ຮອງນາຍົກລັດຖະມົນຕີຢ້ຽມຢາມໂຮງງານ ເຈຍລະໄນ ອັນຍະມະນີລາວ

ໂອກາດເຂົ້າຮ່ວມເປີດປີທ່ອງທ່ຽວລາວ 2018 ແລະ ເທດສະການດອກງິ້ວບານ ທີ່ດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໃນວັນທີ 28 ມັງກອນ ຜ່ານມາ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນພ້ອມດ້ວຍຄະນະ, ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການດຳເນີນທຸລະກິດຂອງໂຮງງານ ເຈຍລະໄນ ອັນຍະມະນີລາວ, ໂດຍການຕ້ອນຮັບຂອງທ່ານ ນາງ ນົງລັກ ວິໄລສັກ ຜູ້ອຳນວຍການໂຮງງານ ແລະ ພະນັກງານກຳມະກອນຢ່າງອົບອຸ່ນ.
ໂຮງງານ ເຈຍລະໄນ ອັນຍະມະນີລາວ ສ້າງຕັ້ງຂຶ້ນມາແຕ່ປີ 1992 ໂດຍແມ່ນ ທ່ານ ຈັນເພັງ ວິໄລສັກ (ຜູ້ເປັນພໍ່) ເປັນຜູ້ລິເລີ່ມສ້າງຕັ້ງຂຶ້ນ ຈາກນັ້ນໄດ້ມີການປັບປຸງພັດທະນາ ແລະ ຂະຫຍາຍການຜະລິດເພີ່ມຂຶ້ນເລື້ອຍໆ… ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ຈຶ່ງໄດ້ປ່ຽນຊື່ມາເປັນໂຮງງານ ເຈຍລະໄນ ອັນຍະມະນີລາວ ໃນທຸກວັນນີ້ ມີພະນັກງານທັງໝົດ 20 ຄົນ, ຍິງ 14 ຄົນ, ຮັບເຈຍລະໄນພອຍ, ມະຫານິນ, ອັນຍະມະນີທີ່ມີຄ່າ, ໂດຍແມ່ນການນຳໃຊ້ວັດຖຸດິບພາຍໃນແຂວງ, ຊຶ່ງເດືອນໜຶ່ງສາມາດຜະລິດລິດໄດ້ 4-5 ພັນເມັດ ແລະ ຜະລິດຕາມການສັງຂອງລູກຄ້າ ເພື່ອຈໍາໜ່າຍທັງຢູ່ພາຍໃນ ແລະ ຕ່າງປະເທດເຊັ່ນ: ສປ ຈີນ, ການາດາ, ຝຣັ່ງ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ ແລະ ທຸກພາກໃນອາຊຽນ. ໃນອະນາຄົດໂຮງງານ ເຈຍລະໄນ ອັນຍະມະນີລາວ ຈະສ້າງເປັນສູນໂອດ໋ອບ ເພື່ອສົ່ງເສີມປະຊາຊົນມີລາຍຮັບ, ປັບປຸງໂຮງງານໃຫ້ກາຍເປັນ ຫໍພິພິທະພັນກ່ຽວກັບປະຫວັດຄວາມເປັນມາຂອງການຂຸດຄົ້ນແກ້ວ, ເພື່ອເປັນແຫລ່ງຮຽນຮູ້ໃຫ້ຄົນລຸ້ນຫລັງ ແລະ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວແຂວງບໍ່ແກ້ວ ໄດ້ສຳຜັດກັບການສ້າງ ແລະ ສົ່ງເສີມການຂຸດຄົ້ນ.
ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມບຸກບືນສູ້ຊົນຂອງໂຮງງານ ເຈຍລະໄນ ອັນຍະມະນີລາວ ໂດຍສະເພາະແມ່ນການນຳໃຊ້ວັດຖຸດິບ ແລະ ທ່າແຮງພາຍໃນແຂວງທີ່ເກັບຊື້ຈາກປະຊາຊົນ ໂດຍການຂຸດຄົ້ນແບບຫັດຖະກຳທີ່ເປັນມິດກັບສິ່ງແວດ ລ້ອມ ເພື່ອມາຜະລິດເປັນສິນຄ້າສົ່ງອອກ ແລະ ຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວກໍຄືປະເທດ ແລະ ສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ມີລາຍຮັບເພີ່ມຂຶ້ນ.