ໄຟຟ້າລາວສາຂາແຂວງຫລວງພະບາງຈັດແຂ່ງຂັນສີມືແຮງງານ

- 24frff - ໄຟຟ້າລາວສາຂາແຂວງຫລວງພະບາງຈັດແຂ່ງຂັນສີມືແຮງງານ
- kitchen vibe - ໄຟຟ້າລາວສາຂາແຂວງຫລວງພະບາງຈັດແຂ່ງຂັນສີມືແຮງງານ

ວັນທີ 27 ທັນວານິ້, ລັດ ວິສາຫະກິດໄຟຟ້າລາວ ສາຂາ ແຂວງຫຼວງພະບາງ, ໄດ້ຈັດ ການແຂ່ງ ຂັນສີມືແຮງງານ ຂຶ້ນ, ທີ່ບ້ານໂຄມຂວາງ, ເມືອງ ແລະ ແຂວງຫລວງພະບາງ, ໂດຍການເປັນປະທານຂອງ ທ່ານ ຟອງປະສິດ ເພັດສີສຸກ ຫົວໜ້າລັດວິສາຫະກິດໄຟຟ້າ ລາວ ສາຂາແຂວງຫຼວງພະ ບາງ, ມີຫົວໜ້າສູນບໍລິການໄຟ ຟ້າ12ສູນ ແລະ ພະນັກງານ ຂອງຕົນ ເຂົ້າຮ່ວມເປັນຈຳນວນ ຫລາຍ.

- 74 - ໄຟຟ້າລາວສາຂາແຂວງຫລວງພະບາງຈັດແຂ່ງຂັນສີມືແຮງງານ

- Visit Laos Visit SALANA BOUTIQUE HOTEL - ໄຟຟ້າລາວສາຂາແຂວງຫລວງພະບາງຈັດແຂ່ງຂັນສີມືແຮງງານ

+ ຫລາຍກວ່າ 94% ຂອງຈຳນວນຄອບຄົວລາວເຮົາໄດ້ຮັບການສະໜອງໄຟຟ້າແລ້ວ

+ ໂຄງການ​ໄຟຟ້າ​ເຊ​ປຽນ​-​ເຊ​ນ້ຳ​ນ້ອຍ ຄືບໜ້າແລ້ວ 90%

ການແຂ່ງຂັນສີມືແຮງ ງານດັ່ງກ່າວ ເປັນການຊຸກຍູ້ສົ່ງ ເສີມ ແລະ ສ້າງໂອກາດໃຫ້ພະ ນັກງານ-ກຳມະກອນ, ໄດ້ແລກ ປ່ຽນບົດຮຽນ ແລະ ປະສົບການ ເຊີ່ງກັນ ແລະ ກັນ, ພ້ອມທັງພັດ ທະນາດ້ານສີມືແຮງງານຂອງຕົນໃຫ້ມີຄວາມຊຳນິຊຳນານ ງານຫຼາຍຂຶ້ນ, ທັງພາກທິດ ສະດີ ແລະ ພາກປະຕິບັດຕົວຈິງ, ພ້ອມທັງສ້າງຂະບວນການ ສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 42 ປີ, ວັນ ສ້າງຕັ້ງລັດວິສາຫະກິດໄຟຟ້າ ລາວ ຄົບຮອບ 56 ປີ ແລະ ການກຽມພ້ອມຮອງຮັບປີ ທ່ອງ ທ່ຽວລາວ ປີ 2018 ໃຫ້ມີບັນ ຍາກາດຟົດຟື້ນ.
ການແຂ່ງຂັນຄັ້ງນິ້ ມີ ທີມພະນັກງານທີ່ມາຈາກພະ ແນກຕາຂ່າຍ, ພະແນກໝໍ້ນັບ ໄຟ ແລະ ຈາກ 12 ສູນບໍລິ ການໄຟຟ້າທົ່ວແຂວງ ເຂົ້າ ຮ່ວມແຂ່ງຂັນທັງໝົດ 14 ທີມ, ໂດຍໄດ້ແບ່ງເປັນ 4 ຫົວ ຂໍ້ຫຼັກຄື: ການຕິດຕັ້ງໝໍ້ນັບ ໄຟ ແລະ ເດີນສາຍ ແມ່ໄຟເຂົ້າ ຫາກະດານໄຟ, ປ່ຽນດອກ ກັນໄຟເກາະນອນ, ການ ເຊື່ອມຕໍ່ໄຟ ໂດຍໃຊ້ອຸປະກອນ Hot line clam ເພື່ອປ້ອງ ກັນບໍ່ໃຫ້ໄຟມອດໃນເວລາ ປະຕິບັດງານ ແລະ ການຕໍ່ ສາຍໄຟດ້ວຍບັ້ງຕໍ່ສາຍ, ໂດຍ ຈະມີການແຂ່ງຂັນທັງພາກ ທິດສະດີ ແລະ ພາກປະຕິບັດ ຕົວຈິງ, ເຊິ່ງແຕ່ລະຫົວຂໍ້ ແມ່ນໃຊ້ເວລາບໍ່ໃຫ້ກາຍ 30 ນາທີ, ສ່ວນຜົນການແຂ່ງຂັນ ແລະ ການມອບຂັນລາງວັນ ໃຫ້ຜູ້ຊະນະເລີດແມ່ນໄດ້ມີຂຶ້ນໃນວັນທີ 29 ທັນວານີ້.

- 3 - ໄຟຟ້າລາວສາຂາແຂວງຫລວງພະບາງຈັດແຂ່ງຂັນສີມືແຮງງານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!