລຸດລົງ ເນື່ອງຈາກປະລິມານການປະ ສົມແຮ່ທາດໃນບາງໂຄງການຫລຸດລົງ ເຊັ່ນ: ໂຄງການໂລຫະທອງເຊໂປນ, ໂຄງການໂລຫະຄຳປະສົມພູເບ້ຍ, ລາຄາຂອງແຮ່ທາດໃນຕະຫລາດໂລກຫລຸດລົງ, ໃນຂະນະບາງໂຄງການມີຄວາມຫຍຸ້ງຍາກທາງດ້ານເຕັກນິກ ເຮັດໃຫ້ບໍ່ສາມາດດຳເນີນການຜະລິດໄດ້ຕາມແຜນ.