ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ

ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - 2352 - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ
ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - kitchen vibe - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ

ການຜະລິດເຄື່ອງຫັດຖະ ກຳຈັກສານ ເປັນວຽກງານໜຶ່ງ ທີ່ຕິດພັນກັບອຸດສາຫະກຳການ ທ່ອງທ່ຽວເພາະກ່ຽວຂ້ອງກັບວິຖີຊີວິດຊຸມຊົນ ແລະ ແຫຼ່ງທີ່ມາ ອັນອຸດົມສົມບູນຂອງວັດຖຸດິບ ນັ້ນກໍຄືໄມ້ປ່ອງໃນເຂດປ່າທ້ອງຖິ່ນ, ລວມເຖິງຄວາມອາດສາ ມາດດ້ານພູມປັນຍາໃນການປະດິດແຕ່ງຮູບແບບລວດລາຍຂອງຜະລິດຕະພັນ, ດັ່ງນັ້ນ ຜະລິດ ຕະພັນໄມ້ປ່ອງຈຶ່ງໄດ້ຮັບຄວາມນິ ຍົມຈາກນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ, ເຊິ່ງໃນ ໂອກາດເປີດປີທ່ອງທ່ຽວລາວ 2018 ກຸ່ມຫັດຖະກຳເມືອງ ສັງ ທອງ ນະຄອນຫຼວງວຽງຈັນ, ກໍໄດ້ຄົ້ນຄິດອອກແບບຜະລິດ ຕະພັນຫຼາກຫຼາຍ ເພື່ອຮອງຮັບ ຄວາມຕ້ອງການດັ່ງກ່າວ.

ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - DSC 3208 1 - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ

ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - Visit Laos Visit SALANA BOUTIQUE HOTEL - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ
ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - Visit Laos Visit SALANA BOUTIQUE HOTEL - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ

+ ລະມາມສຳເລັດການອົບຮົມຫັດຖະກຳ ການຈັກສານດ້ວຍໃບລານ

+ ການເຕີບໂຕຂອງບໍລິສັດຫັດຖະກຳແພງໄໝ

ທ່ານນາງ ບຸນຕອມ ຫົງ ວິໄລ ເຈົ້າຂອງຫັດຖະກຳໄມ້ປ່ອງ ເມືອງສັງທອງ ໄດ້ໃຫ້ສຳພາດ ວ່າ: ຜະລິດຕະພັນຫັດຖະກຳ ເມືອງສັງທອງ ແມ່ນນຳໃຊ້ໄມ້ ປ່ອງຈາກທຳມະຊາດ (ໄມ້ໄຜ່) ມາຜະລິດເປັນເຄື່ອງຫັດຖະກຳ ຈັກສານ, ເພື່ອໃຊ້ສອຍໃນຄົວ ເຮືອນ, ໃຊ້ຕົກແຕ່ງພາຍໃນ ແລະ ເປັນຂອງທີ່ລະນຶກຕ່າງໆ ແລະ ຜ່ານການຜະລິດມາຫຼາຍປີ ເຫັນ ວ່າເປັນທີ່ຍອມຮັບຈາກລູກຄ້າທັງ ພາຍໃນ ແລະ ຕ່າງປະເທດ ເຊິ່ງ ກວມເຖິງ 75% ຂອງສິນຄ້າດັ່ງ ກ່າວຄື: ເມື່ອປີ 2014 ຫັດຖະກຳ ໄມ້ປ່ອງເມືອງສັງທອງ ກໍໄດ້ຮັບ ກາໝາຍສິນຄ້າໜຶ່ງເມືອງ, ໜຶ່ງ ຜະລິດຕະພັນແຫ່ງຊາດ ຫຼື ໂອ ດ໋ອບ ຈາກກົມສົ່ງເສີມ ແລະ ພັດ ທະນາສິນຄ້າ ກະຊວງອຸດສາຫະ ກຳ ແລະ ການຄ້າ. ດ່ັງນັ້ນ ຍິ່ງ ເຮັດໃຫ້ວຽກງານຈັກສານ ແລະ ການອອກແບບ ມີການພັດທະ ນາຍິ່ງຂຶ້ນ. ມາຮອດປີ 2017 ໄດ້ ມີການປັບປຸງສິນຄ້າ ແລະ ຄຸນນະ ພາບຜະລິດຕະພັນມີຫຼາຍກວ່າ 30 ລາຍການ, ໃນນັ້ນ ສິນຄ້າ ທີ່ລູກຄ້າສົນໃຈຫຼາຍກວ່າໝູ່ ແມ່ນ ປະເພດໂຕະ-ຕັ່ງເປັນຊຸດ, ໂຊຟາ, ກະຕ່າຂອງຂວັນ, ຖ້ານວາງ ເຄື່ອງ ແລະ ອື່ນໆ. ເຊິ່ງໃນປັດຈຸ ບັນມີ 8 ຄອບຄົວ ທີ່ເປັນສະມາ ຊິກກຸ່ມຈັກສານດັ່ງກ່າວ.

ສຳລັບລາຄາເລີ່ມຕົ້ນຈະມີແຕ່ 15 ພັນກີບຫາຫຼາຍລ້ານກີບ ຕາມຂະໜາດ ແລະ ຮູບແບບຜະ ລິດຕະພັນ, ແຕ່ເມື່ອເບິ່ງຕະຫຼາດ ຕົວຈິງແລ້ວ ການຕອບສະໜອງ ສິນຄ້າຍັງມີຄວາມຊັກຊ້າ, ເນື່ອງ ຈາກວ່າການຜະລິດແມ່ນງານສີມືລ້ວນໆ ແລະ ມີຂັ້ນຕອນການ ຜະລິດທີ່ຊັບຊ້ອນຫຍຸ້ງຍາກ, ແຮງງານ ຫຼື ຊາວຊ່າງກໍມີໜ້ອຍ ຂະນະທີ່ຜູ້ບໍລິໂພກພວມເພີ່ມຂຶ້ນ ເຊິ່ງຫວັງວ່າໃນອານາຄົດຈະ ສ້າງຕັ້ງໂຮງງານຂະໜາດນ້ອຍ ຂຶ້ນຕື່ມ ທ່ານນາງ ບຸນຕ່ອມ ເວົ້າ ວ່າ: ໃນໂອກາດນີ້ ຈຶ່ງຢາກຂໍໃຫ້ ພາກລັດຊ່ວຍຈັດສະຖານທີ່ວາງ ສະແດງຂາຍຖາວອນຢູ່ບ້ານເພຍ ລາດ ເມືອງສັງທອງ ແລະ ຢູ່ໃນ ເຂດໃຈກາງນະຄອນຫຼວງວຽງຈັນ ແມ່ນຈະເປັນການດີທີ່ສຸດ.

 

ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - 3 - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ
ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - 4 - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ
ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ - 5 - ເຄື່ອງຫັດຖະກຳຈັກສານເມືອງສັງທອງ ໜຶ່ງໃນຜະລິດຕະພັນຊາວບ້ານທີ່ໄດ້ຮັບຄວາມນິຍົມ