ອຸທິຍານຫີນຕັ້ງແຂວງຫົວພັນ

ອຸທິຍານຫີນຕັ້ງແຂວງຫົວພັນ - 23926361 1632296093501291 360055496147444012 o - ອຸທິຍານຫີນຕັ້ງແຂວງຫົວພັນ
ອຸທິຍານຫີນຕັ້ງແຂວງຫົວພັນ - kitchen vibe - ອຸທິຍານຫີນຕັ້ງແຂວງຫົວພັນ

ປະເທດລາວເປັນປະເທດທີ່ອຸດົມສົມບູນ, ເຕັ້ມໄປດ້ວຍ ຊັບໃນດິນສິນໃນນ້ຳມີພູຜາປ່າໄມ້ທີ່ຂຽວສົດງາມຕາເໝືອນ ດັ່ງຫີນຕັ້ງ ທີ່ມັນແປກ ແລະ ອັດສະຈັນຫລາຍ ແລະ ລັດຖະ ບານກໍຄືທ້ອງຖິ່ນໄດ້ອະນຸລັກ ເປັນສ່ວນອຸທິຍານແຫ່ງໜຶ່ງ ເອີ້ນວ່າ: ສວນອຸທິຍານຫີນຕັ້ງ ເຊິ່ງ ຕັ້ງຢູ່ເຂດບ້ານນາຕອກ ເມືອງຫົວເມືອງ ຫ່າງຈາກ ເທສະບານ ແຂວງຫົວພັນໄປ ທາງທິດຕາເວັນຕົກສຽງເໜືອ ປະມານ 64 ກິໂລແມັດ ແລະ ເລິກຈາກເສັ້ນທາງເລກ 6 ເຂົ້າ ໄປ 5,7 ກິໂລແມັດ.

ອຸທິຍານຫີນຕັ້ງແຂວງຫົວພັນ - 24129926 1632295963501304 2774527951938277119 n - ອຸທິຍານຫີນຕັ້ງແຂວງຫົວພັນ

ອຸທິຍານຫີນຕັ້ງແຂວງຫົວພັນ - Visit Laos Visit SALANA BOUTIQUE HOTEL - ອຸທິຍານຫີນຕັ້ງແຂວງຫົວພັນ
ອຸທິຍານຫີນຕັ້ງແຂວງຫົວພັນ - Visit Laos Visit SALANA BOUTIQUE HOTEL - ອຸທິຍານຫີນຕັ້ງແຂວງຫົວພັນ

+ ເຊີນທ່ຽວຊົມ-ນະມັດສະການພະທາດສີໂຄດຕະບອງ

+ ທ່ຽວຊົມຖ້ຳທ່ານຜູ້ນຳ

 

ກໍຈະພົບ ເຫັນສວນອຸທິຍານດັ່ງກ່າວ, ຢ່າງໜ້າປະທັບໃຈ, ເຊິ່ງ ລວມມີຫີນຕັ້ງທີ່ເກົ່າແກ່ກວ່າ 1.500 ປີຢັ່ງຢາຍ ເປັນຈຳ ນວນຫລາຍ ຢູ່ຕາມເສັ້ນທາງ ອັນຍາວຢຽດ ເທິງສັນພູສູງ ແລະ ແກ່ວພູທີ່ປົກຫຸ້ມໄປ ດ້ວຍ ປ່າໄມ້ອັນຕຶບໜາ, ຕາມນັກ ຄົ້ນຄວ້າໃຫ້ຮູ້ວ່າ: ຫີນຕັ້ງ ເຫລົ້ານີ້ຖືກສ້າງຂຶ້ນດ້ວຍຫີນ ມີກາຊິດ, ຖືກຕັດແຕ່ງເປັນ ແຜ່ນບາງໆ ແລະ ຍາວ, ຖືກ ນຳມາຝັງລຽງລາຍກັນເປັນ ກຸ່ມ (ຫີນຕັ້ງທີ່ສູງກວ່າໝູ່ແມ່ນ ຖືກຝັງຢູ່ໃຈກາງກຸ່ມ ເຊິ່ງມີ ຄວາມສູງປະມານ 3 ແມັດ) ສ່ວນຢູ່ໃຕ້ດິນກໍມີອຸໂມງໃຫຍ່ ແລະ ເລິກ. ໃນປີ ຄສ 1930 ເພິ່ນໄດ້ຄົ້ນພົບວັດຖຸບູຮານ ຈຳນວນໜຶ່ງຢູ່ບໍລິເວນສວນ ອຸທິຍານແຫ່ງນີ້ເຊັ່ນ: ໂຖໃສ່ ກະດູກເຮັດດ້ວຍດິນເຜົາ ເຊິ່ງ ດ້ານໃນປະກອບມີເຄື່ອງຫີນ ສຳລັບທີພີຝັງສົບ ແລະ ເຄື່ອງ ປະດັບທີ່ເຮັດ ດ້ວຍດິນເຜົາ. ໃນ ປັດຈຸບັນ, ຫີນຕັ້ງຫົວພັນຍັງ ຄົງເຊື່ອງຊ້ອນຄວາມເລິກ ລັບໄວ້ໃຫ້ນັກຄົ້ນຄວ້າຮຸ້ນ ຫລັງໄດ້ສືບຕໍ່ຄົ້ນຫາຄຳຕອບ ຕໍ່ໄປ./.

ອຸທິຍານຫີນຕັ້ງແຂວງຫົວພັນ - 24059513 1632295753501325 6559665036762795500 o 1024x768 - ອຸທິຍານຫີນຕັ້ງແຂວງຫົວພັນ

ອຸທິຍານຫີນຕັ້ງແຂວງຫົວພັນ - 23926361 1632296093501291 360055496147444012 o 1024x683 - ອຸທິຍານຫີນຕັ້ງແຂວງຫົວພັນ

 

 

ອຸທິຍານຫີນຕັ້ງແຂວງຫົວພັນ - 3 - ອຸທິຍານຫີນຕັ້ງແຂວງຫົວພັນ
ອຸທິຍານຫີນຕັ້ງແຂວງຫົວພັນ - 5 - ອຸທິຍານຫີນຕັ້ງແຂວງຫົວພັນ
ອຸທິຍານຫີນຕັ້ງແຂວງຫົວພັນ - 4 - ອຸທິຍານຫີນຕັ້ງແຂວງຫົວພັນ