ສະຖານທູດສະຫະລັດອາເມລິກາສືບຕໍ່ຮ່ວມມືໂຄງການຄູສອນພາສາອັງກິດຢູ່ລາວ

- 774111 - ສະຖານທູດສະຫະລັດອາເມລິກາສືບຕໍ່ຮ່ວມມືໂຄງການຄູສອນພາສາອັງກິດຢູ່ລາວ
- kitchen vibe - ສະຖານທູດສະຫະລັດອາເມລິກາສືບຕໍ່ຮ່ວມມືໂຄງການຄູສອນພາສາອັງກິດຢູ່ລາວ

ໂຄງການສືບຕໍ່ການຮ່ວມມືດ້ານຄູສອນພາສາອັງກິດຢູ່ ລາວໃນ 5 ປີ, ໄດ້ມີຂຶ້ນໃນວັນທີ 11 ມັງກອນນ, ທີ່ນະຄອນຫຼວງ ວຽງຈັນ, ລະຫວ່າງທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖທູດ ສະຫະລັດອິເມລິກາ ປະຈໍາລາວ ແລະ ທ່ານນາງ ແສງເດືອນ ຫຼ້າ ຈັນທະບູນ ລັດຖະມົນຕີ ກະ ຊວງສຶກສາທິການ ແລະ ກິລາ, ເພື່ອສົ່ງເສີມຄວາມພະຍາຍາມຂອງລັດຖະບານສະຫະລັດອະ ເມລິກາ ໃນການເສີມສ້າງການ ຮຽນ-ການສອນພາສາອັງກິດ ແລະ ຄວາມເຂົ້າໃຈທາງດ້ານ ວັດທະນະທໍາ ໃຫ້ນັກສຶກສາ ໃນລາວ.

- trrf124 - ສະຖານທູດສະຫະລັດອາເມລິກາສືບຕໍ່ຮ່ວມມືໂຄງການຄູສອນພາສາອັງກິດຢູ່ລາວ

- Visit Laos Visit SALANA BOUTIQUE HOTEL - ສະຖານທູດສະຫະລັດອາເມລິກາສືບຕໍ່ຮ່ວມມືໂຄງການຄູສອນພາສາອັງກິດຢູ່ລາວ

+ ສະຫະລັດອາເມຣິກາໃຫ້ການຊ່ວຍເຫລືອຝຶກອົບຮົມຫລັກສູດການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີ

+ ເປີດສູນຜູ້ປະກອບການແມ່ຍິງທີ່ນະຄອນຫລວງວຽງຈັນ ດ້ວຍການສະໜັບສະໜູນຂອງສະຫະລັດອາເມລິກາ

ທ່ານເອກອັກຄະລັດຖະ ທູດສະຫະລັດອະເມລິກາກ່າວ ວ່າ: ໂຄງການດັ່ງກ່າວແມ່ນ ການຮ່ວມມືຊ່ວຍເຫຼືອລະ ຫວ່າງລັດຖະບານສະຫະລັດ ອະເມລິກາ ແລະ ລາວ ໃນການ   ສະນັບສະໜູນຄວາມພະຍາ ຍາມ ເພື່ອບັນລຸເປົ້າໝາຍການ ພັດທະນາ. ນັບແຕ່ປີ 2011 ເປັນຕົ້ນມາ, ລັດຖະບານສະຫະ ລັດອະເມລິກາ ໄດ້ ຊ່ວຍຄູສອນ ພາສາອັງກິດ (ETAs) ຫຼາຍ ກວ່າ 50 ກວ່າທ່ານມາຊ່ວຍ ລາວ, ຊຶ່ງ ເລີ່ມຈາກມະຫາ ວິທະຍາໄລ ແຫ່ງຊາດ ແລະ ຄ່ອຍໆຂະຫຍາຍໄປສະຖາ ບັນການສຶກສາຫຼາຍແຫ່ງ ລວມທັງໃນນະຄອນຫຼວງ ວຽງຈັນ ແລະ ແຂວງອື່ນໆ. ແລະ ຜູ້ຊ່ຽວຊານທາງດ້ານ ພາ ສາອັງກິດ (ELFs) ກໍມີການ ຂະຫຍາຍ ແລະ ເຕີບໃຫຍ່ຂຶ້ນ ເລື່ອຍໆ, ໂດຍຫຼັກໆແມ່ນໃຫ້ ຄໍາປຶກສາແນະນໍາໃນການ ພັດທະນາຫຼັກສູດການຮຽນ- ການສອນ, ຝຶກອົບຮວມຄູ- ອາຈານໃຫ້ກະຊວງສຶກສາທິ ການ ແລະ ກິລາ, ອົງການທີ່ ກ່ຽວຂ້ອງໃນລາວ. ການລົງ ນາມສັນຍາຮ່ວມມືຄັ້ງນີ້ຈະ ຊ່ວຍຢັ້ງຢືນເຖິງ ຄວາມໝັ້ນ ຄົງໂຄງການຄູສອນພາສາອັງ ກິດ ໃຫ້ແກ່ບັນດາສະຖາບັນ ການສຶກສາຕ່າງໆໃນລາວ ແລະ ທັງເປັນການສ້າງ ຜົນປະ ໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມໃນ ໂຄງການນີ້ດ້ວຍ.

ໃນປີ 2018 ນີ້, ສະຖານ ທູດສະຫະລັດອະເມລິກາໄດ້ ມີແຜນສືບຕໍ່ສະໜັບສະໜູນ ຜູ້ຊ່ວຍສອນພາສາອັງກິດ (ETAs) ຈໍານວນ 10 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາ ສາອັງກິດ (ELFs) ຈໍານວນ 2 ທ່ານ ເພື່ອເຮັດວຽກງານ ຮ່ວມມືລະຫວ່າງ ລັດຖະບານ ລາວກໍຄືກະຊວງສຶກສາທິ ການ ແລະ ກິລາ, ມະຫາວິທະ ຍາໄລແຫ່ງຊາດ ແລະ ສະຖາ ບັນການສຶກສາອື່ນໆພາຍໃນປະເທດໄດ້ຮັບຜົນປະໂຫຍດ ຫຼາຍໃນອະນາຄົດ.

 

- 5 - ສະຖານທູດສະຫະລັດອາເມລິກາສືບຕໍ່ຮ່ວມມືໂຄງການຄູສອນພາສາອັງກິດຢູ່ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!