ບັນຫາອຸປະຕິເຫດຍັງເກີດຂຶ້ນຫລາຍ


ໃນປັດຈຸບັນ, ສະພາບອຸປະຕິເຫດບົນທ້ອງຖະໜົນຍັງເກີດຂຶ້ນຫລາຍ, ໂດຍສະເພາະໃນເຂດຕົວເມືອງໃຫຍ່ດັ່ງຢູ່ນະຄອນຫລວງວຽງຈັນມີລັກສະນະເປັນກະແສລາຍວັນ ແລະ ມີຄວາມຮຸນແຮງຂຶ້ນ, ໂດຍສະເພາະແມ່ນຕຳແລ້ວໜີຄື: ໃນປີ 2017 ຢູ່ນະຄອນຫລວງວຽງຈັນມີອຸປະຕິເຫດເກີດຂຶ້ນ 1.500 ກວ່າກໍລະນີ, ສະເລ່ຍມື້ໜຶ່ງມີປະມານ 5 ກໍລະນີຂຶ້ນໄປ ແລະ ເຮັດໃຫ້ມີຜູ້ເສຍຊີວິດຫລາຍເຖິງ 251 ຄົນ, ພົ້ນເດັ່ນຄື: ວັນທີ 11 ມີນາໄດ້ມີອຸປະຕິເຫດລົດໃຫຍ່ຕຳລົດ ຈັກຢູ່ເສັ້ນທາງເຂດບ້ານໂພນປ່າເປົ້າເມືອງສີສັດຕະນາກນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍ ທີ່ເປັນນັກສຶກສາທັງສອງອາຍຸ 22 ປີເສຍຊີວິດຄາທີ່, ສາເຫດຍ້ອນຂັບຂີ່ລົດໄວ, ທັດມາແມ່ນກໍລະນີເກີດຂຶ້ນຢູ່ເຂດບ້ານນາສຳພັນເມືອງສັງທອງ, ໃນວັນທີ 13 ເມສາ ລົດໃຫຍ່ຕຳຄົນຍ່າງຢູ່ທາງ ເຮັດໃຫ້ຜູ້ເປັນແມ່ ແລະ ລູກສາວ ອາຍຸ 4 ປີເສຍຊີວິດຄາທີ່ ແລະ ຍັງໄດ້ໄປຕຳເຮືອນຂອງປະຊາຊົນຢູ່ໃກ້ຄຽງ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 4 ຄົນ ສາເຫດຍ້ອນດື່ມສິ່ງມືນເມົາ ແລະ ຄືນວັນທີ 28 ເມສາ ໄດ້ເກີດອຸປະຕິເຫດລົດຈັກລົ້ມເອງຢູ່ຖະໜົນສາມແສນໄທເຂດບ້ານຊຽງຍືນເມືອງຈັນທະບູລີ ມີຜູ້ເສຍຊີວິດ 2 ຄົນເປັນຊາວຕ່າງປະເທດ ຍ້ອນຂັບຂີ່ລົດໄວ, ຕໍ່ມາໃນວັນທີ 10 ພຶດສະພາຢູ່ເຂດບ້ານນາຜາສຸກເມືອງໄຊທານີ, ໄດ້ເກີດອຸປະຕິເຫດລົດບັນທຸກຕຳລົດຈັກ ແລ້ວແກ່ລາກໄປກວ່າ 8 ແມັດ ເຮັດໃຫ້ຜູ້ຂັບ ແລະ ຜູ້ຊ້ອນທ້າຍລົດຈັກເສຍຊີວິດຄາທີ່ ແລະ ໃນວັນທີ 22 ມິຖຸນາໄດ້ເກີດອຸປະຕິເຫດລົດໃຫຍ່ຕຳລົດຈັກຢູ່ເສັ້ນທາງ 450 ປີແລ້ວບໍ່ຈອດ, ເຮັດໃຫ້ຜູ້ຂັບຂີ່ລົດຈັກທັງສອງເປັນຄົນຫວຽດນາມເສຍຊີວິດຄາທີ່ ສາເຫດຍ້ອນເສັ້ນທາງມຶດ ແລະ ຂັບລົດໄວ ແລະ ໃນວັນທີ 17 ພະຈິກ, ໄດ້ເກີດອຸປະຕິເຫດລົດຈັກຕຳກັນຢ່າງຮຸນແຮງຢູ່ບ້ານດົງນາໂຊກໃຕ້ເມືອງສີໂຄດຕະບອງ, ເຮັດໃຫ້ຜູ້ຂັບຂີ່ທັງສອງຄົນເສຍຊີວິດຄາທີ່ໂດຍສາເຫດແມ່ນຍ້ອນຂັບຂີ່ລົດໄວ ແລະ ໃນເວລາປະມານ 8:00 ໂມງຂອງວັນທີ 7 ທັນວານີ້, ໄດ້ເກີດອຸປະຕິເຫດລົດກະບະສອງແຖວຮັບສົ່ງນັກຮຽນພີກຂວໍ້າຢູ່ເສັ້ນທາງເຂດບ້ານເວີນແທນເມືອງໄຊທານີ ຍ້ອນເສຍຫລັກໄປຕໍາເອົາຕົ້ນໄມ້ແຄມທາງ, ເຮັດໃຫ້ນັກຮຽນທີ່ນັ່ງມານໍາລົດເສຍຊີວິດ 3 ຄົນ ແລະ ບາດເຈັບອີກຫລາຍສີບຄົນ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນປີ 2018 ເພື່ອສະກັດກັ້ນບັນຫາອຸປະຕິເຫດຕາມທ້ອງຖະໜົນໃຫ້ຫລຸດໜ້ອຍລົງ, ເຈົ້າໜ້າທີ່ຈະລາຈອນຕ້ອງເຮັດໜ້າທີ່ປະຈຳຈຸດຢູ່ຕາມສາຍທາງ ແລະ ບັນດາແຍກທີ່ສຳຄັນຕະຫລອດ 24 ຊົ່ວໂມງ, ເພື່ອແກ້ໄຂສະພາບການທີ່ເກີດຂຶ້ນໃຫ້ທັນເວລາ, ເອົາໃຈໃສ່ໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ທົ່ວເຖິງ, ສືບຕໍ່ຈັດຕັ້ງໜ່ວຍສາຍກວດອອກກວດກາຕາມສາຍທາງທີ່ສຳຄັນບໍ່ໃຫ້ລົດຈອດຊະຊາຍກີດຂວາງການສັນຈອນ, ທີ່ສຳຄັນ ແມ່ນການກວດກາທາດເຫລົ້າຂອງນັກຂັບຂີ່ຫາກຜູ້ໃດຜິດກົດລະບຽບຈະດຳເນີນມາດຕະການເຂັ້ມງວດຕາມກົດໝາຍ.