ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ

ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ - accident 1 - ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ
ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ - kitchen vibe - ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ

​ເຈົ້າໜ້າທີ່​ ​ແລະ ໜ່ວຍອາສາ​ສະໝັກກູ້​ໄພ​ ໄດ້​ຊ່ວຍ​ກັນ​ນຳ​ເອົາ​ຮ່າງ​ຊາຍໜຸ່ມຜູ້ໜຶ່ງ​ເສຍ​ຊີວິດ​ໃນ​ລົດ​ເກງ​ສີຂາວໝາຍ​ເລກ​ທະບຽນ ກນ 8678 ພາຍຫລັງ​ເກີດ​ອຸປະຕິ​ເຫດຕຳ​​ເສົາ​ໄຟຟ້າ​ຢ່າງ​ແຮງ​ເຮັດ​ໃຫ້​ລົດ​ປີ້ນເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້ຢູ່​ເສັ້ນທາງ​ຕັດ​ໃໝ່ບ້ານໜອງບຶກ​ເມືອງ​ໄຊ​ທານີນະຄອນຫລວງ​ວຽງຈັນ, ຈາກ​ການ​ສືບສວນ-ສອບ​ສວນ ​ຮູ້​ວ່າ: ລົດ​ຄັນ​ດັ່ງກ່າວ​ຂັບ​ຂີ່​ໂດຍ​ທ້າວ ​ແກ້ວມະນີ ອາຍຸ 28 ປີອາຊີບ​ພະນັກງານຢູ່​ບ້ານຕານ​ມີ​ໄຊ​ເມືອງ​ໄຊ​ທານີນະຄອນຫລວງ​ວຽງຈັນ, ຍ້ອນ​ດື່ມ​ສິ່ງ​ມືນ​ເມົາ ​ແລ​ະ ຂັບ​ຂີ່​ລົດ​ໄວ, ​ເຮັດ​ໃຫ້​ລົດ​ເສຍ​ຫລັກ​ໄປ​ຕຳ​ເອົາ​ເສົາ​ໄຟຟ້າ​ແຄມ​ທາງຢ່າງແຮງ.

​ເຈົ້າໜ້າທີ່​ ໃຫ້​ຮູ້ອີກ​ວ່າ: ​ໃນ​ວັນ​ທີ 9 ກຸມພານີ້, ກໍມີ​ອຸປະຕິ​ເຫດ​ລົດຈັກ​ຕຳ​ເສົາ​ໄຟຟ້າ​ຢ່າງ​​ແຮງຢູ່​​ເສັ້ນທາງບ້ານຕານມີໄຊເມືອງໄຊທານີ, ເຮັດໃຫ້ທ້າວ ບຸນ​ກອງ ອາຍຸ 19 ປີອາຊີບ​ນັກຮຽນຢູ່​ບ້ານພະ​ຂາວ​ເມືອງ​ໄຊ​ທານີນະຄອນຫລວງ​ວຽງຈັນເສຍ​ຊີວິດ​ຄາ​ທີ່​ຍ້ອນ​ຂັບ​ຂີ່​ລົດ​ໄວ.

ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ - Visit Laos Visit SALANA BOUTIQUE HOTEL - ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ
ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ - Visit Laos Visit SALANA BOUTIQUE HOTEL - ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ
ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ - 4 - ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ
ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ - 5 - ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ
ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ - 3 - ເກີດ​ອຸປະຕິ​ເຫດລົດ​ຕຳ​ເສົາ​ໄຟຟ້າຢູ່​ເສັ້ນທາງໜອງບຶກ​ເສຍ​ຊີວິດ​ 1 ຄົນ