ຟລອຍ ກັບຄືນສູ່ສັງວຽນ ມີລຸ້ນຊົກກັບ ແມັກເກຣເກີຣ ໃນຄອກ

ຟລອຍ ກັບຄືນສູ່ສັງວຽນ  ມີລຸ້ນຊົກກັບ ແມັກເກຣເກີຣ ໃນຄອກ - 1430842707 tumblrngiv o - ຟລອຍ ກັບຄືນສູ່ສັງວຽນ  ມີລຸ້ນຊົກກັບ ແມັກເກຣເກີຣ ໃນຄອກ
ຟລອຍ ກັບຄືນສູ່ສັງວຽນ  ມີລຸ້ນຊົກກັບ ແມັກເກຣເກີຣ ໃນຄອກ - kitchen vibe - ຟລອຍ ກັບຄືນສູ່ສັງວຽນ  ມີລຸ້ນຊົກກັບ ແມັກເກຣເກີຣ ໃນຄອກ

ຟລອຍ ​ເມຍ໌​ເວທ​ເທີຣ ຈູ​ເນຍ ກຳປັ້ນບໍ່​ມີ​ເສຍ​ຊາວ​ອາ​ເມ​ລິ​ກາ ​ເຜີຍ​ກຳລັງ​ມີ​ແຜນການ​ຄືນ​ສັງວຽນ​ອີກ ​ແຕ່​ຍັງ​ບໍ່​ໄດ້​ຕັດສິນ​ໃຈ​ວ່າ​ຈະ​ເປັນ​ສັງວຽນ​​ຜ້າ​​ໃບ​ທີ່​ຄຸ້ນ​ເຄີຍ ​ຫລື ປ່ຽນ​ມາ​ສູ້​ໃນ​ຄອກ.

ທັງ​ນີ້ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ກຳປັ້ນ​ເຈົ້າຂອງ​ສະຖິຕິ​ຊະນະ 50 ​ໄຟ​ຕ໌ ​ໄດ້​ອັດ​ຄລິບ​ຕົນ​ເອງ​ຂະນະ​ຂຶ້ນຊ້ອມ​ໃນຄອກ ສົ່ງສັນຍານ​ໃຫ້​ແຟນມວຍ​ຕື່ນ​ເຕັ້ນວ່າ ຟລອຍ ອາດ​ກັບ​ມາ​ຂຶ້ນສັງ​ວຽນ​ອີກ​ຄັ້ງ ​ໃນ​ຖານະ​ນັກ​ສູ້ MMA.

​ເມຍ໌​ເວທ​ເທີ​ຣ໌ ຈູ​ເນຍ ກັບ ​ແມັກ​ເກຣ​ເກີຣ໌ ຫາ​ກໍ​ສ້າງ​ໄຟ​ຕ໌​ເປັນ​ທີ່​ຮື​ຮາ​ດ້ວຍ​ກັນ ​ໃນ​ເດືອນ​ສິງຫາ​ປີຜ່ານມາ ​ໂດຍ​ຕອນ​ນັ້ນພວກ​ເຂົາ​ໃຊ້​ກົດ​ກະຕິ​ກາ​ມວຍ​ສາກົນ ​ແລະ ​ເປັນ​ອະດີດ​ກຳປັ້ນບໍ່​ມີ​ເສຍ​ເອົາ​ຊະນະ​ນັອກ​ໄປ​ໄດ້​ໃນ​ຍົກ​ທີ 10.

ຫລັງ​ຈາກ​ນັ້ນ​ເປັນຕົ້ນມາ​ກໍ​ມີ​ກະ​ແສ​ຂ່າວ​​ເລື້ອຍໆ​ວ່າ ທັງ​ສອງ​ອາດ​ມີ​ການ​ຊົກ​ກັນ​ອີກ ​ໂດຍ​ປ່ຽນ​ມາ​ເປັນ​ສູ້​ພາຍ​ໃຕ້​ກົດ MMA ​ເຊິ່ງຫລ້າ​ສຸດ ຈິ​ມ ​ໄວ​ທ໌ ນັກ​ຂ່າວ​ຂອງ ທອກ ສະປອດ ລາຍ​ງານ​ວ່າ ທັງ​ສອງ​ຄົນ​ກຳລັງ​ເຈລະຈາ​ເລື່ອງ​ການ​ຕໍ່ສູ້​ຄັ້ງ​ໃໝ່​ນີ້ ​ແລະ ຄາດ​ວ່າ​ຈະ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 500 ລ້ານ​ໂດ​ລາ​ສະຫະລັດ.

ຟລອຍ ກັບຄືນສູ່ສັງວຽນ  ມີລຸ້ນຊົກກັບ ແມັກເກຣເກີຣ ໃນຄອກ - 5 - ຟລອຍ ກັບຄືນສູ່ສັງວຽນ  ມີລຸ້ນຊົກກັບ ແມັກເກຣເກີຣ ໃນຄອກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!