ຈັດສຳມະນາໃນຫົວຂໍ້: “ພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງຕາມທິດສັງຄົມນິຍົມຢູ່ລາວ ແລະ ຫວຽດນາມ”


ກອງປະຊຸມສຳມະນາວິທະຍາສາດລະຫວ່າງໂຮງຮຽນການເມືອງ-ການປົກຄອງນະຄອນຫລວງວຽງຈັນກັບສະຖາບັນກໍ່ສ້າງພະນັກງານນະຄອນໂຮ່ຈິມິງ ໃນຫົວຂໍ້: “ພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງຕາມທິດສັງຄົມນິຍົມຢູ່ລາວ ແລະ ຫວຽດນາມ” ໄດ້ຈັດຂຶ້ນໃນວັນທີ 23 ມັງກອນນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ ແລະ ທ່ານ ເຈິ່ນຮວາງເງິ່ນ ຫົວໜ້າສະຖາບັນກໍ່ສ້າງພະນັກງານນະຄອນໂຮ່ຈິມິງ ທ່ານ ອຸດອນ ໄຊມຸນຕີ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງບົດສະເຫນີບັນຫາຕ່າງໆຈາກບັນດານັກວິທະຍາສາດນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈິມິນງ ແລະ ຈະໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ, ໃນນີ້ບົດຂອງນະຄອນຫລວງວຽງຈັນມີ 10 ບົດຄື: ບາງບັນຫາການນຳໃຊ້ທ່າແຮງຊັບພະຍາ ກອນແຮ່ທາດເປັນຂະແໜງບຸລິມາສິດໜຶ່ງແກ່ການຫັນປ່ຽນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມທິດຍືນຍົງຢູ່ສປປ ລາວ, ພັດທະນາເສດຖະກິດຕ້ອງຕິດພັນກັບການຮັກສາສິ່ງແວດລ້ອມ ພະນັກງານແມ່ນຂອດຕັດສິນຜົນສຳເລັດຂອງການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງຕາມທິດສັງຄົມນິຍົມ, ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງນະຄອນຫລວງວຽງຈັນໃຫ້ເຂັ້ມແຂງ ແລະ ຍືນຍົງ, ສົ່ງເສີມການປູກພຶດຜັກສະອາດຕິດພັນກັບການບໍລິການ ແລະ ບົດອື່ນໆ.
ສຳລັບນະຄອນໂຮ່ຈິມິງມີຈຳນວນ 7 ບົດຄື: ກົນໄກນະໂຍບາຍພິເສດ ແລະ ບັນຫາພັດທະນາເສດຖະກິດທີ່ຍືນຍົງຢູ່ນະຄອນໂຮ່ຈິມິງ, ພັດທະນາເສດຖະກິດພູມປັນຍາແມ່ນເງື່ອນໄຂຄ້ຳປະກັນໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງຢູ່ຫວຽດນາມ ແລະ ລາວ, ການຮ່ວມມືສາກົນລະຫວ່າງ ນະຄອນໂຮ່ຈິມິງກັບບັນດາແຂວງຂອງລາວ ເປັນສັນຍາລັກແຫ່ງການຮ່ວມມືພັດທະນາເສດຖະກິດແບບຍືນຍົງຢູ່ຫວຽດນາມ ແລະ ລາວ, ກະສິກຳອິນຊີແມ່ນເສັ້ນທາງພັດທະນາກະສິກຳແບບຍືນຍົງຢູ່ຫວຽດນາມ ແລະ ບົດອື່ນໆ.