ແຮງງານລາວ 26 ຄົນຊຸດທຳອິດໄດ້ໄປເຖິງ ສ.ເກົາຫລີແລ້ວ


ພາຍຫລັງທີ່ລັດຖະບານລາວ ແລະ ສ.ເກົາຫລີ ໄດ້ມີການຮ່ວມມື ແລະ ເຊັນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍ ການສົ່ງ-ຮັບແຮງງານໂດຍຜ່ານລະບົບການຈ້າງງານ ໃນທ້າຍປີ 2016 ຜ່ານມາ ແລະ ລາວກໍໄດ້ສົ່ງແຮງງານລາວຊຸດທໍາອິດຂອງຕົນຈໍານວນ 26 ຄົນໄດ້ໄປເຖິງ ສ.ເກົາຫລີແລ້ວ, ຊຶ່ງພິທີຕ້ອນຮັບໄດ້ມີຂຶ້ນໃນຕອນເຊົ້າວັນທີ 6 ກຸມພາ 2018 ທີ່ສະຫນາມບິນສາກົນອິນຊອນ, ສ.ເກົາຫລີ, ໂດຍການເຂົ້າຮ່ວມຂອງທ່ານ ຄຳສວຍ ແກ້ວດາລາວົງ ເອກອັກຄະລັດຖະທູດລາວປະຈຳ ສ.ເກົາຫລີ, ທ່ານ ກິມ ດັອງ ມັນ (Kim Dong Man) ປະທານສຳນັກງານພັດທະນາຊັບພະຍາກອນມະນຸດ (Human Resources Development Service of Korea ຫລື HRD Korea).
ສຳລັບແຮງງານດັ່ງກ່າວ ຈະຕ້ອງໄດ້ຜ່ານການຝຶກອົບຮົມໄລຍະສັ້ນເປັນເວລາ 3 ມື້ຢູ່ສູນຝຶກອົບຮົມແຮງງານຂອງມູນນິທິແຮງງານເກົາຫລີ, ທີ່ເມືອງຢໍຈູ (Yeoju) ແຂວງກັອງກີ (Gyeonggi), ເພື່ອຊ່ວຍໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈສະພາບການເຮັດວຽກ ແລະ ການດຳລົງຊີວິດຢູ່ ສ.ເກົາຫລີ.
ໂອກາດນີ້, ທ່ານເອກອັກຄະລັດຖະທູດກໍກ່າວໄດ້ຊົມເຊີຍ ແລະ ມີຄຳເຫັນວ່າ: ນີ້ເປັນຜົນສຳເລັດໃນເບື້ອງຕົ້ນຊື່ງສອງຝ່າຍລາວ-ເກົາຫລີຈະຕ້ອງໄດ້ສືບຕໍ່ພັດທະນາໄປເລື້ອຍໆ ພ້ອມສະແດງຄວາມຫວັງຢາກເຫັນແຮງງານລາວເຮັດວຽກຢູ່ ສ. ເກົາຫລີເປັນຈຳນວນຫລາຍຄືກັບປະເທດອື່ນໆ. ຈາກນັ້ນ ກໍໄດ້ແນະນຳໃຫ້ແຮງງານລາວເອົາໃຈໃສ່ປະຕິບັດລະບຽບກົດຫມາຍ, ຂອງຜູ້ຈ້າງງານທີ່ລະບຸໄວ້ໃນສັນຍາ, ເອົາໃຈໃສ່ດຸຫມັ່ນໃນການເຮັດວຽກ, ມີຄວາມມານະອົດທົນ, ຊື່ສັດສຸຈະລິດ, ປະຕິບັດໂມງເວລາຢ່າງເຂັ້ມງວດ, ປະຢັດມັດທະຍັດ ແລະ ບໍ່ຫລິ້ນກິນຟູມເຟືອຍ ແລະ ຮຽກຮ້ອງໃຫ້ຮຽນຮູ້ວັດທະນະທຳ ແລະ ນັບຖືຮີດຄອງປະເພນີ, ຮ່ຳຮຽນພາສາເກົາຫລີທີ່ມີຄວາມຈຳເປັນສຳລັບວຽກງານ ແລະ ການດຳລົງຊີວິດ, ພ້ອມພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງໃຫ້ດີເດັ່ນຂຶ້ນ.