ແຂວງບໍ່ແກ້ວຈັດງານບຸນປະເພນີບັນດາເຜົ່າຕ້ອນຮັບປີທ່ອງທ່ຽວລາວ


ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ໃຫ້ກຽດເຂົ້າ ຮ່ວມລັ່ນຄ້ອງ 9 ບາດ, ພ້ອມ ຕັດແຖບຜ້າ ເພື່ອເປັນສີລິມຸງ ຄຸນໃຫ້ແກ່ງານບຸນປະເພນີບັນ ດາເຜົ່າ ທົ່ວແຂວງບໍ່ແກ້ວ, ທີ່ໄດ້ ຈັດຂຶ້ນໃນທ້າຍອາທິດຜ່ານມາ ນີ້. ເພື່ອຕ້ອນຮັບປີທ່ອງທ່ຽວ ລາວໃຫ້ມີບັນຍາກາດຟົດຟື້ນ.


+ ແຂວງຫົວພັນຂຶ້ນບັນຊີແຫລ່ງທ່ອງທ່ຽວໄດ້ 152 ແຫ່ງ ເພື່ອປີທ່ອງທ່ຽວລາວ
+ ປີທ່ອງທ່ຽວຕ້ອງເລັ່ງສ້າງສິ່ງອຳນວຍຄວາມສະດວກໃຫ້ຜູ້ມາທ່ຽວຫລາຍຂຶ້ນ
ທ່ານ ຮອງເຈົ້າແຂວງ ບໍ່ແກ້ວ ທັງເປັນຜູ້ຊີນຳວຽກ ງານວັດທະນະທຳ-ສັງຄົມ ກ່າວວ່າ: ການຈັດງານບຸນ ປະ ເພນີບັນດາເຜົ່າຄັ້ງນີ້ນອກ ຈາກເປັນການຕ້ອນຮັບປີ ທ່ອງທ່ຽວລາວ, ເຊິ່ງພາຍໃນ ຍັງເປັນການອານຸລັກຮັກສາ ວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມຂອງເຜົ່າ ຕ່າງໆອີກດ້ວຍ, ດັ່ງນັ້ນໃນ ງານໄດ້ມີການປະກວດອາ ພອນເພດຂອງ 13 ເຜົ່າ, ການ ສະແດງຮີດຄອງປະເພນີ ແລະວິຖີການດຳລົງຊີວິດ ຂອງແຕ່ລະເຜົ່າ. ການສະ ແດງສິລະປະ-ວັນນະຄະດີອັນ ໄດ້ ສ່ອງແສງໃຫ້ເຫັນຮີດຄອງ ປະເພນີ, ການນຸ່ງຖືທີ່ເປັນ ເອກະລັກຂອງບັນດາເຜົ່າ. ນອກນີ້, ຍັງມີການປະກວດ ນັກຮ້ອງສຽງດີ ໃນລະດັບ ແຂວງ ແລະ ການແຂ່ງຂັນ ກິລາ ປະເພດຕ່າງໆ, ເພື່ອສ້າງ ບັນຍາກາດເບີກບານມ່ວນ ຊື່ນສ້າງຄວາມຈັບອົກຈັບ ໃຈໃຫ້ຜູ້ມາທ່ຽວຊົມໄດ້ເປັນ ຢ່າງດີ.
ງານບຸນ ປະເພນີບັນດາ ເຜົ່າແຕ່ລະປີຈະຈັດຂຶ້ນພາຍ ຫລັງສຳເລັດການເກັບກູ້ຜົນ ຜະລິດແລ້ວ ປະຊາຊົນໄດ້ ພ້ອມກັນສະຫລອງບຸນດັ່ງ ກ່າວ. ເປັນງານເທດສະການ ລະດັບແຂວງ ແລະ ໄດ້ເລີ່ມ ຈັດຕັ້ງມາແຕ່ປີ 2010, ໂດຍຖື ເອົາວັນທີ 9 ເດືອນຍີ່ ລາວ(ມັງ ກອນ) ເປັນມື້ຈັດງານ, ໂດຍ ຕິດພັນກັບຍຸດທະສາດຂອງ ເມືອງທີ່ວ່າ “ສ້າງເມືອງພຽງ ເປັນເມືອງຜະລິດສະບຽງ ອາຫານຕິດພັນກັບການປຸງ ແຕ່ງ, ບໍລິການທາງຜ່ານ, ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ.
ໃນງານຍັງມີການວາງສະແດງ ແລະ ຈຳໜ່າຍສິນ ຄ້າ, ຜະລິດຕະພັນກະສິກຳ ຂອງບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະ ເທດ, ສິນຄ້າ 1 ເມືອງ 1 ຜະ ລິດຕະພັນ (ODOP) ຈາກ ບັນດາແຂວງອ້ອມຂ້າງ ແລະ ເຄືອງອຸປະໂພກບໍລິໂພກຈາກ ສສ ຫວຽດນາມ ແລະ ຣາຊະ ອານາຈັກໄທ ລວມເກືອບ 100 ຫ້ອງເພື່ອແນໃສ່ສົ່ງ ເສີມ ແລະ ກະຕຸກຊຸກຍູ້ໃຫ້ປະຊາ ຊົນມີເງື່ອນໄຂຜະລິດເປັນສິນ ຄ້າຫລາຍຂຶ້ນ.