ລ໋ອບສະເຕດຽມກຽມຈັດການ ແຂ່ງຂັນເຕະບານການກຸສົນ 5 ຄົນ


ສະໜາມກິລາລ໋ອບສະເຕດຽມ ກຽມຈັດການແຂ່ງຂັນເຕະບານການກຸສົນຂຶ້ນໃນຕົ້ນເດືອນກຸມພາ 2018 ທີ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອສະສົມທຶນຊ່ວຍເຫລືອນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານນາສາວນາງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍກໍານົດ 8 ທີມເຂົ້າຮ່ວມ.
ທ່ານ ອາລ໋ອບ ມະນີບົດ ເຈົ້າຂອງເດີ່ນກິລາລ໋ອບສະເຕດຽມ ໃຫ້ສໍາພາດວ່າ: ປັດຈຸບັນໂຮງຮຽນຫ່າງໄກສອກຫລີກຈໍານວນຫລາຍຍັງຕ້ອງການການຊ່ວຍເຫລືອດ້ານອາຄານສະຖານທີ່ ແລະ ອຸປະກອນການຮຽນ-ການສອນຈໍານວນຫລາຍສົມຄວນ ໂດຍສະເພາະໂຮງຮຽນປະຖົມສົມບູນບ້ານນາສາວນາງ ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ. ດັ່ງນັ້ນ ທາງສະໜາມກິລາຂອງພວກເຮົາຈຶ່ງຈະຈັດການແຂ່ງຂັນຄັ້ງນີ້ຂຶ້ນ ເພື່ອສະສົມທຶນຊ່ວຍເຫລືອບັນດາໂຮງຮຽນທີ່ຫ່າງໄກສອນຫລີກໃນຂອບເຂດທົ່ວປະເທດ ເປັນຕົ້ນໂຮງຮຽນປະຖົມສົມບູນບ້ານນາສາວນາງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ສໍາລັບການແຂ່ງຂັນເຕະບານການກຸສົນ 5 ຄົນຄັ້ງນີ້ ພວກເຮົາຈະຈັດຂຶ້ນໃນວັນທີ 10 ກຸມພາ 2018 ເຊິ່ງໄດ້ກໍານົດທີມເຂົ້າຮ່ວມ 8 ທີມ, ຮູບແບບການແຂ່ງຂັນແຕ່ລະທີມພົບກັນ ຖ້າທີມໃດເສຍແມ່ນຕົກຮອບທັນທີ.
ຖ້າທີມໃດສົນໃຈສາມາດເຂົ້າລົງແຂ່ງຂັນໄດ້ທີ່ສະໜາມກິລາລ໋ອບສະເຕດຽມ ຫລື ສາມາດລົງທະບຽນໄດ້ທີ່ຮ້ານຊີ້ນດາດໂຕໝູແຄມຂອງຖະໜົນຄົນຍ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ. ນອກຈາກນັ້ນ ສາມາດໂທສອບຖາມໄດ້ 02078777577, 02099777663 ທ່ານ ອາລ໋ອບ ມະນິບົດ.