ໂຮງຮຽນປະຖົມສົມບູນບ້ານຕຸ້ມຍໍ ໄດ້ຊົມໃຊ້ນ້ຳບາດານ


ວັນທີ 24 ທັນວານີ້, ໂຮງ ຮຽນປະຖົມສົມບູນບ້ານ ຕຸ້ມຍໍ ເມືອງທ່າແຕງ ແຂວງເຊກອງ ໄດ້ຈັດພິທີມອບຮັບໂຄງການ ກໍ່ສ້າງລະບົບນ້ຳບາດານໂຮງ ຮຽນຂອງຕົນຂຶ້ນລະຫວ່າງອຳ ນາດການປົກຄອງທອງຖິ່ນ ແລະຜູ້ປະສານງານໂຄງການ ຈາກ ປະເທດສະວິດເຊີແລນ ແລະ ເປັນຜູ້ໃຫ້ທຶນກໍ່ສ້າງລະບົບ ນ້ຳສະອາດດັ່ງກ່າວມາແຕ່ຕົ້ນ ເດືອນເມສາ 2017 ເຊິ່ງມີ ການກໍ່ສ້າງສະຕາໂດ ແລະ ນ້ຳ ບາດານສູງ 6 ແມັດ, ກວ້າງ 2 ແມັດ, ປະກອບມີກ໋ອກນ້ຳ 5 ຈຸດພ້ອມເຄື່ອງກັ່ນຕອງນ້ຳສະ ອາດ 1 ເຄື່ອງ ແລະ ອ່າງລ້າງ ມືສຳລັບນັກຮຽນ ເຊິ່ງມີມູນຄ່າ ການກໍ່ສ້າງທັງໝົດ 38 ລ້ານ ກວ່າກີບເພື່ອແນໃສ່ຕອບສະ ໜອງນ້ຳໃຫ້ພໍ່ແມ່ປະຊາຊົນກໍ ຄື ໂຮງຮຽນປະຖົມສົມບູນບ້ານ ຕຸ້ມຍໍ ໄດ້ມີນ້ຳກິນນ້ຳໃຊ້ທີ່ສະ ອາດໄດ້ຢ່າງທົ່ວເຖິງ.


+ ລັດຖະບານໄດ້ເອົາໃຈໃສ່ຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳ ຖ້ວມມູນຄ່າເກືອບ 900 ລ້ານກີບ
+ ຍີ່ປຸ່ນມອບທຶນຊ່ວຍເຫລືອຍົກລະດັບໂຮງຮຽນມັດທະຍົມຕົ້ນປາງທອງນາໝໍເປັນມັດທະຍົມສົມບູນ
ໂອກາດນີ້ ທ່ານ ຮອງເລ ຂາພັກເມືອງ ທ່າແຕງໄດ້ກ່າວ ສະແດງຄວາມຍ້ອງຍໍຊົມ ເຊີຍຜູ້ປະສານງານໂຄງການ ສະມາຄົມແຜນດິນແຫ່ງ ຮອຍຍິ້ມຈາກປະເທດສະວິດ ເຊີແລນ ທີ່ນຳເອົາທຶນຮອນ ມາຊ່ວຍ ພັດທະນາໂຮງຮຽນ ແລະ ທັງຊ່ວຍສ້າງສິ່ງອຳ ນວຍ ຄວາມສະດວກໃຫ້ໂຮງ ຮຽນ ແລະ ປະຊາຊົນບ້ານ ຕຸ້ມຍໍ ແລະ ທ່ານ ຍັງໄດ້ຮຽກ ຮ້ອງມາຍັງອຳນາດການ ປົກຄອງບ້ານ, ອຳນວຍການ ໂຮງຮຽນພ້ອມດ້ວຍນ້ອງ ນັກຮຽນ ຈົ່ງຊ່ວຍກັນປົກ ປັກຮັກ ແລະ ນຳໃຊ້ໃຫ້ເກີດ ປະໂຫຍດ.



