ກິນຫອຍນາງລົມດີໄດ້ຄຸນປະໂຫຍດດ້ານໃດແດ່
February 9, 2018 - 11:58 AM

ຜູ້ຊາຍທັງເປັນບ່າວ ແລະ ບໍ່ເປັນບ່າວແລ້ວທັງຫລາຍ ມັກຈະກິນອາຫານທີ່ຊ່ວຍເສີມສະມັດຕະພາບທາງເພດ ເພື່ອໃຫ້ມີພະລະກຳລັງໃນເລື່ອງເພດດົນຂຶ້ນ ເຊິ່ງຫອຍນາງລົມ ກໍເປັນອາຫານອີກຊະນິດໜຶ່ງທີ່ເຊື່ອກັນວ່າເປັນອາຫານເພື່ອເພີ່ມສະມັດຕະພາບທາງເພດຂອງຜູ້ຊາຍໄດ້ ເຊິ່ງເປັນແນວນັ້ນກໍຍ້ອນວ່າ :
- ໃນຫອຍນາງລົມນັ້ນມີແຮ່ທາດທີ່ເຮັດໃຫ້ອະສຸຈິເຄື່ອນທີ່ໄດ້ໄວຂຶ້ນ ເຊິ່ງກໍແມ່ນແຮ່ທາດສັງກະສີທີ່ມີຢູ່ໃນປະລິມານຫລາຍກ່ວາອາຫານຊະນິດອື່ນໆ.
- ຊ່ວຍຫລຸດຄວາມສ່ຽງໃນການເປັນຕ່ອມລູກໝາກອັກເສບໄດ້ນຳ.
- ຫອຍນາງລົມ ແລະ ອາຫານທະເລຕ່າງໆຍັງມີກົດໄຂມັນໂອເມກ້າ 3 ທີ່ເປັນສານອີກຊະນິດໜຶ່ງທີ່ສ້າງຮໍໂມນພຣອດສະຕາແກລນດິນ ເຊິ່ງມີຄວາມສຳຄັນຕໍ່ການຕອບສະໜອງທາງເພດ.
ແຕ່ໃນຂະນະດຽວກັນ, ຫອຍນາງລົມກໍອາດເປັນພິດໄດ້ ເພາະ ຫາກຫອຍນາງລົມນັ້ນບໍ່ສົດໃໝ່ພໍ ກໍອາດມີເຊື້ອແບັກທີເຣຍທີ່ເຮັດໃຫ້ເປັນພະຍາດລຳໄສ້ອັກເສບ ຫລື ອະຫິວາໄດ້ ແລະ ຜູ້ທີ່ມີພູມຕ້ານທານບໍ່ປົກກະຕິ ແລະ ເປັນພະຍາດຕັບ ກໍມັກຈະຕິດເຊື້ອໃນກະແສເລືອດ ເຮັດໃຫ້ມີອາການປ່ວຍຮຸນແຮງຈົນເຖິງຂັ້ນເສຍຊີວິດໄດ້ ທັງນີ້ປະລິມານຄໍເລສເຕີໂຣນໃນຫອຍນາງລົມນັ້ນກໍມີອ່າວຫລາຍ ຈຶ່ງຂໍແນະນຳໃຫ້ກິນແຕ່ພໍດີພໍງາມຈະດີກ່ວາ. ສ່ວນຜູ້ທີ່ມີຄວາມສ່ຽງດັ່ງທີ່ກ່າວມາກໍບໍ່ຄວນກິນຈະດີທີ່ສຸດ ພ້ອມນີ້ຄວນເລືອກຊື້ຫອຍນາງລົມທີ່ສົດໃໝ່ເທົ່ານັ້ນ ເພື່ອຄວາມປອດໄພຂອງສຸຂະພາບ.