ເຜີຍສະເປັກ VIVO X20 PLUS UD ໂທລະສັບມືຖືສະແກນລາຍນິ້ວມືໃຕ້ຈໍຮຸ່ນທໍາອິດຂອງໂລກ


ຫລ້າສຸດທາງ vivo ໄດ້ເຜີຍສະເປັກຢ່າງເປັນທາງການຂອງ vivo X20 Plus UD ໂທລະສັບມືຖືທີ່ມີເຊັນເຊີສະແກນລາຍນິ້ວມືໃຕ້ແຜງໜ້າຈໍຮຸ່ນທໍາອິດຂອງໂລກອອກມາແລ້ວ.
vivo X20 Plus UD ໃຊ້ແຜງໜ້າຈໍ AMOLED ຊຶ່ງຮອງຮັບການເຮັດວຽກຮ່ວມກັບເຊັນເຊີ Clear ID FS9500 ເພື່ອໃຫ້ສາມາດສະແກນລາຍນິ້ວມືໃຕ້ໜ້າຈໍໄດ້ ດ້ານໜ້າຈໍມີຂະໜາດ 6.43 ນິ້ວ, ອັດຕາສ່ວນ 18:9 ຄວາມລະອຽດ FullHD+ (2160 x 1080 ພິກເຊລ) ຕິດຕັ້ງ RAM 4GB ຄວາມຈຸຕົວເຄື່ອງ 128GB ແລະ ຮອງຮັບການເຮັດວຽກສອງຊິມກັບໜ່ວຍຄວາມຈໍາເສີມຜ່ານຖາດໄຮບຣິດສລ໊ອຕ.
ໂທລະສັບມືຖືຮຸ່ນນີ້ ໃຊ້ກ້ອງຫຼັງຄູ່, ເລນຫຼັກເຊັນເຊີ 12 ລ້ານພິກເຊລ, ຮູຮັບແສງ f/1.8, ເລນສໍາຮອງ 5 ລ້ານພິກເຊລ. ຂະນະທີ່ກ້ອງໜ້າ 12 ລ້ານພິກເຊລ, ມີແຟັດ LED ຕົວແບັດເຕີຣີ 3,905mAh, ໃຊ້ພຣ໌ຕ USB-C.
ຮຸ່ນນີ້ສະໜັບສະໜູນການເຊື່ອມຕໍ່ 4G VoLTE ແລະ Bluetooth 5.0 ສັດສ່ວນ 165.2 x 80.02 x 7.35 ມມ, ໜັກ 183.1 ກຣາມ ໂດຍທີ່ຮຸ່ນນີ້ຈະຂາຍຢ່າງເປັນທາງການວັນທີ 1 ກຸມພາ ລາຄາປະມານ 17.800 ບາດ (ສະກຸນເງິນໄທ).