ປີຜ່ານມາ ລັດຖະບານສະໜັບສະໜູນຫົວໜ່ວຍທຸລະກິດ SME ຫລາຍກວ່າ 1 ລ້ານໂດລາສະຫະລັດ


ບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ໃຫ້ຮູ້ວ່າ: ໂດຍເຫັນໄດ້ເຖິງຄວາມສຳຄັນຂອງການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນຂະແໜງອຸດສາຫະກຳປຸງແຕ່ງ, ຫັດຖະກຳ, ການຄ້າ ແລະ ການບໍລິການຕ່າງໆໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເປັນການຍົກສູງຜະລິດຕະພາບສິນຄ້າ, ການຕະຫລາດ ແລະ ການພັດທະນາສິນຄ້າໃຫ້ມີຄຸນນະພາບສູງຂຶ້ນ ເຊິ່ງລັດຖະບານໄດ້ລົງທຶນຫລາຍກວ່າ 1,12 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນບັນດາຫົວໜ່ວຍທຸລະກິດດັ່ງກ່າວໃນທົ່ວປະເທດ ໂດຍໄດ້ຮັບການຄັດເລືອກຫລາຍກວ່າ 200 ຫົວໜ່ວຍ, ໃນນັ້ນສະເພາະທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງມີ 164 ຫົວໜ່ວຍ ແລະ ອີກ 20 ຫົວໜ່ວຍເປັນທຸລະກິດຂະໜາດໃຫຍ່, 12 ຫົວໜ່ວຍເປັນທຸລະກິດຂອງສະມາຄົມ ແລະ ສິ່ງພົ້ນເດັ່ນແມ່ນໄດ້ສະໜັບສະໜູນໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການທາງດ້ານທຶນ ແລະ ການຕະຫລາດດີຂຶ້ນ ແລະ ສາມາດເຊື່ອມໂຍງເຂົ້າສູ່ປະຊາຄົມເສດຖະກິດອາຊຽນເປັນລຳດັບ.