ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ

ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ - meeting - ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ
ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ - kitchen vibe - ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ

ຄະນະ​ຜູ້​ແທນ​ພັກ ປປ ລາວ ນຳ​ໂດຍ ສະຫາຍ ສົມພອນ ສີຈະເລີນ ​​ຮອງຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ໄດ້​ເດີນທາງ​​​ໄປ​ເຂົ້າ​ຮ່ວມ ກອງປະຊຸມສະໄໝພິເສດ ຂອງບັນດາພັກການເມືອງ ໃນອາຊີ ພາຍໃຕ້ຫົວຂໍ້: “ເສັ້ນທາງສາຍໄໝ” ທີ່ ເຕຮາຣານ, ປະເທດອີຣານ, ແຕ່ວັນທີ 1-4 ກຸມພາ 2018, ໂດຍການເປັນເຈົ້າພາບຮ່ວມ ຂອງພັກອິດສະລາມ Motalefehຂອງອີຣານ (Islamic Motalefeh Party of Iran) ແລະ ມູນນິທິ ເພື່ອການພັດທະນາ ອິດສະລາມ (Foundation for Islamic Development), ເຊິ່ງມີບັນ​ດາ​​ຜູ້​ແທນ​ຂອງ 32 ພັກ​ການ​ເມືອງທີ່ມາຈາກ 24 ປະ​ເທດ​​ເຂົ້າ​ຮ່ວມ.

ໃນ​​ກອງ​ປະ​ຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນ ຄຳຄິດຄຳເຫັນປິ່ນອ້ອມ 5 ຫົວຂໍ້ ຄື: “ບົດບາດຂອງພັກການເມືອງ ໃນການຫລຸດຜ່ອນຄວາມເຄັ່ງຕຶງ ທາງສາສະໜາ ແລະ ການປະເຊີນໜ້າ ຂອງລັດທິຫົວຮຸນແຮງ”, “ພັກການເມືອງ ແລະ ການພັດທະນາ ຕົວເມືອງແບບຍືນຍົງ”, “ບົດບາດຂອງພັກ ການເມືອງໃນການພັດທະນາ ດ້ານການເມືອງບົນ ເສັ້ນທາງສາຍໄໝ”, “ບົດບາດຂອງພັກການເມືອງ ໃນການຮ່ວມມືດ້ານວັດທະນະທຳ ບົນເສັ້ນທາງສາຍໄໝ” ແລະ “ບົດບາດຂອງພັກການເມືອງ ໃນການພັດທະນາ ການແລກປ່ຽນ ດ້ານການຄ້າບົນເສັ້ນທາງສາຍໄໝ”, ເຊິ່ງ​ຄະນະຜູ້ແທນພັກ ປປ ລາວ ໄດ້ຂຶ້ນປະກອບຄຳເຫັນ ໂດຍໄດ້ຍົກ​ໃຫ້ເຫັນເຖິງ​ ຄວາມ​ໝາຍ​ສຳ​ຄັນ​ຂອງກອງປະຊຸມຄັ້ງນີ້ ເຊິ່ງເປັນເວທີໃຫ້ແກ່ບັນດາພັກການເມືອງ ໄດ້ປຶກສາຫາລືແລກປ່ຽນທັດສະນະ ແລະ ບົດຮຽນເຊິ່ງກັນ ແລະ ກັນ ໂດຍເນັ້ນບົດບາດການນຳພາຂອງພັກການເມືອງ ໃນການສົ່ງເສີມການເຊື່ອມໂຍງເສດຖະກິດ ແລະ ສົ່ງເສີມເນື້ອໃນຈິດໃຈ ຂອງເສັ້ນທາງສາຍໄໝ ເພື່ອເສີມສ້າງສັນຕິພາບ, ເປີດກວ້າງການຮ່ວມມື ແລະ ການມີສ່ວນຮ່ວມ, ການຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມກັນ, ການສ້າງທ່າແຮງໃໝ່ ເພື່ອບັນລຸຄວາມມຸ້ງມາດປາດຖະໜາຂອງປະຊາຊົນ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ພິເສດ ແມ່ນສະໜັບສະໜູນ ຢ່າງເຕັມປ່ຽມຕໍ່ຂໍ້ລິເລີ່ມ “ໜື່ງແລວໜື່ງເສັ້ນທາງ” ທີ່ເລຂາທິການໃຫຍ່, ປະທານປະເທດສີຈິ້ນຜິງ ທີ່ໄດ້ສະເໜີອອກໃນປີ 2013 ຜ່ານມາ ແລະ ພວມໄດ້ຮັບການຈັດຕັ້ງ ປະຕິບັດຢ່າງເປັນຮູບປະທຳ, ເປັນຕົ້ນແມ່ນໂຄງການສ້າງທາງລົດໄຟ ຄວາມໄວສູງລາວ-ຈີນ ເຊິ່ງຄາດວ່າ ຈະໃຫ້ສຳເລັດໃນປີ 2022 ແລະ ໂຄງການອື່ນໆ ອັນເປັນການປະກອບສ່ວນສຳຄັນ ເຮັດໃຫ້ ສປປ ລາວ ທີ່ເປັນປະເທດ ບໍ່ມີຊາຍແດນຕິດກັບທະເລ ກາຍ ເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດກັບບັນດາປະເທດ ໃນພາກພື້ນ ແລະ ສາກົນ.

ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ - Visit Laos Visit SALANA BOUTIQUE HOTEL - ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ
ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ - Visit Laos Visit SALANA BOUTIQUE HOTEL - ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ

ກອງປະຊຸມຄັ້ງນີ້, ໄດ້ເປັນເອກະພາບກັນຮັບຮອງ ເອົາຖະແຫລງການເຕຮາຣານ ເຊິ່ງໄດ້ຢືນຢັນຄວາມສຳຄັນ ຂອງການຟື້ນຟູເສັ້ນທາງສາຍໄໝ ແລະ ຮຽກຮ້ອງການຮ່ວມມື ສາກົນເພື່ອຮັບຮອງ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ບັນດາເນື້ອໃນຈິດໃຈ ຂອງເສັ້ນທາງສາຍໄໝ ເຊິ່ງໄດ້ລະບຸໄວ້ໃນຂໍ້ລິເລີ່ມ ປັກກິ່ງທີ່ຖືກຮັບຮອງເອົາໃນກອງປະຊຸມສະໄໝພິເສດ ຂອງບັນດາພັກການ ເມືອງອາຊີໃນປີ 2015. ພ້ອມນັ້ນ, ກໍ່ໄດ້ເນັ້ນໜັກ ເຖິງຄວາມຈຳເປັນໃນການສ້າງກົນໄກ ແນໃສ່ເສີມສ້າງຄວາມເປັນເອກະພາບ, ເສີມຂະຫຍາຍຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ ຂອງບັນດາພັກການເມືອງອາຊີ, ຊຸກຍູ້ການຮ່ວມມື ເພື່ອບັນລຸເປົ້າໝາຍຮ່ວມກັນ ໃນການສ້າງສະຖຽນລະພາບ ທາງການດ້ານການເມືອງ ແລະ ການຮ່ວມມືເພື່ອພັດທະນາ ຂອງບັນດາປະເທດໃນພາກພື້ນ.

ນອກ​ຈາກເຂົ້າ​ຮ່ວມກອງ​ປະ​ຊຸມແລ້ວ, ຄະ​ນະ​ຜູ້​ແທນ​ເຮົາ ຍັງ​ໄດ້ເຄື່ອນໄຫວພົບ​ປະ​ກັບຄະ​ນະ​ຜູ້​ແທນພັກການເມືອງຕ່າງໆ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ຢ້ຽມຢາມສະຖານທີ່ສຳຄັນ ທາງປະຫວັດສາດ ຈຳນວນໜຶ່ງ ຢູ່ ເຕຮາຣານ, ປະເທດອີຣານ.

ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ - 5 - ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ
ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ - 3 - ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ
ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ - 4 - ຄະນະ​ຜູ້​ແທນພັກ ປປ ລາວ ສຳ​ເລັດ​ການ​ເຂົ້າ​ຮ່ວມ ​ກອງ​ປະ​ຊຸມ​ສະໄໝພິເສດຂອງບັນດາພັກການເມືອງໃນອາຊີ ທີ່ເຕຮາຣານ