ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ

ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - 251 1 - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ
ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - kitchen vibe - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ

ໂດຍ: ຊາຍພະເນຈອນ

 

ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - Visit Laos Visit SALANA BOUTIQUE HOTEL - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ
ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - Visit Laos Visit SALANA BOUTIQUE HOTEL - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ

ເມືອງທ່າແຂກ , ແຂວງ ຄໍາມ່ວນ ເປັນດິນແດນ ວິລະຊົນ ທີ່ເຄີຍມີປະຫວັດສາດອັນຍາວ ນານ, ເປັນເມືອງທີ່ອຸດົມສົມ ບູນໄປດ້ວຍວັດວາອາຮາມ, ປູ ສະນີຍະສະຖານ, ວັດຖຸບູຮານ ອັນເກົ່າແກ່ສະຖານ ທີ່ອັນສັກ ສິດ-ສັກກະລະບູຊາ ພ້ອມດ້ວຍ ແຫຼ່ງທ່ອງທ່ຽວຫຼາຍແຫ່ງ ,ໃນ ນັ້ນ ເດັ່ນກວ່າໝູ່ແມ່ນພະທາດ ສີໂຄດຕະບອງ(ທາດເມືອງ ເກົ່າ), ເຊິ່ງເປັນປູສະນີຍະສະ ຖານອັນ ເປັນສັນຍາລັກຂອງ ແຂວງ ຄໍາມ່ວນ. ທຸກໆປີເມື່ອ ເຖິງ ເດືອນກຸມພາຫຼືເດືອນສາມ ເພັງຈະມີປະຊາຊົນມາຈາກທຸກ ເມືອງ, ໂດຍສະເພາະແມ່ນເຂດ ທ່າແຂກ-ເມືອງໜອງບົກ, ຈະ ພ້ອມພາກັນມາຮ່ວມສະຫລອງງານບຸນນະມັດສະການພະທາດສີໂຄດຕະບອງ. ດ້ວຍຄວາມ ຫລາກຫລາຍ ແລະ ຟົດຟື້ນ ສໍາລັບປີນີ້ ເປັນປີພິເສດເປີດ ປີທ່ອງທ່ຽວລາວເຊິ່ງການສະ ເຫຼີມ ສະຫຼອງບຸນນະມັດສະ ການດັ່ງກ່າວຈະຈັດຂຶ້ນໃນ ວັນທີ 9-11 ກຸມພາ ນີ້,ຢູ່ເຂດບ້ານສີໂຄດ, ເມືອງ ທ່າແຂກ, ໃນເຂດວັດເກົ່າເຊິ່ງ ຫ່າງຈາກຕົວເມືອງທ່າແຂກ ໄປທາງທິດໃຕ້ປະມານ 6 ກິໂລ ແມັດ, ພະທາດສີໂຄດໄດ້ສ້າງ ຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງ ສະຕະວັດ ທີ 6-8 ເພື່ອເປັນບ່ອນບັນຈຸ ອັດຖິ(ກະດູກ)ຂອງພະພຸດທະ ເຈົ້າ ແລະ ໄດ້ປັ້ນຮູບພະຍາ ສີໂຄດຕະບອງຢືນຢູ່ຢ່າງສະ ຫງ່າຜ່າເຜີຍ. ຕາມປະຫວັດ ສາດ ທີ່ໄດ້ກ່າວຂານກັນມາວ່າ: ໃນສະຕະວັດທີ 16 ເຊິ່ງເປັນ ໄລຍະທີ່ອານາຈັກລ້ານຊ້າງ, ພະເຈົ້າໄຊຍະເຊດຖາທິລາດ ໄດ້ປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງໂດຍໄດ້ ເພີ່ມໃນການຕົບແຕ່ງດອກບົວ ຕິດໃສ່ຈອມທາດຕື່ມອີກ, ພະ ທາດສີໂຄດຕະບອງປະກອບ ດ້ວຍເສດຕະສັດ 7ຊັ້ນ, ສູງ 2 ແມັດ, ທາງໃນແກນເປັນເຫຼັກ. ສ່ວນເສດຕະສັດແມ່ນເຮັດ ດ້ວຍເງິນ ແລະ ຄໍາ, ຢູ່ປາຍ ທາດມີໂຄມແກ້ວ ແລະ ຢູ່ບໍລິ ເວນຕີນພະທາດກ້ວາງດ້ານ ລະ 25 ແມັດ ແລະ ລວງສູງ ຂອງພະທາດ 30 ແມັດ. ພະ ທາດສີໂຄດຕະບອງ ເປັນສະ ຖານທີ່ສັກສິດ ແລະ ເປັນສະ ຖານທີ່ສັກກະລະບູຊາ ຂອງ ຊາວພຸດ ລາວທັງຊາດໂດຍ ສະເພາະແມ່ນປະຊາຊົນ ແຂວງຄໍາມ່ວນນັ້ນເອງ, ເຊິ່ງ ໃນແຕ່ລະປີ ເມື່ອເຖິງ ເດືອນ ກຸມພາຫຼືເດືອນສາມເພັງກໍ ຈະມີປະຊາຊົນຈາກທຸກສາ ລະທິດໃນທົ່ວແຂວງຄໍາມ່ວນ, ມາຈັດຕັ້ງງານສະເຫຼີມສະ ຫຼອງ ແລະ ກາບໄຫ້ວພະທາດ ດັ່ງກ່າວຕາມຂະນົບທຳນຽມ ແລະ ສະເພາະປີນີ້, ແມ່ນໄດ້ ເລີ່ມສະຫຼອງມາແຕ່ ວັນທີ 9 ກຸມພາເປັນຕົ້ນມາ ຈົນຮອດ ວັນທີ 11 ກຸມພາເປັນມື້ໃສ່ ບາດຍາດນໍ້າຖວາຍສັງ ຂະທານ ເປັນອັນວ່າເສັດພິທີ ແລະ ສັງເກດເຫັນວ່າແຕ່ລະ ມື້ໄດ້ມີບັນດາອອກຕົນຍາດ ໂຍມຕະຫຼອດຮອດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດໄດ້ລັ່ງໄຫຼເຂົ້າມາຂາບ ໄຫ້ວຢູ່ບໍ່ຂາດ ເຊິ່ງສະເລ່ຍ ແລ້ວຈະມີປະມານ 4.000-5.000 ຄົນ.

ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - 321 1 - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ

 

+ ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ

+ ບຸນກອງເຂົ້າໃຫຍ່ແຂວງໄຊຍະບູລີສ້າງຄວາມປະທັບໃຈ ໃຫ້ຜູ້ມາທ່ຽວຊົມເປັນຈຳນວນຫລາຍ

ພະທາດສີໂຄດຕະບອງ ເປັນພະທາດທີ່ງົດງາມ, ໄດ້ ຖືກຕົບແຕ່ງ ແລະ ປະຕິສັງ ຂອນໃຫ້ໄປຕາມຮູບແບບສິ ລະປະລ້ານຊ້າງ ໂດຍມີການ ປະດັບຕົບແຕ່ງດ້ວຍເງິນ ແລະ ຄໍາ ທີ່ມີຮູບຮ່າງອັນສູງສະຫງ່າ ກາຍເປັນສະຖານທີ່ທ່ອງ ທ່ຽວອັນໂດດເດັ່ນທາງດ້ານ ວັດທະນະທໍາ ແຂວງຄຳມ່ວນ ແລະ ເປັນທີ່ຮູ້ຈັກກັນດີໃນ ທົ່ວປະເທດ, ເປັນສະຖານທີ່ ທ່ອງທ່ຽວມີທິວທັດທໍາມະ ຊາດອັນແສນສວຍສົດງົດງາມ ທີ່ອ້ອມຮອບ ແລະ ປົກຄຸມໄປ ດ້ວຍປ່າໄມ້ທີ່ຂຽວງາມເລາະລຽບຕາມແຄມແມ່ນໍ້າຂອງ, ເມື່ອຫຼຽວລົງໄປຕາມສາຍ ທານກໍຈະເຫັນສວນຜັກ ແລະ ຜົນລະປູກອັນຂຽວງາມ ຂອງ ປະຊາຊົນຊາວເມືອງທ່າແຂກ, ເມື່ອເຖິງຍາມແລງມາ ຕາເວັນ ໃກ້ຈະລັບຂອບຟ້າ ໄດ້ປະກາຍ ແສງລົງມາໃສ່ໜ້ານໍ້າເປັນສີ ທອງເຫຼື້ອມລະຍິບລະຍັບປະ ສານກັບສາຍລົມເຢັນທີ່ພັດ ຜ່ານມາຕາມລໍາແມ່ນໍ້າຂອງ ເຮັດໃຫ້ຈິດໃຈສົດຊື່ນແຈ່ມໃສ ແລະ ມີຊີວິດຊີວາ ພ້ອມທັງໄດ້ ຊົມຄື້ນ ແລະ ຟອງນໍ້າຈາກ ຊາວປະໂມງທີ່ກໍາລັງຫາປາ ໃນຍາມແລງເຫັນແລ້ວໜ້າ ອອນຊອນ.

ດັ່ງກາບກອນໄດ້ພັນລະນາໄວ້ວ່າ:

ຫຼຽວເຫັນຍອດຊໍ່ຟ້າ                          ສວຍເດ່ນສະດຸດຕາ
ອາທິດສົ່ງແສງມາ                                   ສະຫງ່າລາສີແຈ້ງ
ແສງສີທອງລະຍິບເຫຼື້ອມ                       ພະທາດສີສູງສະຫງ່າ
ໃຜໄດ້ມາທ່ຽວຫຼິ້ນ                                   ເຂົ້າໄປໄຫ້ວກາບພະນົມ ແດ່ເດີ.
ທ່ຽວຊົມທິວງາມລໍ້າ                           ທໍາມະຊາດໄດ້ມີມາ
ພຶກສາຊາດນາໆພັນ                               ບໍ່ອາດພັນລະນາໄດ້
ປ່າໄມ້ຂຽວປົກຫຸ້ມ                                  ບໍລິເວນໃຫ້ເປັນຫົ່ມ
ລົມພັດມາຕ່ອຍຕ້ອງ                            ໃຫ້ເຮົາໄດ້ຊຸ່ມເຢັນ ແທ້ເດ.

ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - 251 1 - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ

ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - 5 - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ
ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - 3 - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ
ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ - 4 - ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ