ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ

ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ - 26907072 759569087580207 4194589598252370290 n - ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ
ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ - kitchen vibe - ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ

ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມ ສະຫລຸບການເຄື່ອນໄຫວວຽກ ງານຂອງຕົນປະຈຳປີ 2017 ແລະ ວາງທິດທາງແຜນການ ເຄື່ອນໄຫວໃນປີໃໝ່, ຂຶ້ນໃນວັນທີ 25 ມັງກອນນີ້ທີ່ນະຄອນຫລວງ ວຽງຈັນ, ໂດຍມີທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ມີຜູ້ ຕາງໜ້າກຳມາທິການຍຸຕິທຳ ສະພາແຫ່ງຊາດ, ສານປະຊາຊົນ ສູງສຸດ, ກະຊວງ, ບັນດາ ແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມນຳດ້ວຍ.

ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ - 25 - ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ

ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ - Visit Laos Visit SALANA BOUTIQUE HOTEL - ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ

+ ເຊກອງຫວນຄືນວັນສ້າງຕັ້ງອົງການໄອຍະການຄົບຮອບ 28 ປີ

+ ອົງການຈັດຕັ້ງສັງຄົມນະຄອນຫລວງ ພົບປະແລກປ່ຽນບົດຮຽນດ້ານການດຳເນີນງານ

ໃນໂອກາດດັ່ງກ່າວ, ຮອງ ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດໄດ້ຂຶ້ນຜ່ານຮ່າງ ບົດສະຫລຸບການເຄື່ອນໄຫວ ວຽກງານຮອບດ້ານປະຈຳປີ 2017, ໂດຍໄດ້ຍົກໃຫ້ເຫັນ ວ່າ: ໃນໄລຍະ 1 ປີ ຜ່ານມາ, ອົງ ການໄອຍະການປະຊາຊົນສູງ ສຸດໄດ້ມີຜົນສຳເລັດອັນພົ້ນເດັ່ນ ຫລາຍດ້ານ, ສາມາດສ້າງຕັ້ງ ອົງການໄອຍະການປະຊາຊົນ ເຂດ ຕື່ມ 2 ເຂດຄື: ເຂດ 1 ແຂວງ ໄຊສົມບູນ ແລະ ເຂດ 3 ແຂວງ ຈຳປາສັກ. ຈຳນວນພະນັກງານ ລັດຖະກອນສັງກັດ ຢູ່ອົງການ ໄອຍະການປະຊາຊົນສູງສຸດໄດ້ ເຕີບໃຫຍ່ຂະຫຍາຍຕົວ ແລະ ໜຶ່ງປີຜ່ານມາອົງການໄອຍະ ການປະຊາຊົນ ໃນທົ່ວປະເທດ ໄດ້ລົງຕິດຕາມກວດກາການຈັດ ຕັ້ງປະຕິບັດຄຳຕັດສິນຂອງສານ ຈຳນວນ 349 ເລື່ອງ, ແກ້ໄຂ ແລ້ວ 293 ເລື່ອງ, ໄດ້ຮັບຄະດີ ອາຍາ 18.040 ເລື່ອງ, ປະຕິບັດ ສຳເລັດ 1.162 ເລື່ອງເທົ່າກັບ 9,91%, ຄະ ດີແພ່ງ 6.886 ເລື່ອງ, ປະຕິບັດສຳເລັດ 1.162 ເລື່ອງ ເທົ່າກັບ 16,87%, ພ້ອມ ດຽວກັນນັ້ນ, ຖັນແຖວສະມາຊິກ ພັກ-ພະນັກງານມີຄວາມຫ້າວ ຫັນມີຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານ, ມີສະຕິຕໍ່ການຈັດຕັ້ງ ປະຕິບັດສິດ ແລະ ໜ້າທີ່ດ້ວຍ ຄວາມຊື່ສັດບໍລິສຸດ, ລະບົບການ    ຈັດຕັ້ງຂອງອົງການໄອຍະການ ປະຊາຊົນທຸກຂັ້ນໄດ້ຮັບການປັບ ປຸງໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ແລະ ມີຄຸນນະພາບ.

ໃນກອງປະຊຸມຍັງໄດ້ ພ້ອມ ກັນຄົ້ນຄວ້າ ແລະ ປະກອບຄຳ ເຫັນສຸມໃສ່ ບັນດາເນື້ອໃນ ແລະ ວຽກງານທີ່ສຳຄັນ, ຄົງຄ້າງ ແລະ ເສີມຂະຫຍາຍຈຸດດີແນໃສ່ຈັດ ຕັ້ງປະຕິບັດແຜນການພັດທະນາ ວຽກງານອົງການໄອຍະການ ປະຊາຊົນປະຈຳປີ 2018 ໃຫ້ມີ ຜົນສຳເລັດໃຫຍ່ຫລວງກວ່າເກົ່າ.

ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ - 26907072 759569087580207 4194589598252370290 n - ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ

 

ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ - 3 - ອົງການໄອຍະການປະຊາຊົນສູງສຸດດຳເນີນກອງປະຊຸມຈຳປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!