ນາຍົກອິດສະລາແອນຜິດຫວັງທີ່ອິນເດຍ ບໍ່ສະໜັບສະໜູນຮັບຮອງເຢລູຊາເລມ ເປັນເມືອງຫລວງ

- 1515998794139 960x0 - ນາຍົກອິດສະລາແອນຜິດຫວັງທີ່ອິນເດຍ ບໍ່ສະໜັບສະໜູນຮັບຮອງເຢລູຊາເລມ ເປັນເມືອງຫລວງ
- kitchen vibe - ນາຍົກອິດສະລາແອນຜິດຫວັງທີ່ອິນເດຍ ບໍ່ສະໜັບສະໜູນຮັບຮອງເຢລູຊາເລມ ເປັນເມືອງຫລວງ

ນາຍົກລັດຖະມົນຕີອິດສະລາ​ແອນ ກ່າວ​ວ່າ: “ຮູ້ສຶກ​ຜິດ​ຫວັງ” ຕໍ່​ການ​ທີ່​ອິນ​ເດຍບໍ່​ສະໜັບສະໜູນ​ນະ​ໂຍບາຍ​ເລື່ອງ​ນະຄອນຫລວງ​ເຢລູຊາ​ເລ​ມຂອງ​ອາ​ເມ​ລິ​ກາ, ​ແຕ່​ເຊື່ອ​ວ່າ​ຈະ​ບໍ່​ກະທົບ​ການ​ພົວພັນ​ໃນ​ໄລຍະ​ຍາວ. ຂະນະ​ທີ່​ປະທານາທິບໍດີ​ປາ​ແລັສຕິນ​ເດີນ​ໜ້າ​ປະນາມ​ອາ​ເມ​ລິ​ກາ​ໃນ​ເລື່ອງ​ນີ້ ວ່າ​ເປັນ​ການ​ຕົບ​ໜ້າ​ແຫ່ງ​ສະຕະວັດ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ເມືອງຣາມັລ​ເລາະ ດິນ​ແດນ​ປາ​ແລັສຕິນ ​ໃນ​ວັນ​ທີ 15 ມັງກອນ​ວ່າ: ປະທານາທິບໍດີ ມາ​ມຸດ ອັບ​ບາສ ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ປາ​ແລັສຕິນ ​ໃນ​ວັນ​ທີ 14 ມັງກອນ ຢືນຢັນ​ວ່າ​ທ່ານ​ຈະ​ບໍ່​ມີ​ທາງ​ຍອມຮັບ​ບົດບາດ​ຂອງ​ລັດຖະບານ​ວໍ​ຊິງ​ຕັນ​ຊຸດ​ປັດຈຸບັນ​ໃນ​ຖານະ “ຜູ້​ໄກ່​ເກ່ຍ” ຂອງ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິດສະ​ລາ​ແອນ​ກັບປາ​ແລັສຕິ​ນອີກ​ຕໍ່​ໄປ ​ໂດຍ​ປະນາມ​ການ​ທີ່​ປະທານາທິບໍດີ ​ໂດ​ນັນ ທຣຳ ປະກາດ​ໃນ​ວັນ​ທີ 6 ທັນວາ​ປີຜ່ານມາ ຮັບຮອງ​ພື້ນທີ່​ທັງ​ໝົດ​ຂອງ​ນະຄອນຫລວງ​ເຢລູຊາ​ເລ​ມ​ເປັນ​ເມືອງ​ຫລວງ​ຂອງ​ອິດສະ​ລາ​ແອນ ຖື​ເປັນ “ການ​ຕົບ​ໜ້າ​ແຫ່ງ​ສະຕະວັດ” ສຳລັບ​ປາ​ແລັສຕິນ.

- Visit Laos Visit SALANA BOUTIQUE HOTEL - ນາຍົກອິດສະລາແອນຜິດຫວັງທີ່ອິນເດຍ ບໍ່ສະໜັບສະໜູນຮັບຮອງເຢລູຊາເລມ ເປັນເມືອງຫລວງ

ຂະນະ​ດຽວ​ກັນ, ທ່ານ​ ອັບ​ບາສ ກ່າວ​ຫາ​ອິດສະ​ລາ​ແອນ​ພະຍາຍາມ​ທຳລາຍ​ຂໍ້​ຕົກລົງ​ສັນຕິພາບ​ອົສ​ໂລ​ສະບັບ​ປີ 1994 ທີ່​ຖື​ເປັນ​ພື້ນຖານ​ການ​ປັບປຸງ​ການ​ພົວພັນ​ລະຫວ່າ​ງປາ​ແລັສຕິນກັບ​ອິດສະ​ລາ​ແອນ. ນອກຈາກ​ນີ້ ຜູ້ນຳ​ປາ​ແລັສຕິນຍັງ​ກ່າວ​ເຖິງ​ການ​ດຳ​ເນີນ​ມາດ​ຕະການ​ຕອບ​ໂຕ້​ນະ​ໂຍບາຍ​ເລື່ອງ​ເຢລູຊາ​ເລ​ມຂອງ​ອາ​ເມ​ລິ​ກາ ທີ່​ລວມ​ເຖິງ​ການ​ອາດ​ໃຫ້​ອົງການ​ປົດ​ປ່ອຍ​ປາ​ແລັສຕິນ (PLO) ​ເຊິ່ງ​ເຮັດ​ໜ້າ​ທີ່​ຜູ້​ແທນ​ການ​ທູດ​ຂອງ​ປາ​ແລັສຕິນ​ໃນ​ຫລາຍ​ປະ​ເທດ ຖອດ​ຖອນ​ການ​ຍອມຮັບ​ສະຖານະ​ຂອງ​ລັດ​ອິດສະ​ລາ​ແອນ​ນຳ​ອີກ.

ນາຍົກລັດຖະມົນຕີ ​ເບ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ ຜູ້ນຳ​ອິດສະ​ລາ​ແອນ ນຳພາ​ຄະນະ​ນັກທຸລະກິດ​ຊຸດ​ໃໝ່​ຢ້ຽມຢາມ​ອິນ​ເດຍ​ເປ​ັນ​ເວລາ 6 ວັນ ​​ເພື່ອ​ຫວັງ​ຂະຫຍາຍ​ຂອບ​ການ​ຮ່ວມ​ມື​ທາງ​ເສດຖະກິດ ​ແລະ ຄວາມ​ໝັ້ນຄົງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ​ເນ​ຕັນ​ຢາ​ຮູ ​ໃຫ້​ສຳພາດ​ກັບ​ສື່​ທ້ອງ​ຖິ່ນ​ຂອງ​ອິນ​ເດຍຫລາຍ​ແຫ່ງ​ວ່າ: ອິດສະ​ລາ​ແອນ​ຜິດ​ຫວັງ​ຢ່າງ​ຍິ່ງ​ຕໍ່​ການ​ທີ່​ອິນ​ເດຍ​ເປັນ​ໜຶ່ງ​ໃນ 128 ລັດ​ສະມາຊິກ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ (UNGA) ລົງມະຕິ​ຄັດຄ້ານ​ນະ​ໂຍບາຍ​ເຢລູຊາ​ເລັມ​ຂອງ​ອາ​ເມ​ລິ​ກາ ​ໃນ​ກອງ​ປະຊຸມ​ເດືອນ​ທັນວາ​ຜ່ານ​ມາ ​ແລະ ນາຍົກລັດຖະມົນຕີ ນາ​ເຣນທຣາ ​ໂມ​ດີ ຍົກ​ເລີກ​ຂໍ້​ຕົກລົງ​ຊື້ລະບົບ​ອາວຸດຕໍ່ສູ້​ລົດ​ຕັງ​ຂອງ​ອິດສະ​ລາ​ແອນ ທີ່​ມີ​ມູນ​ຄ່າ​ສູງ​ເຖິງ 500 ລ້ານ​ໂດ​ລາ​ສະຫະລັດ.

- 5 - ນາຍົກອິດສະລາແອນຜິດຫວັງທີ່ອິນເດຍ ບໍ່ສະໜັບສະໜູນຮັບຮອງເຢລູຊາເລມ ເປັນເມືອງຫລວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!