ວິທີຊ່ວຍຮັບມືກັບບາງສະຖານະການໃນຊີວິດປະຈຳວັນ
January 19, 2018 - 11:15 AM


ເຕັກນິກໃຫ້ຢຸດຈາມ : ບໍ່ວ່າຈະເປັນການຈາມຍ້ອນເປັນໄຂ້ຫວັດ ຫລື ຍ້ອນອາການພູມແພ້ສິ່ງທີ່ເຮັດໃຫ້ທ່ານຄັນດັງຈົນຢາກຈາມ ເປັນຍ້ອນມີສິ່ງແປກປອມຫລຸດເຂົ້າໄປໃນຜົ້ງດັງ ຮູ້ສຶກຍິບຍັບຈົນຮ່າງກາຍໄດ້ໃຊ້ການຈາມເພື່ອໄລ່ດັນມັນອອກມາ, ແຕ່ຫາກຈາມຫລາຍເກີນໄປ ຈົນຕົນເອງລຳຄານ ລອງຈຸ່ມດັງລົງໃນນຳ້ 2 – 3 ວິນາທີ ນຳ້ຈະຊ່ວຍເອົາສິ່ງແປກປອມນັ້ນອອກມາໄດ້ ຫລື ຖ້າຈະໃຫ້ດີລອງໃຊ້ນຳ້ເກືອກໍຈະຊ່ວຍລະລາຍນຳ້ມູກ ຫລື ເມືອກໃນດັງໄດ້ນຳ, ແຕ່ຫາກທ່ານຢູ່ໃນບ່ອນທີ່ບໍ່ສາມາດຈະຈຸ່ມດັງລົງໄປໃນນຳ້ໄດ້ ລອງໃຊ້ຜ້າຈຸ່ມນຳ້ຊຸ່ມໆເຊັດໃນດັງ ຫລື ຢ່າງໜ້ອຍທີ່ສຸດໃຫ້ຫາຍໃຈອອກໄວໆສັ້ນໆ 5 ວິນາທີຕິດຕໍ່ກັນກໍຈະຊ່ວຍໄລ່ສິ່ງແປກປອມອອກມາໄດ້ຄືກັນ.
- ຢຸດອາການຢາກເຂົ້າຫ້ອງນຳ້ຕະຫລອດ : ບາງຄົນຍ່ຽວຢອດ, ເຂົ້າຫ້ອງນຳ້ແລ້ວຍ່ຽວອອກໜ້ອຍ ຕ້ອງທຽວເຂົ້າຫລາຍເທື່ອ ນິໄສແບບນີ້ຈະເຮັດໃຫ້ລຳບາກຫາກບໍ່ໄດ້ຢູ່ໃກ້ຫ້ອງນຳ້ ທ່ານຈຶ່ງຄວນຝຶກກັ້ນຄວາມຮູ້ສຶກຢາກເຂົ້າຫ້ອງນຳ້ເກີນຈຳເປັນໃຫ້ໄດ້ ໂດຍການຫັນຄວາມສົນໃຈຂອງຕົນເອງໄປຫາສິ່ງອື່ນ ເຊັ່ນ : ຫລິ້ນໂທລະສັບມືຖື, ເບິ່ງວີດີໂອ (ແຕ່ບໍ່ແມ່ນວີດີໂອຊວນໃຫ້ຫົວ ເພາະອາດເຮັດໃຫ້ທ່ານສູນເສຍການຄວບຄຸມ ແລະ ເຜີປ່ອຍອອກມາໄດ້) ຫລື ຊວນໝູ່ລົມ ເຊິ່ງຈະຊ່ວຍຫັນຄວາມສົນໃຈໄປຈາກອາການຢາກເຂົ້າຫ້ອງນຳ້ຂອງທ່ານໄດ້.
- ປະຈຳເດືອນມາໄວ ບໍ່ໄດ້ກຽມຜ້າອະນາໄມໄວ້ຈະເຮັດແນວໃດ ? ເມື່ອຕັ້ງໃຈເຂົ້າໄປຖ່າຍເບົາໃນຫ້ອງນຳ້ ແຕ່ບັງເອີນປະຈຳເດືອນມາໄວກ່ວາທີ່ທ່ານຄິດ ແລະ ທ່ານກໍບໍ່ໄດ້ກຽມຜ້າອະນາໄມມານຳ ແກ້ໄຂບັນຫາສະເພາະໜ້າໄດ້ ໂດຍການໃຊ້ເຈ້ຍອະນາໄມພັນອ້ອມສົ້ງຊ້ອນໃນ ເຊິ່ງສາມາດຖ່ວງເວລາໃຫ້ທ່ານໄປຊອກຊື້ຜ້າອະນາໄມໄດ້. ຫາກມີອາການເຈັບທ້ອງນ້ອຍ ໃຫ້ກິນຢາແກ້ປວດ 1 ເມັດ ນອກຈາກຈະຫລຸດຜ່ອນອາການປວດໄດ້ແລ້ວ ຍັງຊ່ວຍໃຫ້ປະຈຳເດືອນໄຫລຊ້ານຳອີກ.
- ເຕັກນິກເພື່ອບໍ່ໃຫ້ນຳ້ຕາໄຫລໃນສະຖານທີ່ສາທາລະນະ : ຫາກມື້ໃດທ່ານອາລົມອ່ອນໄຫວຖືກແຟນບອກເລີກ, ຫົວໜ້າດ່າ ຫລື ຜິດກັບໝູ່ ຈົນນຳ້ຕາໄຫລອອກມາ, ແຕ່ທ່ານບໍ່ຢາກຮ້ອງໄຫ້ຢູ່ສະຖານທີ່ສາທາລະນະໃຫ້ໃຜເຫັນ ໃຫ້ເງີຍໜ້າຂຶ້ນແລ້ວເບິ່ງແສງໄຟເພດານ ບໍ່ດົນຄວາມແຈ້ງຂອງແສງໄຟກໍຈະເຮັດໃຫ້ແກ້ວຕາຫົດຢ່າງໄວວາ ເຊິ່ງເປັນສະຖານະທີ່ເຮັດໃຫ້ນຳ້ຕາບໍ່ສາມາດໄຫລອອກມາໄດ້ງ່າຍ ຫລື ອາດກັ້ນຫາຍໃຈປະມານ 4 – 5 ວິນາທີ ກໍຊ່ວຍຢຸດນຳ້ຕາໄຫລໄດ້ຄືກັນ ທັງນີ້ ການຮ້ອງໄຫ້ເປັນຜົນມາຈາກການປະມວນຜົນຂອງສະໝອງພາກສ່ວນຄວາມຮູ້ສຶກ ສະນັ້ນ, ຫາກທ່ານພະຍາຍາມບີບໃຫ້ສະໝອງພາກສ່ວນການຄິດຄຳນວນ ເຮັດວຽກໂດຍການຄິດແກ້ບົດຝຶກຫັດຍາກໆຈັກໄລຍະໜຶ່ງກໍຈະເຮັດໃຫ້ທ່ານຮູ້ສຶກບໍ່ຢາກຮ້ອງໄຫ້ແລ້ວກໍມີ.
- ແກ້ອາການເມົາລົດ : ການເດີນທາງໄກເຮັດໃຫ້ຮູ້ສຶກວິນຫົວປວດຮາກ ຫລື ເມົາລົດໄດ້ ເມື່ອໃດທີ່ຮູ້ສຶກວ່າປວດຮາກ ໃຫ້ເປີດແວ່ນລົດເພື່ອຮັບລົມພາຍນອກເຂົ້າມາ ລົມເຢັນໆ ແລະ ອາກາດທີ່ໄຫລວຽນດີກ່ວາຈະຫລຸດຜ່ອນອາການວິນຫົວປວດຮາກໄດ້. ນອກຈາກນີ້, ລອງກິນເຂົ້າໜົມກິນຫລິ້ນໜ້ອຍໜຶ່ງໃນລະຫ່ວາງການເດີນທາງ ຈະຊ່ວຍໃຫ້ກະເພາະອາຫານຮູ້ສຶກຜ່ອນຄາຍ ບໍ່ບີບຮັດຈົນເຮັດໃຫ້ປວດຮາກ. ສິ່ງສຳຄັນການນັ່ງຢູ່ທາງໜ້າໃກ້ຄົນຂັບກໍຊ່ວຍຫລຸດອາການເມົາລົດໄດ້ເປັນຢ່າງດີ.
- ຕຸ່ມຜື່ນຂຶ້ນໜ້າເອິກ : ເກີດໄດ້ຈາກຫລາຍສາເຫດ ທັງອາກາດແຫ້ງ, ອາການແພ້ ຫລື ເກີດຈາກການຕິດເຊື້ອຢູ່ຜິວໜັງ ຫລັງອາບນຳ້ໃຫ້ທາໂລຊັນບາງໆຢູ່ໜ້າເອິກທຸກເທື່ອ, ລອງສັງເກດວ່າໂຕເອງມີອາການແພ້ຈາກສະບູຝຸ່ນ, ນຳ້ຢາປັບຜ້ານຸ້ມ ຫລື ສີຍ້ອມຜ້າຈາກເສື້ອທີ່ທ່ານນຸ່ງຫລືບໍ່ ຫລື ອາດເປັນອາການແພ້ຈາກໂຄງເສື້ອຊ້ອນໃນກໍເປັນໄດ້. ຫາກພົບວ່າອາການແພ້ເກີດຈາກສາເຫດເຫລົ່ານີ້ ໃຫ້ໃຊ້ຢາທາ (hydro- cortisone cream) ທາບໍລິເວນທີ່ເກີດຕຸ່ມຜື່ນຈະຊ່ວຍປິ່ນປົວໄດ້, ແຕ່ຫາກພົບວ່າອາການຕຸ່ມຜື່ນຂອງທ່ານເກີດຈາກການຕິດເຊື້ອຢູ່ຜິວໜັງ ຕ້ອງໃຊ້ຢາຂ້າເຊື້ອໂດຍສະເພາະ ແລະ ໝັ່ນອາບນຳ້ຖູສະບູບໍລິເວນໜ້າເອິກໃຫ້ສະອາດ ແລະ ເຊັດໃຫ້ແຫ້ງດີທຸກເທື່ອຫລັງອາບນຳ້.
- ມື – ຕີນເຢັນບໍ່ຮູ້ວ່າເປັນຫຍັງ : ຫາກສັງເກດວ່າບໍ່ວ່າຈະເປັນຫຍັງ ມື – ຕີນຂອງທ່ານກໍເຢັນຢູ່ສະເໝີ ມັກເປັນອາການທີ່ ບອກເຖິງການໄຫລວຽນເລືອດໃນຮ່າງກາຍບໍ່ເປັນໄປຢ່າງມີປະສິດທິພາບ ເຊິ່ງທ່ານສາມາດກະຕຸ້ນໃຫ້ເລືອດໄຫລວຽນດີຂຶ້ນໄດ້ໂດຍການອອກກຳລັງກາຍໂດຍການເຕັ້ນ, ແຕ່ຫາກພົບເຊື້ອຢູ່ປາຍນິ້ວມື ແລະ ຕີນ, ມີກ້ອນຊີ້ນ ຫລື ຕຸ່ມສີມ້ວງ ລວມທັງມີອາການຊາຮ່ວມນຳ ໂດຍມື – ຕີນຈະເຢັນຫລືບາງເທື່ອກໍບໍ່ເຢັນ ຖືເປັນສັນຍານຂອງພະຍາດເຣນອຍ (Raynaud’s Disease) ເຊິ່ງເປັນອາການຜິດປົກກະຕິຂອງເສັ້ນເລືອດຕີບໂຕຜິດປົກກະຕິ ຫາກມີອາການດັ່ງກ່າວຄວນໄປໂຮງໝໍໂດຍໄວ.
- ເຈັບທ້ອງຖ່າຍກະທັນຫັນ : ຫາກໄປກິນຫຍັງທີ່ເຮັດໃຫ້ເຈັບທ້ອງ, ແຕ່ທ່ານບໍ່ສາມາດລຸກໄປເຂົ້າຫ້ອງນຳ້ໄດ້ກະທັນຫັນ ແລະ ກຳລັງຢູ່ໃນທ່ານັ່ງໃຫ້ນັ່ງໂດຍຖິ້ມນຳ້ໜັກໄປຫາຂາເບື້ອງໃດໜຶ່ງ ເນື່ອງຈາກນຳ້ໜັກໂຕຈະຊ່ວຍກົດກ້າມຊີ້ນບໍ່ໃຫ້ອາຈົມອອກມາໄດ້ ຊ່ວຍໃຫ້ທ່ານກັ້ນຕໍ່ໄປໄດ້ອີກໄລຍະໜຶ່ງ ແລະ ເມື່ອລຸກໄປເຂົ້າຫ້ອງນຳ້ ໃຫ້ຍ່າງເກັງໆກົ້ນ, ຍ່າງກ້າວໄວໆແຕ່ໝັ້ນຄົງ ຈະຊ່ວຍຫັນຄວາມສົນໃຈໄປໄດ້ໜ້ອຍໜຶ່ງ, ແຕ່ທາງທີ່ດີສຸດຢ່າກິນຫຍັງທີ່ຄິດວ່າຈະເຮັດໃຫ້ເຈັບທ້ອງຈະດີກ່ວາ.