ເລຂາທິການ ສຕລ ຍື່ນໃບລາອອກຈາກ ສຕລ ແລ້ວ

- 22279319 679671575576752 806042013 o - ເລຂາທິການ ສຕລ ຍື່ນໃບລາອອກຈາກ ສຕລ ແລ້ວ
- kitchen vibe - ເລຂາທິການ ສຕລ ຍື່ນໃບລາອອກຈາກ ສຕລ ແລ້ວ

ວົງການບານເຕະລາວພົບກັບບັນຫາຢ່າງຕໍ່ເນື່ອງ ເພາະກ່ອນໜ້ານີ້ ລາວພຣີເມຍລີກ 2018 ມີຫລາຍທີມຖອນຕົວ ໂດຍສະເພາະທີມສະຫວັນ ເອັຟຊີ ປະກາດຖອນຕົວຢ່າງເປັນທາງການແລ້ວ, ສ່ວນ ດີເຄ ເອັຟຊີ, ມຊ ເອັຟຊີ ແລະ ໄອດີຊີ ຈໍາປາສັກ ກໍມີແວວຈະຖອນຕົວສູງ ອາດເຮັດໃຫ້ ລາວພຣີເມຍລີກປີນີ້ ຈືດຊືດກວ່າທຸກໆປີ. ຫລ້າສຸດເມື່ອທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຍື່ນໃບລາອອກຢ່າງກະທັນຫັນ.

- 26694707 716573518553224 1450199465 n - ເລຂາທິການ ສຕລ ຍື່ນໃບລາອອກຈາກ ສຕລ ແລ້ວ

- Visit Laos Visit SALANA BOUTIQUE HOTEL - ເລຂາທິການ ສຕລ ຍື່ນໃບລາອອກຈາກ ສຕລ ແລ້ວ

ເໝືອນກັບສື່ອອນລາຍທີ່ລາຍງານວ່າ: ໃນຕອນຄ່ຳຂອງວັນທີ 8 ທັນວາ 2018 ນັກຂ່າວສາຍກິລາ ຈາກຫລາຍສໍານັກໃນ ສປປ ລາວ ໄດ້ຮັບໜັງສືການແຈ້ງຂໍລາອອກຈາກຕຳແໜ່ງຂອງທ່ານ  ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ເຊິ່ງເນື້ອໃນໂດຍຫຍໍ້ຂອງໜັງສືດັ່ງກ່າວແມ່ນ ທ່ານ  ໄຊບັນດິດ ຣາຊະພົນ ໄດ້ແຈ້ງເຈດຈຳນົງໃນການລາອອກຈາກຕຳແໜ່ງຂອງຕົນ ເຖິງເລຂາທິການຂອງສະຫະພັນບານເຕະນາໆຊາດ (ຟີຟາ), ສະຫະພັນບານເຕະອາຊີ (ເອເອັຟຊີ) ແລະ ສະຫະພັນບານເຕະອາຊຽນ (ເອເອັຟເອັຟ) ພາຍຫລັງເຮັດໜ້າທີ່ນີ້ມາເປັນເວລາ 6 ປີ.

ຈົນຫລ້າສຸດທາງທີມຂ່າວພວກເຮົາໄດ້ຕິດຕໍ່ເຖິງທ່ານ ໄຊບັນດິດ ໂດຍທ່ານກ່າວວ່າ: ເປັນຄວາມຈິງທີ່ລາອອກ ຍ້ອນຢາກເປີດໂອກາດໃຫ້ຄົນຮຸ່ນນ້ອງ ຫລື ຄົນອື່ນໄດ້ມາສືບຕໍ່ແທນ, ພ້ອມທັງເປີດໂອກາດໃຫ້ພວກເຂົາໄດ້ລອງໃຊ້ຄວາມສາມາດພັດທະນາບານເຕະລາວ ເພື່ອບັນລຸເປົ້າໝາຍ, ສ່ວນຂ້າພະເຈົ້າພາຍຫລັງທີ່ລາອອກແລ້ວ ແມ່ນຈະໄປເຮັດທຸລະກິດສ່ວນຕົວ ເພາະປັດຈຸບັນແມ່ນເປັນປະທານສະມາຄົມຕັດຫຍິບ.

“ປັດຈຸບັນ ແມ່ນຍັງບໍ່ທັນມີຜູ້ມາແທນ. ດັ່ງນັ້ນ, ສຕລ ໄດ້ແຕ່ງຕັ້ງຜູ້ຮັກສາການ ທ່ານນາງ ຍອດແກ້ວ ພາວະດີ ແລະ ຮອງເລຂາທິການທ່ານ ສົມສະໜຸກ ລຽນສະຫວັນ ມາຮັບພາລະແທນ ເພື່ອລໍຖ້າການແຕ່ງຕັ້ງ, ສ່ວນໃນອະນາຄົດ ຖ້າມີໂອກາດຈະກັບມາສູ່ວົງການບານເຕະອີກຄັ້ງ, ແຕ່ຕ້ອງເບິ່ງຕາມຄວາມເປັນຈິງ”. ທ່ານ ໄຊບັນດິດ ກ່າວ.

ສໍາລັບທ່ານ ໄຊບັນດິດ ຣາຊະພົນ ຖືເປັນບຸກຄົນໜຶ່ງທີ່ສໍາຄັນຕໍ່ກັບວົງການບານເຕະລາວ ເພາະຄຽງຂ້າງ ແລະ ພະຍາຍາມຊຸກຍູ້ນັກກິລາ ລວມເຖິງວົງການບານເຕະລາວມາຕະຫລອດ 6 ປີ ໃນການນໍາພານັກກິລາເຂົ້າຮ່ວມລາຍການລະດັບພາກພື້ນ ແລະ ສາກົນ ລວມເຖິງເປັນສ່ວນໜຶ່ງໃນການສ້າງວົງການບານເຕະ ລາວພຣີເມຍລີກ ໃຫ້ມີສີສັນ ໂດຍສະເພາະແມ່ນ ລາວພຣີເມຍລີກ 2016 ທີ່ມີເຖິງ 14 ທີມເຂົ້າຮ່ວມການແຂ່ງຂັນເປັນສະຖິຕິສູງສຸດ. ນອກນັ້ນ ກໍຍັງມີສ່ວນຊ່ວຍພັດທະນາບຸກຄະລາກອນທັງນັກກິລາ, ກໍາມະການ ແລະ ອື່ນໆ ໃນການຍາດແຍ່ງການຊ່ວຍເຫລືອຈາກສາກົນ.

- 4 - ເລຂາທິການ ສຕລ ຍື່ນໃບລາອອກຈາກ ສຕລ ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!