ໄຟໄໝ້ກຸດຕິວັດບ້ານຫາດສ້ຽວມາຈາກແບັດໂທລະສັບແຕກໃນເວລາສາກ

ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງສືບສວນ-ສອບສວນ ພະຍານຜູ້ເຫັນເຫດການທີ່ຢູ່ໃກ້ຄຽງ ແລະ ລົງເກັບກຳຂໍ້ມູນໃນສະຖານທີ່ເກີດເຫດພົບວ່າ: ສາເຫດທີ່ພາໃຫ້ເກີດໄຟໄໝ້ກຸດຕິວັດບ້ານຫາດສ້ຽວເມືອງທຸລະຄົມແຂວງວຽງຈັນໃນຄືນວັນທີ 24 ມັງກອນຜ່ານມາແມ່ນຍ້ອນຄູບາອົງໜຶ່ງໄດ້ສາກແບັດເຕີຣີໂທລະສັບຂອງຕົນປະໄວດົນ ເຮັດໃຫ້ເຄື່ອງຮ້ອນແລ້ວແຕກ, ກ່ອນໄຟຈະລຸກໄໝ້ກຸດຕິດັ່ງກ່າວຢ່າງຮ້າຍແຮງ, ໂດຍພຣະສົງ ແລະ ປະຊາຊົນໄດ້ລະດົມກໍາລັງຊ່ວຍກັນເກັບສິ່ງຂອງອອກຈາກກຸດຕິ, ກ່ອນທີ່ທາງເຈົ້າໜ້າທີ່ມອດໄຟເຂົ້າມາເຖິງ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ບັນຫາອັກຄີໄພເປັນປະກົດການຫຍໍ້ທໍ້ໜຶ່ງທີ່ກຳລັງພົ້ນເດັ່ນໃນສັງຄົມຄື: ໃນປີຜ່ານມາ, ທົ່ວປະເທດມີອັກຄີໄພເກີດຂຶ້ນເກືອບ 200 ຄັ້ງ, ມີມູນຄ່າເສຍຫາຍຫລາຍກວ່າ 1.000 ຕື້ກີບ, ມີຜູ້ເສຍຊີວິດ 8 ຄົນ, ໂດຍສາເຫດສ່ວນໃຫຍ່ແມ່ນມາຈາກໄຟຟ້າລັດວົງຈອນ, ຈາກການຂາດສະຕິໃນການນໍາໃຊ້, ການໃຕ້ທູບທຽນບູຊາ ແລະ ອື່ນໆ.