ປະທານປະເທດຊີ້5ບັນຫາໃຫຍ່ການເງິນແກ້ໄຂດ່ວນ
ທ່ານ ບຸນຍັງ ວໍລະຈິດ ເລຂາທີການໃຫຍ່,ປະທານປະເທດ ຊີ້ເຖິງ5ບັນຫາໃຫຍ່ໃນຂະແໜງແຜນການ-ການລົງທຶນແລະຂະແໜງການເງິນກໍ່ຄືຂົງເຂດເງິນຕາ,ທີ່ຍັງບໍ່ຍັງບໍ່ທັນບັນລຸຕາມແຜນການ ຍ້ອນບັນຫາຍຸ້ງຍາກຕ່າງ, ໃຫ້ຮີບດ່ວນແກ້ໄຂ ເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານປີ2018,ຕ້ອງມີຄວາມສູ້ຊົນສູງສຸດແລະປະຕິບັດເຂັ້ມງວດ ຕາມແຜນທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.
ຫ້າບັນຫາທີ່ວ່າຮີບດ້ວນແກ້ຄື:
1ຕ້ອງກຳໃຫ້ໄດ້ສາເຫດທີ່ແທ້ຈິງ ຂອງຄວາມຫຍຸ້ງຍາກຕ່າງໆທີ່ເກີດຂື້ນ. ສາເຫດພື້ນຖານ ພວກເຮົາຍັງບໍ່ສາມາດສ້າງລາຍຮັບພື້ນຖານ ຉລາຍຮັບທີ່ເຂັ້ມແຂງແລະຍືນຍົງ ຈາກຜູ້ປະກອບການພາຍໃນປະເທດ, ຜ່ານມາຍັງອາໄສການຂຸດຄົ້ນຊັບພະຍາກອນແລະຂາຍວັດຖຸດີບ; ອາໄສການຊ່ວຍເຫຼືອລ້າແລະການກູ້ຢືມໃນອັດຕາທີ່ເພີ່ມຂື້ນຕໍ່ເນື່ອງ; ຈາກພັນທະຫຼືຄ່າຝາກຫຼວງ, ຈາກບັນດາໂຄງການລົງທຶນໄລຍະຍາວແລະອື່ນໆເຊິ່ງເກືອບທັງໝົດ ແຫຼ່ງລາຍຮັບດັ່ງກ່າວ ບໍ່ສາມາດກາຍເປັນຖານລາຍຮັບອັນເຂັ້ມແຂງໃນປະຈຸບັນ.
ສາເຫດຕົ້ນຕໍ ແມ່ນຍ້ອນການຄຸ້ມຄອງວຽກງານປຜນການ-ລົງທຶນ,ຄຸ້ມຄອງລາຍຮັບ-ລາຍຈ່າຍບໍ່ທັນດີບໍ່ທັນເຂັ້ມງວດ ໂດຍສາະເພາະການລະເມີດວິໃນແຜນການ-ການເງິນຢ່າງກວ້າງຂວາງ, ໜັກໜ່ວງໃນເວລາອັນຍາວນານພໍສົມຄວນເຊັ່ນ: ການຕົກລົງໂຄງການລົງທຶນຂອງລັດ ຍັງບໍ່ຄຳນຶງເຖິງຄວາມສາມາດຊຳລະສະສາງ ຂອງງົບປະມານ; ການລົງທຶນໃສ່ໂຄງລ່າງພື້ນຖານຢ່າງກວ້າງຂວາງໃຫຍ່ໂຕ ແຕ່ບໍ່ຕິດພັນກັບການດຳເນີນໂຄງການລົງທຶນທີ່ຈະສ້າງແຫຼ່ງລາຍຮັບໂດຍກົງແກ່ງົບປະມານ, ປະປ່ອຍໃຫ້ມີສະພາບບັນດາໂຄງການລົງທຶນຂອງລັດ ມີມູນຄ່າສູງເກີນ ຄວາມຈິງຫລາຍເທົ່າ, ບວກກັບການລົງທຶນນອກແຜນຊະຊາຍແກ່ຍາວ, ພ້ອມກັນນັ້ນ ການທີ່ບໍ່ມີການແກ້ໄຂບັນຫາດ້ານລາຍຮັບຮົ່ວໄຫຼ, ຟຸມເຟືອຍລາຍຈ່າຍ, ຈ່າຍນອກແຜນ, ຈ່າຍເຂົ້າໂຄງການບໍ່ມີຕົວຕົນ, ໄດ້ສ້າງຄວາມຫາຍຍະນະຕໍ່ລະບົບການເງິນ-ງົບປະມານຂອງລັດ ກໍຄືຕໍ່ສະຖຽນລະພາບຂອງເສດ ຖະກິດມະຫາພາກ ນີ້ຈຸດເປັນ ອ່ອນທີ່ພວກເຮົາເອງສ້າງຂຶ້ນ.
2 ຈຸດສຸມທີ່ ຕ້ອງເອົາໃຈໃສ່ນຳພາ-ບັນຊາ ເພື່ອຄວາມເຂັ້ມແຂງຂອເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂການຂາດດຸນງົບປະມານ, ແກ້ໄຂໜີ້ສິນຂອງລັດ ແລະ ຮັກສາການເຕີບໂຕຂອງເສດຖະກິດໃຫ້ໄວຕໍ່ເນື່ອງແມ່ນ:ຕ້ອງປະຕິບັດການປະຢັດ ລາຍຈ່າຍບໍລິຫານແບບຮັດສາຍແອວຢ່າງຈິງຈັງຕື່ມອີກ,ກີດກັ້ນເດັດຂາດການ ສ້າງໜີ້ສິນນອກແຜນ, ປະຕິບັດການສຳລະສະສາງຕາມແຜນການຢ່າງເຂັ້ມງວດ, ກຳນົດແຜນການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດຢ່າງຮັດກຸມ ມີຈຸດສຸມ ແລະ ເກີດປະສິດທິຜົນຕົວຈິງ, ປັບປຸງລະບອບກົນໄກການບໍລິຫານໃຫ້ຮັດກຸມ, ແກ້ໄຂຊ່ອງວ່າງການຮົ່ວໄຫຼຂອງລາຍຮັບ, ຕັດຮອນການຟຸມເຟືອຍລາຍຈ່າຍ, ແກ້ໄຂເດັດຂາດຕໍ່ຜູ້ລະເມີດວິໄນແຜນການ-ການເງິນ, ການສວຍໃຊ້ໜ້າທີ່ກົດໜ່ວງຖ່ວງດຶງ ເພື່ອຕໍ່ລອງຜົນປະໂຫຍດຂອງເຈົ້າໜ້າທີ່ທຸກລະດັບຂັ້ນ.
ພ້ອມກັນນັ້ນ ຕ້ອງດຳເນີນການຄຸ້ມຄອງການເຄື່ອນໄຫວລົງທຶນຕົວຈິງໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຮັບປະກັນຜົນປະໂຫຍດຂອງຜູ້ລົງທຶນຄຽງຄູ່ກັບຮັບປະກັນຜົນປະໂຫຍດອັນຄົບຖ້ວນຂອງລັດ, ຮັບປະກັນວຽກເຮັດງານທຳ ແລະ ລາຍຮັບອັນຊອບທຳຕາມກົດໝາຍ ກໍຄືການພັດທະນາສີມືຂອງແຮງງານລາວ, ຖືອັນນີ້ເປັນໜຶ່ງໃນວິທີສຳຄັນຕົ້ນຕໍ ເພື່ອເພີ່ມລາຍຮັບຕົວຈິງຂອງປະຊາຊົນ ກໍຄືເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຄົວເຮືອນ.
- ດຳເນີນການປັບປຸງໂຄງສ້າງຂອງບັນດາລັດວິສາຫະກິດ ເພື່ອຍົກປະສິດທິຜົນທາງທຸລະກິດໃຫ້ສູງຂຶ້ນ, ເພາະຄວາມຈິງ ຫລາຍໆວິສາຫະກິດຂອງພວກເຮົາເຄື່ອນໄຫວທຸລະກິດອ່ອນແອ, ປະສິດທິຜົນຍັງຕ່ຳ, ໜີ້ສິນສູງ ແລະ ຄຸມເຄືອ ແລະ ບໍ່ສາມາດແກ້ໄຂບັນດາບັນຫາທີ່ຊ້ຳເຮື້ອນີ້ດ້ວຍວິທີເກົ່າໆ, ເຖິງເວລາແລ້ວໃນປີ 2018 ນີ້ ຕ້ອງມີການບຸກທະລຸໃນການແກ້ໄຂບັນຫານີ;ລັດຖະບານ ຕ້ອງມີມາດຕະການຕົວຈິງ ເພື່ອແກ້ໄຂ, ປັບປຸງລັດວິສາຫະກິດ ທີ່ລັດຖືຮຸ້ນຮ້ອຍເປີເຊັນ ເປັນລັດຮຸ້ນສ່ວນກັບເອກະຊົນຕ່າງປະເທດ ຫລື ພາຍໃນປະເທດ, ຫັນລັດວິສາຫະກິດຮຸ້ນສ່ວນເອກະຊົນກາຍເປັນບໍລິສັດມະຫາຊົນ ຕາມມາດຖານສາກົນ-ການບໍລິຫານແບບສາກົນ,ແລະຍັງສາມາດ ມອບກິດຈະການທີ່ລົງທຶນຮ້ອຍເປີເຊັນໃຫ້ເອກະຊົນຊື້-ສຳປະທານຕາມກົດໝາຍ ເພື່ອໃຫ້ລັດຫລຸດ
ຜ່ອນໜີ້ສິນໄປໃນໂຕ ຫລື ເພື່ອເຮັດໃຫ້ລັດມີເງິນສຳຮອງເພີ່ມຂຶ້ນ.
- ຮີບຮ້ອນກຳນົດຄືນການແບ່ງງານ ແລະ ຄວາມຮັບຜິດຊອບລະຫວ່າງກະຊວງຕ່າງໆຂອງລັດຖະບານ ແລະ ແຕ່ລະຂັ້ນຢູ່ທ້ອງຖິ່ນ (ແຂວງ, ເມືອງ, ບ້ານ) ໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການລົງທຶນຂອງລັດ ກໍຄືການພິຈາລະນາຕົກລົງການທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ພ້ອມທັງຕໍ່ການດຳເນີນການຄຸ້ມຄອງລາຍຮັບ, ລາຍຈ່າຍງົບປະມານ, ເພື່ອທັງຮັບປະກັນການຈັດຕັ້ງປະຕິບັດ ມີຄວາມເອກະພາບ, ເປັນລະບົບເຂັ້ມແຂງແຕ່ເທິງລົງລຸ່ມ, ທັງຮັບປະກັນຄວາມເປັນເຈົ້າການສູງໃນການດຳເນີນວຽກງານໃນການຄວາມຮັບຜິດຊອບຂອງຕົນ, ບໍ່ເອື່ອຍອີງ ຫລື ໂຍນຄວາມຮັບຜິດຊອບໃຫ້ກັນ, ນີ້ຄືວຽກງານທີ່ຈຳເປັນແຖວໜ້າ ທີ່ລັດຖະບານຕ້ອງໄດ້ບັນຊາແກ້ໄຂ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານແຜນການ-ການເງິນ, ມີປະສິດທິພາບສູງຂຶ້ນ.
- ຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕ້ອງເພີ່ມທະວີຄວາມຮັບຜິດຊອບການຊີ້ນຳ-ນຳພາວຽກງານແຜນການ ແລະ ການລົງທຶນ ແລະ ວຽກງານການເງິນ-ງົບປະມານໃຫ້ເຂັ້ມງວດ, ໂດຍສຸມໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນຂອງຂະແໜງແຜນການ-ລັດຖະກອນຂອງຂະແໜງແຜນການ-ການລົງທຶນ ແລະ ຂະແໜງການເງິນທີ່ຕົນຮັບຜິດຊອບໃຫ້ມີຄວາມຈົ່ງຮັກພັກດີ, ມີຈັນຍາບັນຮັກວິຊາຊີບ, ປະຕິບັດວິໄນທາງດ້ານແຜນການເງິນຢ່າງເຄັ່ງຄັດ. ຖືເອົາຜົນປະໂຫຍດຂອງປະເທດຊາດເປັນຫລັກ, ມີລະບົບກວດກາ-ກວດກາທີ່ເຂັ້ມງວດ ແລະ ດຳເນີນຢ່າງເປັນປົກກະຕິ, ຮັບປະກັນຄວາມໂປ່ງໃສໃນທຸກຂັ້ນຕອນຂອງການປະຕິບັດ.