ສານນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກ 5 ປີ, ປັບໃໝ 10 ລ້ານກີບ
January 7, 2018 - 5:30 PM


ທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດທ້າວ ລັ່ງ ອາຍຸ 30 ປີຢູ່ບ້ານສີໄຄທົ່ງ ແລະ ນາງ ສີໄທ ອາຍຸ 33 ປີຢູ່ບ້ານອ່າງໃຫຍ່ເມືອງສີໂຄດຕະບອງນະຄອນຫລວງວຽງຈັນຈໍາຄຸກ 5 ປີ, ພ້ອມປັບໃໝ 10 ລ້ານກີບໃນສະຖານຄ້າຂາຍຢາເສບຕິດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ລັ່ງ ໄດ້ເຄື່ອນໄຫວລັກລອບຂາຍຢາເສບຕິດປະເພດຢາບ້າໃຫ້ໄວລຸ້ນຢູ່ຕາມຮ້ານເກມອອນລາຍ, ຮ້ານສະນຸກເກີ ແລະ ຮ້ານບັນເທິງຕ່າງໆໃນເຂດເມືອງສີໂຄດຕະບອງມາດົນແລ້ວ ແລະ ຕົກມາຮອດກາງປີ 2017 ຈຶ່ງຖືກເຈົ້າໜ້າທີ່ສາມາດກັກຕົວໄດ້ພ້ອມຂອງກາງປະເພດຢາບ້າ 129 ເມັດ. ສ່ວນນາງ ສີໄທ ຖືກເຈົ້າໜ້າທີ່ກັກຕົວເມື່ອເດືອນພຶດສະພາ 2017 ພ້ອມຂອງກາງຈໍານວນໜຶ່ງ ແລະ ຖືກສານຕັດສີນລົງໂທດດັ່ງກ່າວ.