ແຟນບານ ລີເວີພູລ ບໍ່ພໍໃຈຜົນການຕັດສິນ ຫລັງໃຫ້ຈຸດໂທດນັດ ສະເປີ ສະເໝີ ລີເວີພູລ

ເອັດດີ ສະມາດ ຜູ້ຊ່ວຍຜູ້ຕັດສິນ ກາຍເປັນຄົນດັງຊົ່ວຂ້າມຄືນ ຫລັງມີສ່ວນຊ່ວຍໃຫ້ ທັອດແມນ ຮັອດສະເປີ ໄດ້ຈຸດໂທດເຖິງ 2 ຄັ້ງ ໃນນັດທີ່ສະເໝີກັບ ລີເວີພູລ 2-2 ໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ວັນທີ 4 ກຸມພານີ້.
ຈັງຫວະດັ່ງກ່າວມາຈາກເຫດການທີ່ ໂຈນາທານ ມອສ໌ ເຊິ່ງເປັນຜູ້ຕັດສິນບໍ່ໝັ້ນໃຈວ່າຈະໃຫ້ເປັນຈັງຫວະໄໝໃຫ້ກັບ ແຮຣີ ເຄນ ທີ່ຖືກ ລໍຣີສ ຄາຣິອຸສ ສະກັດລົ້ມລົງໃນເຂດໂທດ ຫລື ບໍ່ ? ເຮັດໃຫ້ ມອສ ຕ້ອງມາປຶກສາກັບ ເອັດດີ ສະມາດ ທີ່ເຮັດໜ້າທີ່ຜູ້ຊ່ວຍຕັດສິນ (ກຳມະການເສັ້ນ) ແລະ ລາວກໍຢືນຢັນວ່າ ຈັງຫວະນີ້ສົມຄວນເປັນຈຸດໂທດ ຈົນອອກອາການສະໃຈ.
ຢ່າງໃດກໍຕາມ ແຟນບານໃນໂລກອອນໄລຕ່າງພາກັນແຊຄລິບຈັງຫວະທີ່ ສະມາດ ກຳກໍ່າປັ້ນຄືກັບອາການສະໃຈຈົນເຮັດໃຫ້ຫລາຍຄົນຕ່າງຄິດວ່າຜູ້ຊ່ວຍຕັດສິນຄັ້ງນີ້ເປັນແຟນບານຂອງ ສະເປີ.