ສສກ ສະຫລຸບ ແລະ ຍ້ອງຍໍຜົນງານນັກກິລາຄົນພິການລາວ ທີ່ສ້າງຜົນງານໃນກິລາອາຊຽນພາຣາເກມ ຄັ້ງທີ IX ທີ່ມາເລເຊຍ
ເມື່ອວັນທີ 31 ມັງກອນຜ່ານມາ ທີ່ໂຮງແຮມລ້ານຊ້າງ ນະຄອນຫລວງວຽງຈັນ ໄດ້ມີພິທີສະຫລຸບ ແລະ ຍ້ອງຍໍຜົນງານຂອງທັບນັກກິລາຄົນພິການລາວ ທີ່ສ້າງຜົນງານໃນການເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ IX ທີ່ປະເທດມາເລເຊຍເປັນເຈົ້າພາບ ໃນປີ 2017 ຜ່ານມາຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານນາງ ແສງເດືອນ ຫລ້າຈັນທະບູນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ໂທມີໂກະ ມາເອຈິມະ ປະທານອົງການຄົນພິການເອເຊຍເພື່ອການພັດທະນາ (ADDP), ມີທ່ານຫົວໜ້າກົມທີ່ກ່ຽວຂ້ອງ ແລະ ນັກກິລາຄົນພິການເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສີທາດ ຈັນທະບູລີ ຫົວໜ້າກົມກິລາມວນຊົນ ໄດ້ກ່າວລາຍງານຜົນສຳເລັດໃນການເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ IX ທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 13-24 ກັນຍາ 2017 ຜ່ານມາ ໂດຍທັບນັກກິລາຄົນພິການທີມຊາດລາວເຂົ້າຮ່ວມທັງໝົດ 6 ປະເພດກິລາ ປະກອບມີ: ກິລາຍົກນ້ຳໜັກ, ກິລາແລ່ນ-ລານ, ກິລາລອຍນ້ຳ, ກິລາໂກນບານ, ກິລາບານເຕະຄົນພິການຕາ ແລະ ກິລາບານບ້ວງລໍ້ເລື່ອນ ເຊິ່ງມີຄະນະນຳ, ຄູເຝິກ, ຜູ້ຊ່ວຍຄູເຝິກ, ນັກກິລາ ແລະ ແພດກາຍະບຳບັດ-ແພດປະຈຳທີມ ຈຳນວນທັງໝົດ 100 ຄົນ ເປັນຍິງ 27 ຄົນ. ຜ່ານການແຂ່ງຂັນ ຜົນປາກົດວ່າ ທັບນັກກິລາຄົນພິການທີມຊາດລາວ ສາມາດຍາດມາໄດ້ 4 ຫລຽນເງິນ, 4 ຫລຽນທອງ ລວມທັງໝົດ 8 ຫລຽນ ເຊິ່ງໄດ້ມາຈາກ ກິລາລອຍນ້ຳ 1 ຫລຽນເງິນ ແລະ 2 ຫລຽນທອງ, ກິລາຍົກນ້ຳໜັກ 1 ຫລຽນເງິນ ແລະ 1 ຫລຽນທອງ, ກິລາໂກນບານ ປະເພດຍິງ 1 ຫລຽນເງິນ, ກິລາໂກນບານ ປະເພດຊາຍ 1 ຫລຽນທອງ ແລະ ກິລາບານເຕະຄົນພິການຕາ 1 ຫລຽນເງິນ. ຂະນະທີ່ການເຂົ້າຮ່ວມໃນຄັ້ງທີ VIII ໃນປີ 2015 ຢູ່ທີ່ປະເທດສິງກະໂປ ເປັນເຈົ້າພາບຜ່ານມາ ແມ່ນໄດ້ເພິ່ມ 3 ຫລຽນ ປະກອບມີ 2 ຫລຽນເງິນ ແລະ 1 ຫລຽນທອງ. ສຳລັບການປະຕິບັດນະໂຍບາຍ ແລະ ການຍ້ອງຍໍຕໍ່ຄູເຝິກ ແລະ ນັກກິລາທີ່ໄດ້ຮັບຫລຽນເງິນ ແລະ ຫລຽນທອງ ທີ່ໄດ້ກຳນົດໄວ້ໃນມາດຕາ 10 ການມອບໃຫ້ລາງວັນ ແລະ ການຍ້ອງຍໍຈະໄດ້ຮັບນະໂຍບາຍ 50% ຂອງນັກກິລາທີມຊາດຄົນບໍ່ພິການ ປະກອບມີ ຫລຽນຄຳ ໄດ້ຮັບຫລຽນໄຊແຮງງານ ຊັ້ນ II ແລະ ນະໂຍບາຍເງິນສົດ ຈຳນວນ 12,5 ລ້ານກີບ, ຫລຽນເງິນ ໄດ້ຮັບຫລຽນໄຊແຮງງານ ຊັ້ນ III ແລະ ນະໂຍບາຍເງິນສົດ ຈຳນວນ 7,5 ລ້ານກີບ ແລະ ຫລຽນທອງ ໄດ້ຮັບຫລຽນ ກາແຮງງານ ແລະ ນະໂຍບາຍເງິນສົດ ຈຳນວນ 5 ລ້ານກີບ.